ພວກແມ່ຍິງແລະເດັກນ້ອຍໃນເຂດຊົນນະບົດຂອງລາວຍັງຕ້ອງການທີ່ຈະໄດ້ຮັບການບໍລິການໃນດ້ານສາທາລະນະສຸກຢ່າງທົ່ວເຖິງ ເນຶ່ອງຈາກອັດຕາການເສຍຊີວິດຂອງເດັກນ້ອຍ ແລະແມ່ຍິງຂະນະຕັ້ງທ້ອງໃນລາວຍັງສູງຫລາຍເມື່ອທຽບກັບປະເທດສະມາຊິກໃນກຸ່ມອາຊຽນດ້ວຍກັນ.
ເຈົ້າໜ້າທີ່ຂັ້ນສູງໃນຄະນະກຳມາທິການເພື່ອແມ່ແລະເດັກແຫ່ງຊາດລາວໄດ້ໃຫ້ການຍອມຮັບວ່າ ການພັດທະນາລະບົບການໃຫ້ບໍລິການດ້ານສາທາລະນະສຸກ ສຳຫລັບພວກແມ່ຍິງແລະເດັກນ້ອຍໃນລາວນັບແຕ່ປີ 1998 ເປັນຕົ້ນມາຈົນເຖິງປັດຈຸບັນນີ້ ຍັງຄົງດຳເນີນໄປຢ່າງຊັກຊ້າ ເມື່ອທຽບກັບແຜນການແລະເປົ້າໝາຍທີ່ໄດ້ວາງເອົາໄວ້ ທັງນີ້ໂດຍປາກົດວ່າໃນປັດຈຸບັນອັດຕາການເສຍຊີວິດຂອງແມ່ຍິງບໃນລາວໃນຂະນະຕັ້ງທ້ອງນັ້ນ ຍັງສູງເຖິງ 200 ຄົນຕໍ່ 1 ແສນຄົນ ສ່ວນອັດຕາການເສຍຊີວິດຂອງເດັກນ້ອຍທີ່ອາຍຸຕ່ຳກວ່າ 5 ປີ ກໍຍັງສູງກວ່າ 60 ຄົນຕໍ່ 1,000 ຄົນ ຊຶ່ງນອກຈາກຈະຖືເປັນປະເທດນຶ່ງທີ່ມີອັດຕາສະເລ່ຍການເສຍຊີວິດ ຂອງແມ່ແລະເດັກສູງທີ່ສຸດໃນກຸ່ມອາຊຽນແລ້ວ ກໍຍັງຈັດໃຫ້ຢູ່ໃນກຸ່ມປະເທດທີ່ຕ້ອງດຳເນີນການພັດທະນາ ລະບົບໃຫ້ບໍລິການດ້ານສາທາລະນະສຸກຢ່າງຮີບດ່ວນອີກດ້ວຍ ໂດຍສະເພາະແມ່ນລະບົບການໃຫ້ບໍລິການດ້ານສາທາລະນະສຸກ ໃນເຂດຊົນນະບົດນັ້ນ.
ສາເຫດທີ່ເຮັດໃຫ້ລະບົບໃຫ້ບໍລິການດ້ານສາທາລະນະສຸກໃນລາວມີການພັດທະນາຢ່າງຊັກຊ້ານັ້ນກໍຍ້ອນວ່າລັດຖະບານລາວມີງົບປະມານຢ່າງຈຳກັດທີ່ຖູກສົມທົບດ້ວຍບັນຫາວິກິດການທາງເສດຖະກິດໃນ ເອເຊຍເມື່ອປີ 1997 ແລະບັນຫາວິກິດການທາງການເງິນໃນສະຫະລັດທີ່ໄດ້ສົ່ງຜົນກະທົບເຖິງການເສດ ຖະກິດໂດຍລວມຂອງລາວໃນປັດຈຸບັນນີ້ດ້ວຍ. ຍິ່ງໄປກວ່ານັ້ນ ການທີ່ລາວຍັງມີປະຊາກອນທີ່ທຸກຍາກ ຄິດເປັນສັດສ່ວນທີ່ສຸງເຖິງ 25 ເປີເຊັນ ຂອງຈຳນວນປະຊາກອນທັງໝົດຂອງປະເທດ ແລະເມື່ອປະກອບ ກັບການທີ່ປະຊາຊົນບັນດາເຜົ່າທີ່ເປັນຊົນຊາດຕ່າງໆນັ້ນ ຍັງຂາດຄວາມຮູ້ຄວາມເຂົ້າໃຈດ້ານສາທາລະນະ ສຸກດ້ວຍແລ້ວ ກໍຍັງເຮັດໃຫ້ເປັນອຸບປະສັກຕໍ່ການພັດທະນາດ້ານສາທາລະນະສຸກໃນເຂດຊົນນະບົດອີກດ້ວຍ. ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນກະຊວງສາທາລະນະສຸກຂອງລາວໄດ້ໃຫ້ການຊີ້ແຈງເຖິງສະພາບການທີ່ເປັນຢູ່ໃນປັດຈຸບັນ ແລະສາເຫດຂອງບັນຫາດັ່ງກ່າວນີ້ໃນຕອນນຶ່ງວ່າ.
ໃນປັດຈຸບັນນີ້ໃນທົ່ວປະເທດລາວ ມີໂຮງໝໍຈຳນວນທັງໝົດ 148 ແຫ່ງ ໂດຍແບ່ງເປັນໂຮງໝໍຂັ້ນແຂວງ 12 ແຫ່ງ ຂັ້ນເມືອງ 128 ແຫ່ງ ຂັ້ນສູນກາງ 3 ແຫ່ງ ແລະໂຮງໝໍລະດັບພາກ 5 ແຫ່ງ ຄລີນິກຂອງ ເອກະຊົນ 254 ແຫ່ງ ສ່ວນສຸກສາລາໃນເຂດຊົນນະບົດນັ້ນກໍມີຢູ່ພຽງ 726 ແຫ່ງ ແລະມີຮ້ານຂາຍຢາ ພຽງ 1977 ແຫ່ງເທົ່ານັ້ນໃນທົ່ວປະເທດ. ແຕ່ຢາງໃດກໍຕາມ ລະບົບໃຫ້ບໍລິການດ້ານສາທາລະນະສຸກເຫລົ່ານີ້ຍັງຄົງສາມາດໃຫ້ບໍລິການແກ່ປະຊາຊົນ ລາວໄດ້ໃນສັດສ່ວນພຽງແຕ່ບໍ່ເຖິງ 60 ເປີເຊັນຂອງຈຳນວນປະຊາກອນທັງໝົດໃນລາວເທົ່ານັ້ນ ຊຶ່ງກໍໝາຍຄວາມວ່າມີປະຊາກອນລາວກວ່າ 40 ເປີເຊັນທີ່ບໍ່ມີໂອກາດໄດ້ຮັບການບໍລິການດ້ານສາທາລະນະ ສຸກຂອງລັດຖະບານເລີຍນັ້ນເອງ.