ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳ​ປັ່ນ​ທີ່​ເຮັດ​ດ້ວຍ​ໄມ້ ​ຂອງ​ຊາວອົບ​ພະ​ຍົບ ແຕກ​ອອກ​ຈາກ​ກັນ ເຮັດ​ໃຫ້​ຢ່າງ​ໜ້ອຍ 59 ຄົນ ​ເສຍ​ຊີ​ວິດ


ພາບຊາກ​ຫັກ​ພັງ​ຂອງກຳ​ປັ່ນ​ທີ່​ແຕກ​ຫັກ​ຢູ່​ທາງ​ພາກ​ໃຕ້​ຂອງອີ​ຕາ​ລີ ເຊິ່ງ​ເຮັດ​ໃຫ້​ພວກ​ຍົກ​ຍ້າຍ​ຖິ່ນ​ຖານເສຍ​ຊີ​ວິດ ຫລັງ​ຈາກກຳ​ປັ່ນທີ່​ເຂົາ​ເຈົ້າ​ຂີ່ເພື່ອ​ເດີນ​ທາງ​ໄປ​ນັ້ນ ຕຳ​ໃສ່​ກ້ອນ​ຫີນ​ຢູ່​ໃນເມືອງ Cutro ຂອງ​ອີ​ຕາ​ລີ, ວັນ​ທີ 27 ກຸມ​ພາ, 2023.
ພາບຊາກ​ຫັກ​ພັງ​ຂອງກຳ​ປັ່ນ​ທີ່​ແຕກ​ຫັກ​ຢູ່​ທາງ​ພາກ​ໃຕ້​ຂອງອີ​ຕາ​ລີ ເຊິ່ງ​ເຮັດ​ໃຫ້​ພວກ​ຍົກ​ຍ້າຍ​ຖິ່ນ​ຖານເສຍ​ຊີ​ວິດ ຫລັງ​ຈາກກຳ​ປັ່ນທີ່​ເຂົາ​ເຈົ້າ​ຂີ່ເພື່ອ​ເດີນ​ທາງ​ໄປ​ນັ້ນ ຕຳ​ໃສ່​ກ້ອນ​ຫີນ​ຢູ່​ໃນເມືອງ Cutro ຂອງ​ອີ​ຕາ​ລີ, ວັນ​ທີ 27 ກຸມ​ພາ, 2023.

ເຈົ້າ​ໜ້າ​ທີ່​ອີ​ຕາ​ລີກ່າວ​ວ່າ ມີ​ຜູ້​ອົບ​ພະ​ຍົບ​ຢ່າງ​ໜ້ອຍ 59 ຄົນ ​ເສຍ​ຊີ​ວິດ​ໃນ​ເວ​ລາ​ທີ່​ເຮືອ​ໄມ້​ທີ່​ເຂົາ​ເຈົ້າຂີ່​ຢູ່​ນັ້ນ ໄດ້​ເລີ່ມ​ແຕກອອກ​ຈາກກັນ ຢູ່​ທະ​ເລ​ທີ່​ມີ​ຟອງຍວກ​ຍູ້ ໃນ​ວັນ​ອາ​ທິດວານນີ້ ​ຢູ່​ນອກ​ຊາຍ​ຝັ່ງ​ທະ​ເລຂອງ​ອີ​ຕາ​ລີ. ຢ່າງ​ໜ້ອຍ 12 ຄົນ ​ທີ່​ເສຍ​ຊີວິດ​ແມ່ນ​ເດັກນ້ອຍ.

ສົບຂອງ​ບາງ​ຄົນ ​ຖືກ​ນ້ຳ​ພັດ​ມາ​ຫາ​ຣີສອດ​ແຫ່ງ​ນຶ່ງ ​ໃນເຂດຄາ​ລາ​ເບ​ຣຍ.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຢ່າງ​ໜ້ອຍ 80 ຄົນ ລວມ​ທັງ​ພວກ​ທີ່​ໄດ້​ຮັບ​ການ​ຊ່ວຍ​ຊີ​ວິດ​ໄວ້ ໂດຍ​ພະ​ນັກ​ງານ​ສຸກ​ເສີນ ແລະ​ຄົນ​ອື່ນທີ່​ສາ​ມາດ​ລອຍ​ຂຶ້ນ​ຝັ່ງ​ໄດ້ ​ຫລັງ​ຈາກ​ເຮືອແຕກ​ອອກ​ ແມ່ນ​ລອດ​ຊີ​ວິດຈາກ​ອຸ​ປະ​ຕິ​ເຫດດັ່ງ​ກ່າວ.

ຮູບ​ພາບ ​ສະ​ແດງ​ໃຫ້​ເຫັນ​ຊິ້ນ​ສ່ວນ​ໃຫຍ່​ຂອງ​ເຮືອ ​ຢູ່​ຫາດ​ຊາຍ​ໃກ້​ກັບ​ເມືອງສ​ເຕັກ​ກາ​ໂຕ ດິ ຄູ​ໂຕ​ຣ (Steccato di Cutro) ແລະປ່ຽງ​ໄມ້​ ແລະສິ່ງ​ເສດເຫຼືອ​ອື່ນໆ ​ຢູ່​ຕາມ​ຝັ່ງທະ​ເລ.

ເຈົ້າຄອງນະຄອນໂຄ​ຣ​ທອນ ວິນ​ເຊັນ​ໂຊ (Crotone Vincenzo) ກ່າວວ່າ "ມັນເປັນໂສກນາດ​ຕະ​ກຳອັນໃຫຍ່ຫຼວງ."

ຜູ້​ຊາຍ​ຄົນ​ນຶ່ງ ໃນ​ຈຳ​ນວນ​ຫລາຍ​ຄົນ​ ທີ່​ອອກ​ມາ​ຈາກ​ກຳ​ປັ່ນ​ລຳ​ນັ້ນ​ ຖືກ​ເຈົ້າ​ໜ້າ​ທີ່​ອີ​ຕາ​ລີ​ຈັບ​ຕົວ​ໄປ ໃນ​ຂໍ້​ຫາທຳ​ການ​ຄ້າ​ມະນຸດ.

ພວກ​ທີ່​ລອດ​ຊີວິດ​ຄາດ​ຄະ​ເນ​ວ່າ ມີ​ປະມານ 150 ຫາ 200 ຄົນ ​ຢູ່​ໃນ​ເຮືອ​ລຳ​ດັ່ງກ່າວ ທີ່​ໄດ້​ເລີ້ມອອກ​ເດີນທາງ​ຈາກ​ເທີ​ກີ ​ເມື່ອ​ບໍ່​ເທົ່າ​ໃດ​ມື້​ກ່ອນໜ້ານີ້. ພວກ​ອົບ​ພະຍົບ​ ຫລາຍ​ຄົນ​ແມ່ນ​ມາ​ຈາກ​ປາ​ກິ​ສຖານ ​ແລະ​ອັຟກາ​ນິສຖານ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG