ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວຽກງານ ການສະໜອງທຶນຕ່າງປະເທດ, ການຊ່ວຍເຫຼືອດ້ານມະນຸດສະທຳ ຢູ່ໃນຈຸດທີ່ຢຸດສະງັກ ທ່າມກາງຄວາມວຸ້ນວາຍ ຢູ່ໃນສະພາຕໍ່າຂອງສະຫະລັດ


ເຈົ້າໜ້າທີ່ ຖືທຸງຊາດສະຫະລັດ ກັບເຂົ້າໄປໃນຫ້ອງການຂອງປະທານສະພາຕໍ່າ ຫຼັງຈາກໃຫ້ເປັນສາກຫຼັງ ໃນຂະນະທີ່ອະດີດປະທານສະພາຕໍ່າ ທ່ານເຄວິນ ແມັກຄາທີ ໄດ້ກ່າວຄຳປາໄສ ຫຼັງຈາກຖືກຂັບໄລ່ອອກຈາກຕໍ່າແໜ່ງປະທານສະພາ ໃນວັນທີ 3 ຕຸລາ 2023
ເຈົ້າໜ້າທີ່ ຖືທຸງຊາດສະຫະລັດ ກັບເຂົ້າໄປໃນຫ້ອງການຂອງປະທານສະພາຕໍ່າ ຫຼັງຈາກໃຫ້ເປັນສາກຫຼັງ ໃນຂະນະທີ່ອະດີດປະທານສະພາຕໍ່າ ທ່ານເຄວິນ ແມັກຄາທີ ໄດ້ກ່າວຄຳປາໄສ ຫຼັງຈາກຖືກຂັບໄລ່ອອກຈາກຕໍ່າແໜ່ງປະທານສະພາ ໃນວັນທີ 3 ຕຸລາ 2023

ລັດຖະສະພາສະຫະລັດ ຢູ່ໃນສະພາວະຢຸດສະງັກໃນວັນພຸດ, ໂດຍສະພາຕໍ່າສະຫະລັດ ໄດ້ເປັນອຳມະພາດໂດຍການຂັບໄລ່ອະດີດປະທານສະພາຕໍ່າ ທ່ານເຄວິນ ແມັກຄາທີ ແລະບັນດາສະມາຊິກລັດຖະສະພາ ກໍາລັງປະເຊີນກັບເສັ້ນຕາຍ ຫົກອາທິດ ໃນການອະນຸມັດຮ່າງງົບປະມານ ແລະຫຼີກລ້ຽງການປິດລັດຖະບານບາງສ່ວນ.

ການຂາດ ສະພາຕໍ່າທີ່ຍັງມີການເຮັດວຽກຢູ່, ແລະຄວາມເປັນໄປໄດ້ທີ່ຈະເສຍເວລາຫຼາຍຂຶ້ນໃນການລະບຸໂຕ ແລະເລືອກເອົາຜູ້ສະຫມັກສຳລັບຕໍາແຫນ່ງທີ່ສາມາດຮວບຮວມເອົາການສະໜັບສະໜຸນທີ່ຈໍາເປັນ, ສົ່ງຜົນໃຫ້ຮ່າງກົດໝາຍດ້ານງົບປະມານທີ່ສໍາຄັນຫຼາຍສະບັບຕ້ອງຢຸດສະງັກ, ເຊິ່ງລວມທັງການສະຫນອງເງິນທຶນທາງທະຫານຕ່າງປະເທດ, ມະນຸດສະທໍາສາກົນ ແລະ ​ຄວາມ​ພະ​ຍາ​ຍາມໃນການຕໍ່​ຕ້ານ​ອິດ​ທິ​ພົນ​ຂອງ​ຈີນ​.

ຝ່າຍນິຕິບັນຍັດໃນສະພາຕໍ່າທີ່ພັກຣີພັບບລີກັນກຳສຽງສ່ວນຫຼາຍ ບໍ່ຄາດວ່າຈະມີການລົງຄະແນນສຽງເພີ່ມເຕີມໃດໆໃນອາທິດນີ້. ກົງກັນຂ້າມ ພັກຣີພັບບລີກັນຈະປຶກສາຫາລືກັນກ່ຽວກັບຜູ້ທີ່ອາດຈະເປັນຜູ້ນຳສະພາທີ່ໄດ້ຖືກແບ່ງແຍກແບບແຄບໆ ໃຫ້ຜ່ານຊ່ວງເວລາທີ່ຕ້ອງມີການຕົກລົງກັນ ບໍ່ພຽງແຕ່ລະຫວ່າງພວກເຂົາເອງເທົ່ານັ້ນ, ແຕ່ໃນທ້າຍທີ່ສຸດ ຕ້ອງຕົກລົງກັບສະພາສູງທີ່ນໍາພາໂດຍພັກເດໂມແຄຣັດ ກ່ອນທີ່ຈະສົ່ງຮ່າງກົດໝາຍງົບປະມານ ໄປໃຫ້ປະທານາທິບໍດີ ໂຈ ໄບເດັນ ຈາກພັກ ເດໂມແຄຣັດ ເພື່ອລົງລາຍເຊັນ.

ລັດຖະບານສະຫະລັດ ຍັງເຫຼືອເວລາອີກບໍ່ເທົ່າໃດຊົ່ວໂມງຈາກການປິດລັດຖະ ບານບາງສ່ວນ ໃນວັນເສົາກ່ອນທີ່ ທ່ານແມັກຄາທີ ຈະຕ່າວປີ້ນໄປຫາຝ່າຍກົງ ກັນຂ້າມພັກເດໂມແຄຣັດ ເພື່ອຊຸກຍູ້ການລະດົມທຶນເພື່ອໃຫ້ລັດຖະບານເປີດເຮັດວຽກຢ່າງເຕັມຮູບແບບ ຈົນເຖິງກາງເດືອນພະຈິກ. ​ແຕ່​ພັກຣີພັບ​ບລີ​ກັນ​ທີ່​ເປັນ​ພັກ​ອະນຸລັກ​ນິຍົມ​ກຸ່ມ​ນ້ອຍ​ກຸ່ມ​ນຶ່ງ ​ໄດ້​ຄັດຄ້ານ​ການ​ປະນີປະນອມ​ຂອງ​ທ່ານ ແມັກຄາທີ ກັບ​ພັກ​ເດ​ໂມ​ແຄຣັດ ​ແລະ​ຊຸກຍູ້ໃຫ້ເກີດຄວາມພະຍາຍາມ​ຂັບ​ໄລ່​ທ່ານ​ອອກ​ຈາກ​ຕຳ​ແໜ່​ງ ໃນທັນທີ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG