ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແມ່ຍິງ ເວເນຊູເອລາ ເດີນຂະບວນຕໍ່ຕ້ານ ລັດຖະບານຂອງທ່ານ ມາດູໂຣ


ນາງ Lilian Tintori (ກາງ), ພັນລະຍາຂອງຜູ້ນຳພັກການ
ເມືອງຝ່າຍຄ້ານທີ່ຖືກຂັງຄຸກຢູ່ ທ່ານ Leopoldo Lopez ເດີນທາງຮອດທີ່ຊຸມນຸມເພື່ອຮຽກຮ້ອງ ໃຫ້ມີການລົງປະຊາ
ມະຕິ ເພື່ອປົດປະທານາທິບໍດີິ Nicolas Maduro ອອກຈາກຕຳແໜ່ງໃນນະຄອນຫຼວງ Caracas. 22 ຕຸລາ, 2016.
ນາງ Lilian Tintori (ກາງ), ພັນລະຍາຂອງຜູ້ນຳພັກການ ເມືອງຝ່າຍຄ້ານທີ່ຖືກຂັງຄຸກຢູ່ ທ່ານ Leopoldo Lopez ເດີນທາງຮອດທີ່ຊຸມນຸມເພື່ອຮຽກຮ້ອງ ໃຫ້ມີການລົງປະຊາ ມະຕິ ເພື່ອປົດປະທານາທິບໍດີິ Nicolas Maduro ອອກຈາກຕຳແໜ່ງໃນນະຄອນຫຼວງ Caracas. 22 ຕຸລາ, 2016.

ແມ່ຍິງຫຼາຍພັນຄົນໄດ້ເດີນຂະບວນຢູ່ຖະໜົນເສັ້ນຕ່າງໆໃນນະຄອນຫຼວງ Caracas, ປະ ເທດ ເວເນຊູເອລາ ໃນວັນເສົາວານນີ້ ເພື່ອປະທ້ວງ ຕໍ່ກັບການສັ່ງຢຸດຊົ່ວຄາວ ກ່ຽວກັບ ຄວາມພະຍາຍາມລົງປະຊາມະຕິ ທີ່ອາດນຳໄປສູ່ການຂັບໄລ່ປະທານາທິບໍດີ Nicolas Maduro ອອກຈາກຕຳແໜ່ງນັ້ນ.

ພວກປະທ້ວງ, ນຳໜ້າໂດຍນາງ Lilian Tintori ແລະ ນາງ Patricia Gutierrez ພັນລະ ຍາຂອງບັນດານັກການເມືອງທີ່ຖືກຂັງຄຸກ ແລະ ເປັນກະບອກສຽງຕໍ່ຕ້ານລັດຖະບານໃນ ປະຈຸບັນທີ່ຮູ້ຈັກດີ, ໄດ້ປິດຖະໜົນຫຼວງທີ່ສຳຄັນເພື່ອສະແດງໃຫ້ເຫັນຄວາມບໍ່ພໍໃຈຕໍ່ລັດ ຖະບານຂອງທ່ານ Maduro.

ພະນັກງານຊັບພະຍາກອນມະນຸດ ນາງ Nayiber Brancho ໄດ້ກ່າວວ່າ “ພວກເຮົາມາ ຢູ່ທີ່ນີ້ເພື່ອຮຽກຮ້ອງເອົາຄວາມເຄົາລົບນັບຖືຕໍ່ລັດຖະທຳມະນູນ, ຕໍ່ປະຊາຊົນຊາວ ເວ ເນຊູເອລາ ໃຫ້ມີການເລືອກຕັ້ງເພື່ອຫຼຸດພົ້ນຈາກລະບອບຜະເດັດການນີ້.”

ບັນດາຜູ້ສະໜັບສະໜູນພັກຝ່າຍຄ້ານ ເຂົ້າຮ່ວມໃນການຊຸມນຸມເດີນຂະບວນ ເພື່ອຮຽກຮ້ອງໃຫ້ມີ ການລົງປະຊາມະຕິດ ເພື່ອເຄື່ອນຍ້າຍປະທານາທິບໍດີ Nicolas Maduro ອອກຈາກຕຳແໜ່ງ ໃນນະຄອນຫຼວງ Caracas. 22 ຕຸລາ 2016.
ບັນດາຜູ້ສະໜັບສະໜູນພັກຝ່າຍຄ້ານ ເຂົ້າຮ່ວມໃນການຊຸມນຸມເດີນຂະບວນ ເພື່ອຮຽກຮ້ອງໃຫ້ມີ ການລົງປະຊາມະຕິດ ເພື່ອເຄື່ອນຍ້າຍປະທານາທິບໍດີ Nicolas Maduro ອອກຈາກຕຳແໜ່ງ ໃນນະຄອນຫຼວງ Caracas. 22 ຕຸລາ 2016.

ບັນດາເຈົ້າໜ້າທີ່ການເລືອກຕັ້ງຂອງ ເວເນຊູເອລາ ໄດ້ຢຸດການພະຍາຍາມລົງປະຊາມະ ຕິໃນວັນພະຫັດທີ່ຜ່ານມາ ຫຼັງຈາກການໂຄສະນາຫາສຽງທີ່ມີມາເກືອບໜຶ່ງປີຂອງພັກ ຝ່າຍຄ້ານ.

ບັນດາເຈົ້າໜ້າທີ່ທີ່ກ່າວຫາວ່າມີການສໍ້ໂກງເກີດຂຶ້ນຢູ່ໃນຂັ້ນຕອນການລວບລວມເອົາ ລາຍເຊັນເພື່ອການລົງປະຊາມະຕິ ກ່ຽວກັບ ຜູ້ນຳສັງຄົມນິຍົມຄົນດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ


XS
SM
MD
LG