ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໗ ກັນຍາ ໒໐໒໓

ແມ່ຍິງຄົນນຶ່ງ ເສຍຊີວິດ ໃນລະຫວ່າງ ການປະທ້ວງ ຢູ່ ກຳປູເຈຍ (ສະໄລດ໌)


ຕຳຫຼວດກຳລັງຈັບຊາຍຄົນນຶ່ງ ໃນລະຫວ່າງການປະທະກັນກັບ ພວກແຮງງານ ທີ່ໂຮງງານຕັດຫຍິບ ໃນກຸງພະນົມເປັນ. ວັນທີ 12 ພະຈິກ 2013.
ພວກ​ນັກ​ເຄື່ອນ​ໄຫວ​ກຳປູ​ເຈຍ​ກ່າວ​ວ່າ ​ແມ່ຍິງ​ຄົນ​ນຶ່ງ​ຖືກ​ຍິງ​ຕາຍ
​ໃນ​ວັນອັງຄານ​ວານ​ນີ້​ໃນ​ຂະນະ​ທີ່​ເກີດການ​ປະ​ທະກັນລະຫວ່າງ​
ຕຳ​ຫຼວດປາບ​ການ​ຈະລາຈົນ​ແລະ​ພວກ​ແຮງ​ງານຈຸ​ນຶ່ງທີ່​ພາກັນ
​ນັດ​ຢຸດ​ງານ ໃນ​ໂຮງງານ​ຕັດຫຍິບ ໃນ​ນະຄອນຫຼວງພະ​ນົມ​ເປັນ.

ບັນດາ​ເຈົ້າ​ໜ້າ​ທີ່​ຈາກ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Licadho ກ່າວ
​ວ່າ ຢ່າງ​ນ້ອຍ​ພວກປະ​ທ້ວງ​ຕື່ມ​ອີກ 5 ຄົນ​ ໄດ້​ຮັບ​ບາດ​ເຈັບ​ເຊັ່ນ
​ກັນ​ຈາກ​ລູກປືນ ​ເວລາ​ຕຳຫຼວດ​ເລີ້ມ​ລົງມື​ໃນ​ອັນ​ທີ່​ເຂົາ​ເຈົ້າ​ເອີ້ນ
​ວ່າ “ການ​ປາບ​ປາມ​ທີ່​ໂຫດ​ຫ້ຽມ” ຕໍ່​ການ​ປະ​ທ້ວງ​ນັ້ນ.

ພວກ​ແຮງ​ງານ​ຫຼາຍ​ຮ້ອຍ​ຄົນ​ຈາກ​ໂຮງງານ SL Garment Processing Ltd​. ທີ່​ສິງກະໂປ​ເປັນ​ເຈົ້າ​ຂອງ​ພະຍາຍາມເດີນ​ຂະ​ບວນໄປ​ຫາ​ບ້ານ​ພັກ​ຂອງ​ນາຍົກລັດຖະມົນຕີຮຸນ​ແຊນ ​ເພື່ອ​ຮ້ອງຂໍໃຫ້​ປັບປຸງ​ສະພາບ​ການ​ເຮັດ​ວຽກ​ເຮັດ​ການ​ແລະຂໍຂຶ້ນ​ເງິນ​ເດືອນ​.

ພວກ​ທີ່​ເຫັນ​ເຫດການ​ກ່າວ​ວ່າ ພວກ​ປະ​ທ້ວງ​ພາກັນ​ແກວ່ງ​ກ້ອນ​ຫິນ​ແລະ​ເອົາ​ໄຟຈູດ​ເຜົາ​ລົດ​ຕຳຫຼວດ​ຄັນ​ນຶ່ງ​ໃນ​ຂະນະ​ທີ່​ພວກ​ຕຳຫຼວດ​ທຳ​ການ​ຕອບ​ໂຕ້​ດ້ວຍ​ການສີດນ້ຳ​ເຂົ້າ​ໃສ່ ຕະຫຼອດ​ທັງໃຊ້ແກ​ສນ້ຳຕາ​ແລະໃຊ້​ລູກກະ​ສູນ​ປືນ​ແທ້​ຍິງໃສ່​ພວກ​ປະ​ທ້ວງ. ບັນດາ​ນັກເຄື່ອນ​ໄຫວ​ກ່າວ​ວ່າ ​ແມ່ຍິງ​ຄົນ​ທີ່​ເສຍ​ຊີວິດ​ໄປ​ນີ້​ກຳລັງ​ຂາຍ​ເຂົ້າ​ຢູ່​ເລາະແຄມ​ຖະໜົນ​ສາຍນຶ່ງ.

ທັງ​ຝ່າຍຕຳຫຼວດ ທີ່​ກ່າວ​ກັນ​ວ່າ​ໄດ້​ທຳ​ການ​ຈັບ​ກຸມ​ປະຊາຊົນ​ຢ່າງ​ນ້ອຍ 10 ຄົນນັ້ນ ບໍ່​ໄດ້ໃຫ້​ຄວາມ​ເຫັນ​ໃດໆ​ອອກ​ມາ​ກ່ຽວ​ກັບ​ເຫດການ​ດັ່ງກ່າວ.

​ໄດ້​ມີ​ການ​ຈົ່ມ​ທຸກ​ເພີ່ມ​ຂຶ້ນ​ເລື້ອຍໆ​ມາ ກ່ຽວ​ກັບ​ຄ່າ​ຈ້າງ​ຫຼື​ເງິນ​ເດືອນ​ຕໍ່າ ​ແລະ​ສະພາບ​ການບ່ອນ​ເຮັດ​ວຽກ​ເຮັດ​ການບໍ່​ດີ​ໃນ​ໂຮງງານ​ແຫ່ງ​ຕ່າງໆ​ໃນ​ກຳປູ​ເຈຍ ຊຶ່ງ​ໄດ້​ນຳພາ​ໃຫ້​ມີ​ການປະ​ທ້ວງ​ແລະ​ນັດ​ຢຸດ​ງານ​ຫຼາຍ​ຄັ້ງຈາກ​ພວກ​ແຮງ​ງານ​ທີ່​ໂມ​ໂຫ​ໂທ​ໂສ​ນັ້ນ.

​ໂຮງງານ SL Garment Processing ຫຍິບ​ເຄື່ອງນຸ່ງ​ໃຫ້​ບໍ​ລິ​ສັດ Gap, H&M, ​ແລະ​ຫຍີ່​ຫໍ້​ອື່ນໆ​ຂອງ​ໂລກ.


XS
SM
MD
LG