ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທີມຊັອຟບອລຍິງ ໄດ້ເປີດການແຂ່ງຂັນ ກິລາໂອລິມປິກໂຕກຽວປີ 2020 ທີ່ໄດ້ຖືກເລື່ອນມາປີນີ້ ຍ້ອນການລະບາດຂອງໂຄວິດ


ນາງ Yukiko Ueno ໃນທີມຍີ່ປຸ່ນແກວ່ງບານ ໃນຂະນະທີ່ມີການແຂ່ງຂັນຊັອຟບອລລະຫວ່າງຍີ່ປຸ່ນກັບອອສເຕຣເລຍຢູ່ງານແຂ່ງຂັນກິລາໂອລິມປິກລະດູຮ້ອນປີ 2020 ໃນວັນທີ 21 ກໍລະກົດ, 2021, ໃນເມືອງ Fukushima ຂອງຍີ່ປຸ່ນ (ພາບໂດຍ AP Photo/Jae C. Hong)
ນາງ Yukiko Ueno ໃນທີມຍີ່ປຸ່ນແກວ່ງບານ ໃນຂະນະທີ່ມີການແຂ່ງຂັນຊັອຟບອລລະຫວ່າງຍີ່ປຸ່ນກັບອອສເຕຣເລຍຢູ່ງານແຂ່ງຂັນກິລາໂອລິມປິກລະດູຮ້ອນປີ 2020 ໃນວັນທີ 21 ກໍລະກົດ, 2021, ໃນເມືອງ Fukushima ຂອງຍີ່ປຸ່ນ (ພາບໂດຍ AP Photo/Jae C. Hong)

ທີມຊັອຟບອລຍິງຂອງຍີ່ປຸ່ນໄດ້ຊະນະທີມອອສເຕຣເລຍຢ່າງສິ້ນເຊີງ ດ້ວຍຄະແນນ 8 ຕໍ່ 1 ໃນວັນພຸດມື້ນີ້ ເພື່ອເລີ້ມຕົ້ນເປີດການແຂ່ງຂັນກິລາໂອລິມປິກໂຕກຽວ.

ການແຂ່ງຂັນກິລາທີ່ຊັກຊ້າມາເປັນເວລາ 1 ປີ ຍ້ອນການແຜ່ລະບາດຢ່າງໜັກຂອງພະຍາດນັ້ນ ໄດ້ເລີ່ມຕົ້ນຂຶ້ນແບບງຽບໆ ໃນເວລາທີ່ນັກແກວ່ງບານຍີ່ປຸ່ນ, ນາງຢູກິໂກະ ເອີໂນະ (Yukiko Ueno) ໄດ້ແກວ່ງບານລູກທຳອິດ ໃຫ້ແກ່ຜູ້ເລີ້ມຕົ້ນຕີບານຄົນທໍາອິດໃນທີມອອສເຕຣເລຍ, ນາງ ມີແຊລ ຄອກສ໌ (Michelle Cox) ທີ່ສະໜາມກິລາທີ່ເກືອບວ່າເປົ່າແປນໝົດຢູ່ທີ່ເມືອງຟູກູຊີມະ (Fukushima) ທາງຕາເວັນອອກສຽງເໜືອຂອງປະເທດ ຊຶ່ງເປັນບ່ອນທີ່ມີໄພພິບັດດ້ານນິວເຄຼຍໃນປີ 2011 ນັ້ນ.

ອອສເຕຣເລຍໄດ້ນຳໜ້າ 1-0 ໃນການແຂ່ງຂັນນັດທຳອິດພາຍຫລັງທີ່ນາງເອີນໂນະ (Ueno) ພາດການຈັບເອົາບານທີ່ຜູ້ຕີບານສົ່ງມາ ແລະຈັບໄດ້ສອງລູກຕໍ່ມາຊຶ່ງເຮັດໃຫ້ນາງຄັອກສ໌ (Cox) ສາມາດທໍາຄະແນນໄດ້. ແຕ່ປະເທດເຈົ້າພາບກໍໄດ້ຟື້ນຕົວຄືນຢ່າງໄວວາ, ຄວ້າເອົາຄະແນນໃຫ້ສະເໝີກັນໃນນັດດຽວກັນນັ້ນ, ຫຼັງຈາກນັ້ນກໍໄດ້ 2 ຄະແນນຈາກການແລ່ນຢູ່ຈຸດສາມ ແລະອີກ 3 ຄະແນນໃນຈຸດສີ່ຂອງເດີ່ນ. ເກມໄດ້ສິ້ນສຸດລົງຫລັງຈາກນາງຢູ ຢາແມມໂມໂຕະ (Yu Yamamoto) ຕີເຂົ້າໂກນສອງລູກ ໃນນັດທີ່ຫ້າທີ່ໄດ້ກະຕຸ້ນໃຫ້ກໍາມະການໄດ້ເອົາກົດແຫ່ງຄວາມເມດຕາອອກມາໃຊ້.

ການແຂ່ງຂັນລະຫວ່າງຍີ່ປຸ່ນ-ອອສເຕຣເລຍແມ່ນການແຂ່ງຂັນຄູ່ທຳອິດຂອງ 3 ເກມທີ່ກຳນົດຈັດຂຶ້ນໃນວັນພຸດມື້ນີ້. ສະຫະລັດຊະນະອີຕາລີ 2 ຕໍ່ 0 ໃນເກມທີ 2, ໂດຍທີ່ນາງແຄັດ ອອສເຕີແມນ (Cat Osterman) ອາຍຸ 38 ປີ ທີ່ຊະນະຫຼຽນຄຳໃນທີມສະຫະລັດໃນປີ 2004 ແລະຫລຽນເງິນໃນປີ 2008, ໂດດເດັ່ນອອກມາຊະນະຜູ້ຕີບານ 9 ຄັ້ງ ໃນຂະນະທີ່ຍອມເສຍພຽງຄັ້ງດຽວໃນການຫລິ້ນ 6 ນັດ.

ເມັກຊິໂກແລະການາດາໄດ້ຖືກຈັດໃຫ້ຫລິ້ນໃນການແຂ່ງຂັນຄູ່ທີສາມທີ່ສະໜາມ ກິລາເບສບອລຟູກູຊິມະ ອະຊຸມະ (Fukushima Azuma).

ການແຂ່ງຂັນເຕະບານຍິງຮອບທໍາອິດມີກຳນົດຈະຈັດຂຶ້ນໃນວັນພຸດມື້ນີ້ທີ່ນະຄອນຫລວງໂຕກຽວ.

ການແຂ່ງຂັນກິລາໂອລິມປິກໂຕກຽວກຳລັງດຳເນີນໄປຢູ່ພາຍໃຕ້ສະພາວະສຸກເສີນທີ່ເກີດຈາກໄວຣັສໂຄໂຣນາ ໂດຍມີອັດຕາການເພີ່ມຂຶ້ນ ຂອງການຕິດພະ ຍາດ COVID-19 ແລະອັດຕາການສັກຢາວັກຊີນຕໍ່າ. ມາຮອດປະຈຸບັນຢ່າງໜ້ອຍ ມີ 70 ຄົນ ທີ່ພົວພັນກັບການແຂ່ງຂັນກິລານີ້ ໄດ້ກວດພົບວ່າມີ COVID-19 ນັບຕັ້ງແຕ່ນັກກິລາໄດ້ເລີ່ມມາຮອດບ້ານໂອລິມປິກໃນນະຄອນຫລວງໂຕກຽວ.

ຜູ້ຈັດງານໂອລິມປິກໄດ້ຫ້າມບໍ່ໃຫ້ຄົນເຂົ້າຊົມການແຂ່ງຂັນໃດໆເລີຍ ຍ້ອນວ່າປັດຈຸບັນມີຄົນຕິດເຊື້ອໃໝ່ເພີ່ມຂຶ້ນຫລາຍ.

ທີມບານບ້ວງແຫ່ງຊາດຂອງເມັກຊິໂກໄດ້ຖືກຈັດໃຫ້ຢູ່ບ່ອນການກັກກັນຕົວໃນນະຄອນຫລວງເມັກຊິໂກຊິຕີ ຫຼັງຈາກນັກເຕະສອງຄົນໄດ້ກວດພົບວ່າ ຕິດພະຍາດ COVID-19 ກ່ອນທີ່ພວກເຂົາເຈົ້າຈະມີກໍານົດເດີນທາງໄປປະເທດຍີ່ປຸ່ນໄດ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG