ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ແມ່ຍິງ ເວເນຊູເອລາ ເດີນຂະບວນຕໍ່ຕ້ານ ປະທານາທິບໍດີ ທ່ານ ນິກໂຄລາ ມາດູໂຣ


ນາງ Lilian Tintori, ນັ່ງຢູ່ແຖວໜ້າ ຄົນທີສີ່ນັບຈາກຂວາ, ພັນລະຍາຂອງຜູ້ນຳຝ່າຍຄ້ານທີ່ຖືກຈັບເຂົ້າຄຸກ ທ່ານ Leopoldo Lopez, ນຳໜ້າໃນການນັ່ງປະ ທ້ວງ ກີດກັນ
ເສັ້ນທາງດ່ວນ Franciso Fajardo ຫຼັງຈາກການເດີນຂະບວນຂອງແມ່ນຍິງ ຕໍ່ຕ້ານ ການປາບປາມ ໄດ້ຖືກຂັດຂວາງຈາກການໄປເຖິງກະຊວງ ພາຍໃນ ທີ່ນະຄອນຫຼວງ ກາຣາກັສ, ປະເທດ ເວເນຊູເອລາ. 6 ພຶດສະພາ, 2017.
ນາງ Lilian Tintori, ນັ່ງຢູ່ແຖວໜ້າ ຄົນທີສີ່ນັບຈາກຂວາ, ພັນລະຍາຂອງຜູ້ນຳຝ່າຍຄ້ານທີ່ຖືກຈັບເຂົ້າຄຸກ ທ່ານ Leopoldo Lopez, ນຳໜ້າໃນການນັ່ງປະ ທ້ວງ ກີດກັນ ເສັ້ນທາງດ່ວນ Franciso Fajardo ຫຼັງຈາກການເດີນຂະບວນຂອງແມ່ນຍິງ ຕໍ່ຕ້ານ ການປາບປາມ ໄດ້ຖືກຂັດຂວາງຈາກການໄປເຖິງກະຊວງ ພາຍໃນ ທີ່ນະຄອນຫຼວງ ກາຣາກັສ, ປະເທດ ເວເນຊູເອລາ. 6 ພຶດສະພາ, 2017.

ພວກແມ່ຍິງເປັນຮ້ອຍໆຄົນ ທີ່ນຸ່ງເຄື່ອງເປັນສີຂາວໝົດ ພາກັນເດີນຂະບວນຢູ່ໃນນະ ຄອນຫຼວງຂອງປະເທດ ເວເນຊູເອລາ ໃນວັນເສົາວານນີ້ ສືບຕໍ່ການປະທ້ວງທີ່ມີມາ
ໄດ້ດົນກວ່ານຶ່ງເດືອນ ຕ້ານປະທານທາທິບໍດີ Nicolas Maduro.

ການເຕົ້າໂຮມກັນດັ່ງກ່າວ ທີ່ນຳໂດຍພວກຜູ້ນຳແລະບັນດາສະມາຊິກສະພາຝ່າຍຄ້ານ ໄດ້ພາກັນຍ່າງໄປ ກະຊວງພາຍໃນ ເພື່ອປະນາມການກົດຂີ່ໜີບເຕັງຕໍ່ພວກປະທ້ວງ
ທັງຫຼາຍ ທີ່ໜ່ວຍຮັກສາຄວາມປອດໄພໄດ້ຖິ້ມແກັສນໍ້າຕາໃສ່ພວກເຂົາເຈົ້າ.

ພວກຕຳຫຼວດໃນຊຸດປ້ອງກັນການຈະລາຈົນ ໄດ້ກີດກັນບໍ່ໃຫ້ພວກປະທ້ວງເຂົ້າເຖິງ
ກະຊວງ ດັ່ງກ່າວ. ພວກນັກຂ່າວເວົ້າວ່າ ໄດ້ມີການປະທະກັນຢູ່ເປັນບ່ອນໆ ລະຫວ່າງ
ພວກປະທ້ວງກັບຕຳຫຼວດຢູ່ໃນະຄອນຫຼວງ ກາຣາກັສ.

ພວກປະທ້ວງພາກັນຮຽກຮ້ອງໃຫ້ເລື່ອນການເລືອກຕັ້ງປະຈຳລັດອອກໄປ ແຕ່ໃຫ້ຈັດ ການເລືອກຕັ້ງປະທານາທິບໍດີກ່ອນກຳນົດໃນປີ 2018. ທ່ານ ມາດູໂຣ ກ່າວຫາຝ່າຍ
ຄ້ານ ວ່າພະຍາຍາມກໍ່ລັດຖະປະຫານ ແລະກຳລັງຂຽນລັດຖະທຳມະນູນຂຶ້ນມາໃໝ່.

ນອກຈາກນີ້ແລ້ວ ກໍຍັງມີການໂຮມຊຸມນຸມທີ່ຄ້າຍໆຄືກັນ ຢູ່ໃນອີກຫຼາຍໆຫົວເມືອງຂອງ
ປະເທດ.

ການເດີນຂະບວນປະທ້ວງ ໄດ້ມີຂຶ້ນນຶ່ງມື້ ລຸນຫຼັງຊາຍໜຸ່ມຄົນນຶ່ງ ໄດ້ຖືກຍິງໃສ່ຫົວ ໃນ
ລະຫວ່າງການປະທະກັນ ລະຫວ່າງພວກປະທ້ວງກັບກຳລັງຮັກສາຄວາມປອດໄພ ເຮັດ
ໃຫ້ຈຳນວນຜູ້ເສຍຊີວິດ ຍ້ອນການປະທະກັນເຊັ່ນນັ້ນ ໃນລະຫວ່າງ 5 ອາທິດຜ່ານມາ
ເພີ່ມຂຶ້ນເປັນ 37 ຄົນ. ຈຳນວນພວກບາດເຈັບແມ່ນ ມີຫຼາຍກວ່າ 700 ຄົນ.

ນອກນັ້ນ ໃນວັນສຸກຜ່ານມາ ພວກຊາຍໜຸ່ມກຸ່ມນຶ່ງ ໃນລັດ ຊູເລຍ ຂອງ ເວເນຊູເອລາ ຍັງໄດ້ພາກັນທຳລາຍອະນຸສາວະລີຂອງມື້ລາງຜູ້ນຳຄົນກ່ອນຄືທ່ານ ຮິວໂກ ຊາເວສ
ນຳ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG