ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສິດທິ​ຂອງ​​​ແມ່ຍິງ ​ກໍ​ຄື​ສິດ​ທິມະນຸດ


ແມ່ຍິງອັຟຣິກາກັບລູກ ລໍຖ້າຮັບການປິ່ນປົວສຸຂະພາບ
ແມ່ຍິງອັຟຣິກາກັບລູກ ລໍຖ້າຮັບການປິ່ນປົວສຸຂະພາບ

“ສິດທິ​ຂອງ​ພວກແມ່ຍິງ​ກໍ​ຄື​ສິດ​ທິມະນຸດ.” ຖ້ອຍ​ຄຳ​ເຫລົ່າ​ນີ້ເປັນ ພາກສ່ວນ​ສຳຄັນ​ສ່ວນ​ນຶ່ງ​ຂອງ​ຄຳ​ປະກາດ​ທີ່ໄດ້​ມີ​ການ​ຮັບຮອງ​ເອົາ​ຢ່າງ​ເປັນ​ເອກ​ກະສັນກັນ ​ໂດຍ​ກອງ​ປະຊຸມແມ່ຍິງ​ໂລກ​ຄັ້ງ​ທີ່​ສີ່​ ຂອງ​ອົງການ​ສະຫະ​ປະ​ຊາ​ຊາດ​ ທີ່​ນະຄອນຫລວງ​ປັກ​ກິ່ງ ປະ​ເທດ​ຈີນ ​ເມື່ອ​ປີ 1995.

ລັດຖະມົນຕີຕ່າງປະ​ເທດ​ສະຫະລັດ​ ທ່ານ​ນາງ​ຮິ​ລ​ແລຣີ ຄລິນ​ຕັນ ​ໄດ້​ໃຫ້ ຂໍ້​ສັງ​ເກດ​ກ່ຽວ​ກັບຄຳ​ປະກາດ​ທີ່​ວ່າ​ນັ້ນ ​ໃນ​ລະ​ວ່າງ​ການ​ໄປ​ຢ້ຽມຢາມ​ຈີນ ຂອງ​ທ່ານ​ນາງ​ເມື່ອ​ໝໍ່ໆ​ມາ​ນີ້ ຊຶ່ງ​ຢູ່​ທີ່ນັ້ນ ທ່ານ​ນາງ​ໄດ້ມີ​ໂອກາດ​ພົບ​ປະ​ກັບແມ່ຍິງ​ຈຳນວນ​ນຶ່ງ ຈາກກຸ່ມພວກແມ່ຍິງທີ່​ທ່ານ​ນາງ​ເຄີຍ​ໄດ້ພົບປະ​ມາ​ກ່ອນ​ແລ້ວ ເວລາທ່ານ​ນາງເຂົ້າຮ່ວມກອງ​ປະຊຸມຄັ້ງ​ປະຫວັດສາດດັ່ງກ່າວໃນປີ 1995 ​ໃນ​ຖານະ​ເປັນ​ສັດຕຣີໝາຍ​ເລກ​ນຶ່ງ​ຂອງ​ສະຫະ​ລັດນັ້ນ.

ທ່ານ​ນາງຄລິນ​ຕັນໄດ້​ກ່າວ​ເຖິງ​ພວກ​ປະ​ເທດ​ທີ່​ເຂົ້າຮ່ວມ​ໃນ​ກອງ​ປະຊຸມ​ຄັ້ງ ນັ້ນ​ວ່າ “ຂ້າພະ​ເຈົ້າຄິດ​ວ່າ ​ນັບ​ຕັ້ງ​ແຕ່​ນັ້ນ​ມາ​ພວກ​ເຮົາໄດ້​ສ້າງ​ຄວາມ​ກ້າວ​ໜ້າອັນ​ໃຫຍ່​ຫລວງ ​ແລະບັດ​ນີ້ພວກ​ເຮົາ​ມີ​ແມ່ຍິງ​ຫລາຍ​ຄົນ ທີ່ສາມາດ​ກຳ ໜົດວິຖີ​ຊີວິດ​ຂອງພວກ​ເຂົາ​ເຈົ້າ​ເອງ​ ໄດ້​ຫລາຍ​ກວ່າ​ຄັ້ງ​ໃດ​ໃນ​ປະ​ຫວັດ​ສາດ​ຂອງ​ມະນຸດ. ​ທ່າ​ນນາງ​ກ່າວ​ຕໍ່​ໄປ​ວ່າ “​ແຕ່​ວ່າ​ເວລາ​ນີ້ ​ຍັງ​ມີ​ຢູ່ຫລາຍໆ​ບ່ອນ ​ທີ່ການ​ສຶກສາ​ຍັງ​ບໍ່​ໄປ​ຮອດ​ທົ່ວ​ເຖິງ​ກັນ ຍັງບໍ່​ມີ​ການ​ຮັກສາ​ສຸຂະພາບ ຍັງ​ບໍ່ ໜ້າ​ວຽກ ບໍ່​ມີການ​ເຝິກອົບຮົມ ​ຫລື​ມີ​ສິນ​ເຊື່ອ​ຢ່າງ​ທົ່ວ​ເຖິງ​ກັນນັ້ນ​ຢູ່ ຊຶ່ງ​ສິ່ງ​ເຫລົ່າ​ນີ້​ເປັນປັດ​ໃຈ​ຫລັກໃນ​ການ​ມີ​ຄວາມສາມາດທີ່​ຈະ​ດຳ​ເນີນ​ຊີວິດໄປ​ຕາມ​ວິຖີ​ທາງ​ທີ່​ພວກ​ເຂົາ​ເຈົ້າກຳໜົດ​ເອົາເອງ​.”

ປັດຈຸບັນ​ນີ້ ລັດຖະບານ​ປະທານາທິບໍດີ ບາ​ຣັກ ​ໂອ​ບາ​ມາ ກຳລັງດຳ​ເນີນ​ງານ​ໃນ​ຫລາຍ​ດ້ານ​ດ້ວຍ​ກັນ ​ເພື່ອ​ສົ່ງ​ເສີມ​ສິດ​ທິຂອງ​ພວກ​ແມ່ຍິງ​ຢູ່​ໃນ​ທົ່ວ​ໂລກ ຊຶ່ງກະຊວງ​ຕ່າງປະ​ເທດ​ສະຫະລັດໄດ້​ຮັບ​ມອບ​ໝາຍ​ວຽກ​ງານ​ສ່ວນ​ໃຫຍ່ ໃນ​ດ້ານການປະສານ​ງານ​ກ່ຽວ​ກັບ​ເລຶ່ອງນີ້ ຜ່ານຫ້ອງການ​ວ່າ​ດ້ວຍ​ບັນຫາ​ຕ່າງໆຂອງ​ແມ່ຍິງ​ທົ່ວໂລກ​ຂອງລັດຖະ ມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ.

ໃນ​ລາຍ​ງານ​ສະ​ບັບນຶ່ງ​ທີ່​ອອກເມື່ອ​ໝໍ່ໆ​ມາ​ນີ້ ຫ້ອງການ​ດັ່ງກ່າວ​ໄດ້​ໃຫ້​ລາຍ​ລະອຽດ​ ກ່ຽວ​ກັບວຽກງານ​ຂອງ​ຕົນ​ກັບ​ທະບວງ​ກົມຕ່າງໆ​ຂອງ​ກະຊວງ​ຕ່າງ ປະ​ເທດ ກັບ​ອົງການ​ຕ່າງໆ​ຂອງສະຫະ​ປະຊາ​ຊາດ ​ແລະ​ພາຄີ​ໃນ​ພາກສ່ວນ​ ສາທາລະນະ​ແລະ​ເອກ​ກະ​ຊົນອື່ນໆ ​ເພື່ອ​ສົ່ງ​ເສີມ​ໂຄງການ​ຕ່າງໆ ທີ່ຈະ​ປັບ ປຸງຊີວິດ​ຄວາມ​ເປັນ​ຢູ່​ຂອງ​ພວກ​ແມ່ຍິງ​ແລະ​ເດັກ​ຍິງ​ໃນ​ທົ່ວ​ໂລກ ​ໃຫ້​ດີ​ຂຶ້ນ. ດັ່ງ​ທີ່ທ່ານ​ນາງ​ລັດຖະມົນຕີ​ຕ່າງປະ​ເທດ​ຄລິນ​ຕັນ​ໄດ້​ໃຫ້​ຂໍ້​ສັງ​ເກດ​ ​ໃນ​ໂອ ກາດ​ຄົບຮອບ 15 ປີ​ຂອງ​ກອງ​ປະຊຸມ​ແມ່ຍິງ​ໂລກ​ທີ່​ປັກ​ກິ່ງ​ນັ້ນ ກໍ​ແມ່ນວ່າ “ຄວາມ​ກ້າວໜ້າ​ຂອງ​ພວກ​ແມ່ຍິງ ກໍ​ຄືຄວາມ​ກ້າວໜ້າຂອງ​ມະນຸດ​.”

ກະຊວງ​ຕ່າງປະ​ເທດ​ສະຫະລັດ​ປະຕິບັດ​ງານ ​ໄປສູ່​ການ​ລວມ​ເອົາພວກແມ່ ຍິງ ​ເຂົ້າ​ໃນພາກສ່ວນ​ການ​ເມືອງ​ແລະເສ​ດຖະກິດຂອງປະ​ເທດ​ ​ເພື່ອໃຫ້​ແມ່ຍິງ​ມີ​ໂອກາດເທົ່າ​ທຽມ​ກັນໃນ​ການ​ໄດ້​ຮັບ​ການ​ສຶກສາ ​ແລະ​ການ​ຮັກສາ​ສຸຂະພາບ​ທີ່​ມີຄຸນ​ນະພາ​ບ ​ແລະ​ປະຕິ​ບັດ​ງານ​ເພື່ອປົດ​ປ່ອຍ​ພວກ​ແມ່ຍິງ​ທັງ ຫລາຍໃຫ້ຫລຸດ​ພົ້ນ ຈາກໄພຂົ່ມຂູ່​ຂອງຄວາມ​ຮຸນ​ແຮງ​. ​ລາຍ​ງານ​ດັ່ງກ່າວ ເວົ້າວ່າ ເພື່ອ​ໃຫ້​ບັນລຸ​ເປົ້າໝາຍ​ເຫລົ່າ​ນີ້​ ຫ້ອງການ​ວ່າ​ດ້ວຍ​ບັນຫາ​ຂອງແມ່ ຍິງ​ທົ່ວໂລກ ​ຈຶ່ງ​ທຳງານ​ເພື່ອລວມ​ເອົາ​ບັນຫາ​ຕ່າງໆ​ຂອງ​ພວກ​ແມ່ຍິງ​ ​ເຂົ້າ​ໃນ​ການ​ຕັດສິນ​ໃຈຕ່າງໆ​ທາງດ້ານນະ​ໂຍບາຍ​ຕ່າງປະ​ເທດ​ສະຫະລັດ ​ແລະ​ການປະຕິບັດ​ການ​ຕ່າງໆ​ຂອງ​ກະຊວງ​ຕ່າງປະ​ເທດ​ສະຫະລັດ ຢ່າງ​ເຕັມ​ສ່ວນ ​ເຊັ່ນ​ຈັດ​ຕັ້ງ​ໂຄງການ​ແລະ​ການ​ເປັນ​ພາຄີ​ຕ່າງໆຂຶ້ນ ທັງໃນ​ແບບ​ສອງຝ່າຍ​ແລະຫລາຍ​ຝ່າຍ​ ເພື່ອພິທັກ​ປົກ​ປ້ອງແລະໃຫ້​ອຳນາດ​ແກ່​ພວກ​ແມ່ຍິງ ປະຕິບັດ​ງານ​ເພື່ອ​ເສີມ​ຂະຫຍາ​ຍການ​ປະຕິ​ຮູບ​ດ້ານ​ກົດໝາຍ ​ແລະ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ໂຄງຮ່າງ​ປະ​ຕິ​ບັດ​ການ​ຂອງ​ລະ​ວ່າງ​ຊາດ ​ເພື່ອ​ການ​ພິທັກ​ປົກ​ປ້ອງ​ສິດທິ​ຕ່າງໆ ຂອງ​ພວກ​ແມ່ຍິງ​ ​ແລະ​ພົວພັນ​ໃນ​ການ​ເອື້ອມ​ມືໄປ​ຫາ​ພວກ​ແມ່ຍິງ​ຢ່າງ​ເປີດ​ເຜີຍ​ ​ແລະດຳ​ເນີນ​ການ​ທູດ​ມະຫາຊົນ​ ​ໃນ​ແບບທີ່​ຍືນ​ຍົງ​ແລະ​ຮອບດ້ານ.

ສະຫະລັດແມ່ນ​ຊຸກຍູ້ແລະ​ສົ່ງ​ເສີມ ​ການ​ປົກ​ປ້ອງ​ພວກ​ທີ່​ໄດ້​ຮັບເຄາະ​ຮ້າຍ​ຈາກ​ການ​ປະຕິບັດ​ຄວາມ​ຮຸນ​ແຮງ​ບົນ​ພື້ນຖານ​ແຫ່ງ​ເພດ ການ​ປ້ອງ​ກັນ​ບໍ່​ໃຫ້ ມີ​ການ​ກະທຳຄວາມ​ຮຸນ​ແຮງທຳນອງນັ້ນ​ ການ​ປະຕິ​ຮູບ​ດ້ານ​ກົດໝາຍ ​ແລະ​ ​ການ​ດຳ​ເນີນ​ຄະດີ​ພວກ​ທີ່​ກໍ່​ອາຊະຍາ​ກຳ​ເຫລົ່າ​ນີ້. ນອກ​ນີ້​ແລ້ວ ສະຫະລັດ​ຍັງພະຍາຍາມຊອກຫາ​ວິທີ​ທາງ ເພື່ອ​ແກ້​ໄຂສາ​ເຫດ​ຕົ້ນຕໍ​ຂອງ​ສິ່ງ​ລົບ​ກວນເຫລົ່ານັ້ນ ຊຶ່ງເວົ້າສຸດໆ​ແລ້ວກໍແມ່ນໝາຍ​ເຖິງສະຖານະພາບ​ທີ່​ບໍ່​ເທົ່າ​ທຽມ​ກັນຂອງ​ພວກ​ແມ່ຍິງ​ໃນ​ທົ່ວໂລກ​. ການ​ປັບປຸງຊີວິດ​ຄວາມ​ເປັນ​ຢູ່​ຂອງ​ພວກ​ແມ່ຍິງ​ໃນ​ທົ່ວ​ໂລກ​ເປັນ​ພາລະກິດ ທີ່​ໜ້າ​ຢ້ານ​ກົວ ​ແຕ່​ກໍ​ຈຳ​ເປັນ. ​ດັ່ງ​ທີ່​ສຸພາສິດ​ເກົ່​າ​ແກ່​ບົດ​ນຶ່ງ​ຂອງຈີນເວົ້າວ່າ “ພວກ​ແມ່ຍິງ​ແມ່ນ​ກວມ​ເອົາ​ເຄິ່ງນຶ່ງ​ຂອງ​ຜືນ​ຟ້າ​ທັງ​ໝົດ” ຫລື​ອີກ​ຄວາມ​ໝາຍ​ນຶ່ງ​ກໍ​ແມ່ນ​ວ່າ ພວກ​ແມ່ຍິງປະກອບ​ເປັນ​ຈຳນວນ​ຫລາຍ​ເຖິງເຄິ່ງນຶ່ງ​ຂອງ​ປະຊາກອນ​ໂລກ​ທັງໝົດ”

XS
SM
MD
LG