ທີມເຕະບານແມ່ຍິງຂອງສະຫະລັດ ຈະໄດ້ເຂົ້າແຂ່ງ ຊິງຂັນເຕະບານໂລກຫຼື World Cup ຮອບສຸດທ້າຍເປັນເທື່ອທຳອິດນັບແຕ່ໄດ້ຊະນະຕຳແໜ່ງດັ່ງກ່າວ ໃນການແຂ່ງຂັນຢູ່ສະຫະ
ລັດ ໃນປີ 1999.
ທີມຊາດແມ່ຍິງຂອງສະຫະລັດ ທຳຄະແນນໄດ້ 2 ປະຕູ ໃນໄລຍະເວລາ 4 ນາທີໃນຕອນ
ທ້າຍຂອງການແຂ່ງຂັນເຄິ່ງທີ 2 ໃນວັນພຸດວານນີ້ ແລະໄດ້ຊະນະທີມຝຣັ່ງ 3 ປະ ຕູຕໍ່ 1
ທີ່ເມືອງ Moenchenggladbach ປະເທດເຢຍຣະມັນ.
ດາລາຍິງປະຕູຂອງທີມອະເມຣິກັນ ນາງ Abby Wambach ໄດ້ທັບມ້າງ ການມີຄະແນນ
ຈາວກັນ 1 ປະຕູຕໍ່ 1 ດ້ວຍການເອົາຫົວຕໍາເຂົ້າປະຕູ ໝາກບານທີ່ນາງ Lauren Che-
ney ເຕະມາຈາກແຈເດີ່ນ ໃນນາທີໆ 79 ຂອງການແຂ່ງຂັນ. ນີ້ແມ່ນປະຕູທີ 3 ຂອງນາງ
Wambach ໃນການແຂ່ງຂັນຊິງຂັນ World Cup ຮອບນີ້ ແລະເປັນປະຕູທີ 12 ນັບແຕ່
ນາງໄດ້ເປັນນັກເຕະບານອາຊີບ ເທົ່າກັບສະຖິຕິຂອງນັກເຕະ ຂອງທີມອະເມຣິກັນອີກຄົນນຶ່ງ
ຄືນາງ Michelle Akers ແລະເປັນອັນດັບ 3 ຂອງປະວັດການ ຍິງປະຕູໄດ້ຫລາຍທີ່ສຸດ
ໃນການແຂ່ງຂັນຊິງຂັນ World Cup.
ນາງ Alex Morgan ອາຍຸ 22 ປີ ຊຶ່ງເປັນນັກເຕະທີ່ມີອາຍຸນ້ອຍທີ່ສຸດຂອງທີມເປັນຜູ້ເຕະ
ລູກທີ່ນໍາຄວາມໝັ້ນໃຈໃນໄຊຊະນະມາໃຫ້ທີມຊາດສະຫະລັດ ໃນນາທີໆ 82 ໂດຍສາມາດ ຫຼອກລໍ້ຜ່ານຂາປ້ອງກັນຂອງທີມຝຣັ່ງ 3 ຄົນ ແລະກໍເຕະຢ່າງແມ່ນຍຳຂ້າມຫົວຜູ້ຮັກສາປະ
ຕູເຂົ້າໄປ.
ໃນການແຂ່ງຂັນຮອບຊິງຊະນະເລີດ World Cup ທີ່ນະຄອນ Frankfurt ປະເທດເຢຍ
ຣະມັນໃນມື້ວັນອາທິດຈະມານີ້ ທີມຊາດສະຫະລັດຈະສູ້ກັບຍີ່ປຸ່ນ ທີ່ໄດ້ເອົາຊະນະສະວີເດັນ
3 ປະຕູຕໍ່ 1 ຄືກັນ ໃນການແຂ່ງຂັນມື້ວານນີ້.
ນີ້ແມ່ນການເຂົ້າແຂ່ງຂັນ ໃນຮອບຮອງຊະນະເລີດເທື່ອທຳອິດ ຂອງທັງທີມຝຣັ່ງ ແລະຍີ່ປຸ່ນ
ໃນການແຂ່ງຂັນຊິງຂັນ World Cup ແມ່ຍິງທີ່ມີມາແລ້ວ 6 ຄັ້ງນັ້ນ.