ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກນັກເຄື່ອນໄຫວແມ່ຍິງ ຈາກທົ່ວໂລກ ຈະເດີນຂະບວນ ເພື່ອສັນຕິພາບ ລະຫວ່າງ 2 ເກົາຫຼີ


Women to March for Peace Between Koreas
please wait

No media source currently available

0:00 0:01:56 0:00

ບັນດານັກ​ເຄື່ອນ​ໄຫວ​ແມ່ຍິງທີ່​ໂດ່​ງດັງຈາກ​ທົ່ວ​ໂລກ ມີ​ໝາຍ​
ກຳໜົດ​ທີ່​ຈະ​ເດີນ​ຂະ​ບວນ​ໃນເຂດປອດ​ທະຫານ ທີ່​ແບ່ງ​ຂັ້ນ​ຊາຍ
​ແດນ​ລະ​ຫວ່າງ​ເກົາຫຼີ​ເໜືອ ​ແລະ​ເກົາຫຼີ​ໃຕ້​ ນັ້ນ ​ເພື່ອ​ຮຽກຮ້ອງໃຫ້
ມີສັນຕິພາບ ລະ​ຫວ່າງສອງ​ປະ​ເທດເພື່ອນບ້ານທີ່​ໄດ້​ແບ່ງ​ແຍກ
​ກັນອອກຈາກ ກັນ ​ມາ​ດົນ​ກວ່າ 60 ປີ ​ແລ້ວ​ນັ້ນ.


ການ​ເດີນ​ຂະບວນ​ທີ່​ວ່າ​ນີ້​ຈະ​ມີ​ຂຶ້ນ​ໃນ​ວັນ​ອາທິດ ທີ 24 ພຶດສະພາ​ ຈະ​ມາ​ເຖິງ​ນີ້ ທີ່​ເປັນ​ຂີດ​ໝາຍ​ຂອງ​ວັນ​ແມ່ຍິງ​ສາກົນ ຫຼື International Women’s Day ​ເພື່ອ​ສັນຕິພາບ ​ແລະ​ການ​ປົດ​ອາວຸດ ຊຶ່ງ​ໄດ້​ຮັບ​ອະນຸຍາດ​ຈາກ​ທັງ​ສອງ​ປະ​ເທດ​ເກົາຫຼີ​ແລ້ວ.

​ນັກເຄື່ອນໄຫວເພື່ອສິດທິສະຕີ​ອາ​ເມຣິກັນ ທ່ານ​ນາງ Gloria Steinem ກໍ​ແມ່ນ​ໜຶ່ງ​ໃນພວກ
ນັກ​ເຄື່ອນ​ໄຫວ​ແມ່ຍິງ 30 ຄົນ ທີ່​ກຳລັງ​ເດີນທາງ​ຈາກ​ນະຄອນຫຼວງ​ປັກ​ກິ່ງ ສູ່​ເກົາຫຼີເໜືອ ​ເພື່ອ​ຂ້າມ​ເຂດປອດທະຫານເຂົ້າໄປ​ໃນເກົາຫຼີ​ໃຕ້​ ນັ້ນ.

ທ່ານ​ນາງ Steinem ກ່າວ​ວ່າ: ຖ້າເຈົ້າຫາ​ກພິຈາລະນາ​ເບິ່ງວ່າກຳແພງ Berlin ​ໄດ້​ພັງ​ທະລາ​ຍລົງ​ມາ​ ແລະສະຫະພາບ​ໂຊ​ຫວຽດ ກໍ​ແມ່ນ​ຢູ່​ໃນ​ສະຖານະ​ການ​ທີ່​ແຕກ​ຕ່າງ​ກັນ​ອອກ​ໄປ ການ​ແບ່ງ​ແຍກ​ເຊື້​ອຊາດ​ຜິວພັນນັ້ນ ບໍ່​ມີ​ອີກ​ຕໍ່​ໄປ​ແລ້ວ ນັ້ນ​ແມ່ນ​ສັນ​ຍາ​ລັກ​ອັນ​ສຸດ​ທ້າຍ​ຂອງ​ສົງຄາມ​ເຢັນ ຂອງສົງ​ຄາມ​ໂລກຄັ້ງທີ 2 ​ແລະ​ສົງຄາມ​ເຢັນ ​ຂ້າ​ພະ​ເຈົ້າ​ໝາຍ​ເຖິງ ອະດີດ​ປະທານາທິບໍດີ​ສະຫະລັດ ທ່ານ Ronald Reagan ທີ່​ໄດ້​ຢືນ​ຢູ່​ຂ້າງ Berlin Wall ​ແລະ​ໄດ້​ກ່າວ​ວ່າ ມ້າງ​ກຳແພງ​ນີ້​ລົງ. ພວກ​ເຮົາ​ກຳລັງ​ເວົ້າວ່າ “take down this isolation.” ກໍ​ຄື ທັບ​ມ້າງ​ການ​ຢູ່​ໂດດດ່ຽວ​ນີ້​ ຊະ.

ຜູ້​ທີ່​ຈັດ​ການ​ເດີນ​ຂະ​ບວນທີ່​ວ່າ​ນີ້ ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຕ້ອງທີ່ຈະຟື້ນຟູ​ຄວາມ​ຫວັງໃນການ ສ້າງຄວາມປອງດອງຊາດລະຫວ່າງຊາວເກົາຫຼີ. ພວກ​ເຂົາ​ເຈົ້າ​ຍັງຈະ​ຊຸກຍູ້​ໃຫ້ ​ຂໍ້ຕົກລົງສັນ ຕິພາບຢ່າງເປັນທາງການ. ທັງສອງ​ປະ​ເທດ ​ແມ່ນບໍ່​ເຄີຍ​ໄດ້​ລົງ​ນາມ​ໃນຂໍ້ຕົກລົງໃດໆ ໃນ​ການ​ສິ້ນ​ສຸດ​ລົງ​ ຂອງ​ສົງຄາມ 3 ປີ ​ໃນ 1953 ນັ້ນ.

ບັນດາ​ແມ່ຍິງ​ເຫຼົ່ານີ້ ​ໄດ້​ໄປ​ຮອດ​ເກົາຫຼີ​ເໜືອ ​ໃນ​ວັນ​ອັງຄານ​ວານ​ນີ້. ພວກ​ເຂົາເຈົ້າວາງ​ແຜນ
ຈັດ​ກອງ​ປະຊຸມສຳມະນາສັນຕິພາບທີ່ນະຄອນ​ພຽງ​ຢາງ ​ແລະ​ອີກເທື່ອ​ໜຶ່ງ​ທີ່ນະຄອນຫຼວງ
​ໂຊ​ລ ຫຼັງຈາກໄດ້​ຍ່າງ​ຂ້າມເຂດ​ປອດທະຫານເຂົ້າໄປໃນ​ເກົາຫຼີ​ໃຕ້ແລ້ວ​.

XS
SM
MD
LG