ການເຮັດວຽກ ໄດ້ເລີ້ມຄືນອີກ ກ່ຽວກັບ ໂຄງການສ້າງທໍ່ສົ່ງນ້ຳມັນ Dakota Access ທີ່ເປັນບັນຫາໂຕ້ແຍ້ງ ໃນພາກເໜືອຕອນກາງຂອງສະຫະລັດ ໃນວັນພະຫັດວານນີ້ ຂະນະທີ່ຊົນເຜົ່າພື້ນເມືອງອິນເດຍແດງ ໄດ້ໄປຂຶ້ນສານອີກ ໃນນາທີສຸດທ້າຍ ເພື່ອພະຍາຍາມຢຸດໂຄງການດັ່ງກ່າວ.
ວິສະວະກອນກອງທັບບົກສະຫະລັດ ໄດ້ສັ່ງໃນວັນພຸດທີ່ຜ່ານມາ ເພື່ອໃຫ້ດຳເນີນວຽກການຕໍ່. ປະທານາທິບໍດີ Donald Trump ໄດ້ສັ່ງໃຫ້ສຳເລັດໂຄງ ການນີ້ ຫລັງຈາກປະທານາທິບໍດີ Barack Obama ໄດ້ສັ່ງໃຫ້ໂຈະເປັນການຊົ່ວຄາວ.
ບໍລິສັດສ້າງທໍ່ນໍ້າມັນ Energy Transfer Partners ໄດ້ເລີ້ມຂຸດຢູ່ພື້ນທະເລສາບ Oahe ຢູ່ໃນລັດ North Dakota ໃນທັນທີຫລັງຈາກໄດ້ຮັບຄຳສັ່ງຈາກກອງທັບບົກ. ທາງບໍລິສັດກ່າວວ່າ ຕົນຄາດວ່າ ໂຄງການນີ້ ຈະແລ້ວສຳເລັດ ແລະຈະເລີ້ມສົ່ງນໍ້າມັນໄດ້ ພາຍໃນ 83 ມື້.
ຊົນເຜົ່າອິນເດຍແດງ Standing Rock Sioux ໄດ້ຍື່ນສຳນວນຟ້ອງຕໍ່ສານ ອີກ ໃນຄວາມພະຍາຍາມເພື່ອຈະຢຸດໂຄງການນີ້ ແລະພວກເຂົາເຈົ້າກ່າວວ່າ ກອງທັບບົກ ບໍ່ໄດ້ປະຕິບັດຕາມຄຳໝັ້ນສັນຍາ ທີ່ຈະສຶກສາເບິ່ງສິ່ງແວດລ້ອມ ຕື່ມອີກ.
ບັນດາຜູ້ນຳຊົນເຜົ່າຖົກຖຽງວ່າ ການວາງທໍ່ນໍ້າມັນນີ້ ໃກ້ກັບແຫຼ່ງນໍ້າໃຊ້ຂອງເຂົາເຈົ້າເກີນໄປ ແລະແຜ່ນດິນອັນສັກສິດ. ເຂົາເຈົ້າກ່າວວ່າ ນໍ້າມັນຮົ່ວອອກມາຫລື ເກີດທໍ່ນໍ້າມັນແຕກ ຈະເຮັດໃຫ້ເກີດຄວາມພິນາດໃຫ້ແກ່ຫລາຍລ້ານຄົນ.
ເຂົາເຈົ້າໄດ້ກ່າວຫາລັດຖະບານທ່ານ Trump ທີ່ສະແດງຄວາມບໍ່ເຄົາລົບຕໍ່ສິ່ງແວດລ້ອມ ແລະຖືເອົາຄວາມໂລບຂອງບໍລິສັດນໍ້າມັນ ສຳຄັນກວ່າສົນທິສັນຍາ ຂອງພວກເຂົາເຈົ້າ ແລະສິດທິໃນການໃຊ້ນໍ້າ.
ບັນດາຜູ້ສະໜັບສະໜູນການສ້າງທໍ່ນໍ້າມັນ ໂຕ້ຖຽງວ່າ ທໍ່ນໍ້າມັນນີ້ມີຄວາມປອດໄພ ແລະສົ່ງນໍ້າມັນຜ່ານທາງໃຕ້ດິນ ຈຶ່ງມີຄວາມສ່ຽງໜ້ອຍສຳລັບສິ່ງແວດລ້ອມ ກວ່າການສົ່ງທາງລົດໄຟ ແລະລົດບັນທຸກ.
ຊາວພື້ນເມືອງອິນເດຍແດງ ແລະບັນດາຜູ້ສະໜັບສະໜູນເຂົາເຈົ້າໄດ້ພາກັນປະທ້ວງຢ່າງບໍ່ຢຸດເຊົາໃກ້ກັບທະເລສາບແຫ່ງນີ້ ຊຶ່ງບາງຄັ້ງໄດ້ເກີດຄວາມຮຸນແຮງຂຶ້ນ.