ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອໄມ້ ບັນທຸກພວກຍົກຍ້າຍຖິ່ນຖານ ແຕກທະລາຍ ສົ່ງຜົນໃຫ້ຢ່າງໜ້ອຍ 62 ຄົນເສຍຊີວິດ

ມຸມມອງນຶ່ງຂອງຊາກຫັກພັງຈາກເຮືອ ໃນພາກໃຕ້ຂອງອີຕາລີ ຊຶ່ງໄດ້ເຮັດໃຫ້ພວກຊາວຍົກຍ້າຍຖິ່ນຖານ ຫຼາຍສິບຄົນເສຍຊີວິດ ຫຼັງຈາກທີ່ເຮືອທີ່ພວກເຂົາເຈົ້າເດີນທາງໄປນັ້ນ ຖືກຄື້ນທະເລຊັດໃສ່ໂຄ້ນຫີນແຄມຝັ່ງຂອງເມືອງຄູໂທຣຂອງອີຕາລີ, ວັນທີ 27 ກຸມພາ 2023.

ບັນດາເຈົ້າໜ້າທີ່ຂອງອີຕາລີ ກ່າວວ່າ ພວກຍົກຍ້າຍຖິ່ນຖານ ຢ່າງໜ້ອຍ 62 ຄົນໄດ້ເສຍຊີວິດ ເມື່ອເຮືອໄມ້ທີ່ພວກເຂົາ​ຂີ່ມາ ໄດ້ເພພັງຢູ່ໃນທະເລທີ່ປັ່ນປ່ວນ ໃນວັນອາທິດຜ່ານມານີ້ ນອກແຄມຝັ່ງຂອງອີຕາລີ. ຢ່າງໜ້ອຍມີເດັກນ້ອຍ 12 ຄົນລວມຢູ່ໃນຈຳນວນຜູ້ທີ່ເສຍຊີວິດ.

ມີຢ່າງໜ້ອຍ 80 ຄົນ ລວມທັງພວກທີ່ໄດ້ຮັບການຊ່ອຍຊີວິດໂດຍພວກພະນັກ ງານກູ້ໄພສຸກເສີນ ແລະພວກຄົນອື່ນໆຜູ້ທີ່ສາມາດລອຍເຂົ້າຝັ່ງໄດ້ ຫຼັງຈາກທີ່ເຮືອລຳດັ່ງກ່າວ ໄດ້ແຕກພັງທະລາຍ ແລະໄດ້ລອດຊີວິດຈາກເຫດການນີ້ ອີງຕາມການກ່າວຂອງເຈົ້າໜ້າທີ່.

ພາບຖ່າຍທັງຫຼາຍສະແດງໃຫ້ເຫັນຊິ້ນສ່ວນໃຫຍ່ຂອງຊາກເຮືອ ຢູ່ເທິງຫາຍຊາຍໃກ້ກັບເມືອງສະເຕັກຄາໂຕ ດີ ຄູໂທຣ (Steccato di Cutro) ແລະຊິ້ນສ່ວນໄມ້ ແລະຊິ້ນສ່ວນອື່ນໆຂອງເຮືອ ທັງໝົດກະຈາຍຢູ່ຕາມແຄມຝັ່ງ.

ທ່ານໂຄຣໂທນ ຜູ້ປົກຄອງເມືອງວິນເຊັນໂຊ ໄດ້ກ່າວວ່າ “ມັນເປັນໂສກນາດຕະກຳທີ່ໃຫຍ່ຫຼວງ.”

ຊາຍຜູ້ນຶ່ງຈາກເຮືອດັ່ງກ່າວ ໄດ້ຖືກຄວບຄຸມຕົວໂດຍທາງການຂອງອີຕາລີ ທີ່ເປັນຜູ້ຕ້ອງສົງໄສ ໃນຂໍ້ຫາຄ້າມະນຸດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG