ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທະຫານເຮືອແມ່ຍິງບອກວ່າ ກອງທັບເຮືອໃຫ້ ຜົນຕອບແທນຄຸ້ມຄ່າ (​ເບິ່ງ​ວີ​ດີ​ໂອ​ລາວ/ອັງກິດ)


ເນື່ອງ​ໃນ​ວັນ​ແມ່ຍິງ​ສາກົນ ວັນ​ທີ 8 ມີນາຜ່ານ​ມາ​ນີ້ ອັນດັບ​ຕໍ່​ໄປ ວີ​ໂອ​ເອ ຂໍ​ສະ​ເໜີ​ລາຍ​ງານ ກ່ຽວ​ກັບ​ທະຫານ​​ແມ່ຍິງ​ຢູ່​ໃນ​ກອງທັບ​ເຮືອ​ຂອງ​ສະຫະລັດ. ເມື່ອ​ໝໍ່ໆ​ມາ​ນີ້ ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ​ໄດ້​ປະກາດ​​ວ່າ ຕົນຈະ​ເປີດ​ຮັບ​ເອົາ​​ແມ່ຍິງ​ເຂົ້າຮັບ​ໃຊ້​ໃນ​ກອງທັບ​​ເພີ່ມ​ຂຶ້ນອີກ 14,000 ຄົນ. ​ແຕ່​ວ່າ​ ຢູ່ໃນ​ສະພາບ​ແວດ​ລ້ອມ​ທີ່​ມີ​ແຕ່​ພວກຜູ້​ຊາຍ​​ເປັນສ່ວນ​ໃຫຍ່​ນັ້ນ​ ມີ​ສິນ​ຍ້ອມ​ໃຈ​ຫຍັງ​ແດ່​ທີ່ອາດ​ດົນ​ໃຈ​ໃຫ້​ພວກ​​ແມ່ຍິງ​ສະ​ໜັກ​ເຂົ້າຮັບ​ ໃຊ້​ໃນກອງທັບ ຫລາຍ​ຂຶ້ນ? ຜູ້​ສື່​ຂ່າວ​ວີ​ໂອ​ເອ ​Guita Aryan ​ໄດ້ໃຊ້​ເວລາ​ສອງ​ສາມ​ມື້​ປະ​ຈໍາ​ຢູ່​ເທິງ​ກໍ່າ​ປັ່ນ​ບັນທຸກ​​ເຮືອບິ​ນ U.S.S. Abraham Lincoln ​ແລະ​ມີ​ໂອກາດ​ໄດ້​ໂອ້​ລົມ​ສົນທະນາ​ກັບ​ພວກ​ທະຫານ​ແມ່ຍິງ​ຢູ່​ເທິງ​ກໍ່າ​ປັ່ນ​ ກ່ຽວ​ກັບວ່າ​ດ້ວຍ​ເຫດໃດ​ພວກ​ເຂົາ​ເຈົ້າຈຶ່ງ​ເຂົ້າມາ​ຮັບ​ໃຊ້​​ໃນຢູ່​ກອງທັບ​ເຮືອ. ທອງ​ປານ ​ແລະ ດາຣາ ມີ​ເລຶ່ອງນີ້​ມາສະ​ເໜີ​ທ່ານ​.

ເບິ່ງ​ວີ​ດີ​ໂອ​ລາຍ​ງານ​ເປັນ​ພາສາ​ລາວ:

ຮ້ອຍ​ໂທ Megan Donnelly ​ເປັນ​ຄົນ​ນຶ່ງ​ໃນ​ຈໍານວນ​ແມ່ຍິງ 770 ທີ່ປະຈໍາການ​ຢູ່​ເທິງ​
ກໍ່າ​ປັ່ນ​ບັນທຸກເຮືອບິນ Abraham Lincoln ​ແລະ​ກໍ​ເປັນ​ນາຍ​ທະຫານ​ຄົນ​ນຶ່ງ​ທີ່​ຂັບ​ກໍ່າ​ປັ່ນ​
ໜັກ 97,5​00 ​ໂຕນ ລໍາ​ນັ້ນ ອອກ​ຈາກ​ອ່າວ​ເປີ​ເຊຍ ຜ່ານ​ຊ່ອງ​ແຄບ​ຮໍ​ມູສ ​ເມື່ອ​ວັນ​ທີ່ 14 ​
ເດືອນ​ກຸມພາ ຊຶ່ງ​ຮ້ອຍ​ໂທ​ ດອນ​ເນລລີ ກ່າວ​ວ່າ​ ມັນ​ເປັນ​ວຽກ​ທີ່​ທ້າທາຍ​ຢ່າງ​ໃຫຍ່​ອັນ​ນຶ່ງ.

“ຂ້ອຍ​ຄຸ້ມ​ຄອງ 15 ຫາ 20 ຄົນ ຢູ່ຫໍ​ບັງຄັບ​ເຮືອ​ໃນ​ແຕ່​ລະເທື່ອ. ​ວຽກ​ຂອງ​
ຂ້ອຍກໍ​ຄືຄຸ້ມ​ຄອງ​ພວກ​ເຂົາ​ເຈົ້າທັງ​ໝົດນັ້ນ​ແທນ​ກັບຕັນ​ ​ເພື່ອບໍ່ໃຫ້ເພິ່ນ​ຕ້ອງ​ໄດ້
ຄຸມ​ເອງ ​ແລະ​ເພີ່ນ​ເອງ​ກໍ​ຈະ​ໄດ້​ເພັ່ງ​ເລັງ​ໃສ່​ວຽກ​ອື່ນ​ທີ່​ໃຫຍ່ກ່ວານັ້ນ.”

ຮອ້ຍ​ໂທ ດອນ​ເນລລີ ​ຮຽນຈົບ​ຈາກ​ສະ​ຖາ​ບັນ​ກອງທັບ​ເຮືອ​ສະຫະລັດ ແລະໄດ້​ຮັບ​ການ
ເຝິກ​ອົບ​ລົມ​ເປັນ​ນັກ​ບິນ​ກອງທັບ​ເຮືອ ​ແຕ່ຕອນ​ນີ້ໄດ້​ມາ​ຮັບ​ໜ້າ​ທີ່​ເປັນ​ເຈົ້າໜ້າ​ທີ່​ປະ​ຈໍາ​ຫໍບັງ
ຄັບ​ເຮືອ​ ອັນ​ເປັນ​ພາກ​ສ່ວນນຶ່ງ​ຂອງ​ວຽກງານ​ໝຸນ​ວຽນຂອງ​ນາງ. ນອກ​ນີ້​ ຮ້ອຍ​ໂທດອນ​
ເນລລີຍັງ​ໄດ້​ຮັບ​ລາງວັນຈາກ​ກອງ ທັບ​ເຮືອ ຍ້ອນ​ຄວາມ​ສາມາດ​ໃນການນໍາ​ພາຂອງ​ນາງ ​
ໂດຍເປັນ​ແມ່ຍິງ​ຄົນ​ທໍາ​ອິດ​ຢູ່​ເທິງ​ກໍ່າ​ປັ່ນລໍາ​ນີ້ ທີ່​ໄດ້​ຮັບ​ກຽດ​ດັ່ງກ່າວ.

ຮ້ອຍ​ໂທ Nicole Rosales ​ເປັນແພດ​ຍິງພຽງ​ຄົນ​ດຽວຢູ່​ເທິງ​ກໍ່າ​ປັ່ນ ຊຶ່ງ​ນາງ​ກ່າວ​ວ່າ
ການໄດ້ເຂົ້າມາ​ຮັບ​ໃຊ້​ຢູ່​ໃນ​ກອງທັບ​ເຮືອ​ນັ້ນ ນັບ​ວ່າ​ໄດ້ຜົນຕອບ​ແທນ​ທີ່​ຄຸ້ມ​ຄ່າຫລາຍ.

ຮ້ອຍ​ໂທ Nicole Rosales ນາຍ​ແພດ​ກອງ​ທອັບ​ເຮືອ​ສະຫະລັດ ທີ່​ປະ​ຈໍາ​ການ​ຢູ່​ນໍາ​ກໍາ​ປັ່ນ​ບັນທຸກ​ເຮືອບິນ USS Abraham Lincoln
ຮ້ອຍ​ໂທ Nicole Rosales ນາຍ​ແພດ​ກອງ​ທອັບ​ເຮືອ​ສະຫະລັດ ທີ່​ປະ​ຈໍາ​ການ​ຢູ່​ນໍາ​ກໍາ​ປັ່ນ​ບັນທຸກ​ເຮືອບິນ USS Abraham Lincoln

“ກອງທັບ​ເຮືອ​ບໍ່​ພຽງ​ແຕ່​ໄດ້
ຈ່າຍ​ຄ່າ​ຮຽນ​ແພດ​ໃຫ້​ຂ້ອຍ​
ເທົ່າ​ນັ້ນ ​ແຕ່ຍັງໄດ້​ອໍານວຍ​
ໂອກາດໃຫ້ຂ້ອຍ​ໄດ້​ຮັບ​ໃຊ້​
ຢູ່​ເທິງ​ກໍ່າ​ປັ່ນ​ບັນທຸກ​ເຮືອບິນ ​
ແລະ​ໄດ້​ຮັບ​ໃຊ້​ໃນ​ໂຮງໝໍ​
ທະຫານ​ຫລາຍໆ​ແຫ່ງ​ຕ່າງ​
ກັນ ຢູ່​ໃນທົ່ວ​ສະຫະລັດ.”


ດອກ​ເຕີ Rosales ​ເບິ່ງເຫັນອາຊີບ​ທະຫານ​ເຮືອ​ຂອງ​ນາງ​ວ່າ ​ເປັນໂອກາດໄດ້​ຮັບ​ໃຊ້​
ປະ​ເທດ​ຊາດ ພ້ອມ​ທັງເຫັນໂລກໄປນໍາ. ນອກ​ນີ້​ ດອກ​ເຕີ Rosales ຍັງສະ​ແດງ​ຄວາມ​
ຍິນ​ດີ​ກັບ​ຄໍາ​ປະກາດ​ຂອງ​ກະຊວງ​ປ້ອງ​ກັນ​ປະ ​ເທດ​ ກ່ຽວ​ກັບ​ການ​ເປີດ​ໂອກາດ​ດ້ານ
ວຽກງານ​ໃຫ້​ແມ່ຍິງ​ເພິ່ມຂຶ້ນນັ້ນ ​ເພາະນາງ​ເຊື່ອ​ວ່າ​ ກອງທັບ​ເຮືອ​ຕ້ອງການ ພາບ​ພົດ​ທີ່​
ເປັນ​ແມ່ຍິງ​ຫລາຍ​ຂຶ້ນ.

ພວກ​ແມ່ຍິງ​ທີ່​ສະມັກ​ເຂົ້າຮັບ​ໃຊ້​ຢູ່​ໃນ​ກໍ່າ​ປັ່ນ Lincoln ນັ້ນ ຕ່າງກໍ​ມີ​ເຫດຜົນ​ຂອງ​ຕົນ​ເອງ.
ສ່ວນ​ຫລາຍ​ແມ່ນ​ພວກ​ທີ່​ຮຽນ​ຈົບ​ອຸດົມສົມບູນ​ ​ແລະຊອກ​ຫາ​ທາງ​ ​ຊ່ວຍ​ເຫລືອ​ຄອບຄົວ​
ຂອງພວກ​ເຂົາ​ເຈົ້າ. ນາງ Amber Mentzer ຢາກ​ທ້ອນ​ເງິນໃຫ້ໄດ້​ຈໍານວນ​ນຶ່ງ ​ໃນ​ລະ
ຫວ່າງ​ຮັບ​ໃຊ້​ເປັນ​ເວລາ 4 ປີ​ນັ້ນ ​ແລະ​ແລ້ວ​ກໍຈະ​ລາ​ອອກ​ຈາກກອງທັບ​ເຮືອ ​ແຕ່​ບໍ່​ແມ່ນ
ຍ້ອນ​ວ່າບໍ່​ມັກວຽກ​ນີ້.

“ຖ້າ​ເຮົາ​ສະມັກເຂົ້າມາຮ່ວມ ​ດ້ວຍ​ການ​ມີ​ທັດສະນະ​ໃນ​ທາງ​ບວກ​ ​ແລະ​
ເຮັດ​ໃນ​ສິ່ງ​ທີ່​ຈໍາ​ເປັນ​ຕ້ອງ​ເຮັດ​ນັ້ນ​ແລ້ວ ​ເຮົາ​ກໍ​ຈະສະບາຍ. ຂ້ອຍ​ບໍ່​ມີ
ບັນຫາ​ຫຍັງ ກັບເລື່ອງວຽກ​ ແລະທຸກໆ​ຄົນກໍ​ໄດ້​ຮັບ​ການປະຕິບັດ​ຕໍ່​ຢ່າງ​
ເທົ່າ​ທຽມ​ກັນ.

ນາງ Mentzer ຢາກໄປ​ຮຽນ​ຕໍ່ມະຫາ​ວິທະຍາ​ໄລ​ ຫລັງ​ຈາກ​ອອກ​ຈາກ​ກອງທັບ​ເຮືອ
ແລ້ວ ​ແຕ່​ ​ນາງ Ingry Pimentel ນັ້ນ ​ຕັ້ງ​ໃຈ​ຈະ​ຢູ່​ຕໍ່​ໄປ. ລາວ​ກ່າວ​ວ່າ:

“ຂ້ອຍ​ວ່າ​ຈະ​ຍຶດ​ເອົາ​ອາຊີບ​ນີ້​ເລີຍ. ຂ້ອຍ​ມາ​ຢູ່​ນີ້​ໄດ້ 8 ​ເດືອນ​ແລ້ວ.
ຂ້ອຍ​ມີ​ແຜນ​ຈະ​ຍຶດ​ເປັນ​ອາຊີບ​ເລີຍ ຂ້ອຍ​ມັກມັນ.”

ທະຫານຍິງ​ທັງ​ສີ່​ຄົນ​ທີ່​ກ່າວ​ມາ​ນີ້ ບໍ່ມີ​ຄວາມ​ຈົ່ມວ່າ​ທີ່​ຮ້າຍ​ແຮງ​ໃດໆ​ກ່ຽວ​ກັບການຈໍາ
ແນ​ກກີດ​ກັນທາງ​ເພດ. ​ແຕ່​ຮ້ອຍ​ໂທ Donnelly ທີ່​ໄດ້​ຮັບ​ໃຊ້​ຢູ່ໃນ​ກອງ​ທັບ​ເຮືອ​ ມາ​ໄດ້
10 ປີ​ແລ້ວ​ນັ້ນ ມີ​ມຸມ​ມອງ​ທີ່​ກວ້າງ​ໄກ​ກວ່າ

“​ແທ້ໆ​ແລ້ວ​ຂ້ອຍ​ບໍ່​ເຄີຍ​ມີ​ບັນຫາ​ຫຍັງ. ຂ້ອຍ​ແນ່​ໃຈ​ວ່າ​ ກ່ອນ​ຂ້ອຍມາ
ເຂົ້າ ກອງທັບເຮືອ​ນັ້ນ ມັນ​ຄົງລໍາ​ບາກ​ຫລາຍ​ກວ່າ​ໃນ​ຕອນ​ນີ້ ​ແຕ່​ກໍ​ມີ​
ບໍ່​ເທົ່າ​ໃດ​ຄົນ ທີ່​ຂ້ອຍ​ພົບເຫັນ​ວ່າ ​ບໍ່​ສະໜັບ​ສະ​ໜຸນຢ່າງ​ຈົງ​ໃຈ.”

ແມ່ຍິງພວກ​ນີ້ແຕ່ລະຄົນ ​ແມ່ນ​ໄດ້​ເຂົ້າຮັບ​ໃຊ້​ໃນ​ກອງທັບ​ເຮືອ​ ​ໂດຍມີ​ເຫດຜົນ​ທີ່ແຕກ
ຕ່າງ​ກັນ​ໄປ ​ແຕ່​ມີ​ສິ່ງ​ນຶ່ງ​ທີ່​ເຂົາ​ເຈົ້າມີ​ຮ່ວມ​ກັນ ​ກໍ​ຄືການ​ທີ່​ໄດ້​ຈາກ​ບ້ານ​ແລະ​ຄອບຄົວ
ມາເປັນ​ເວລາ​ຫລາຍ​ເດືອນ​ໃນ​ແຕ່​ລະ​ຄັ້ງ. ​ແລ​ະທັງ​ໝົດສີ່​ຄົນນັ້ນເຫັນ​ພ້ອມ​ນໍາກັນວ່າ​
ກອງທັບ​ເຮືອ​ມີ​ລະບົບ​ສະໜັບສະໜຸນ​ທີ່​ດີ ທັງ​ສໍາລັບ​ພວກ​ທະຫານ​ທີ່​ອອກ​ໄປ​ປະຕິບັດ
ໜ້າ​ທີ່ ​ແລະສໍາລັບ​ຄອບຄົວ​ຂອງ​ພວກ​ເຂົາ​ເຈົ້າຢູ່​ທາງບ້ານ​ນັ້ນ​ນໍາ.

ເບິ່ງ​ວີ​ດີ​ໂອ​ລາຍ​ງານ​ ​ພາສາ​ອັງກິດ:

XS
SM
MD
LG