ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ແມ່ຍິງອອສເຕຣເລຍ ຖືກກ່າວຟ້ອງ ໃນຂໍ້ຫາ ຄາດຕະກຳ ເດັກນ້ອຍ 8 ຄົນ


ຜູ້ຍິງຄົນນຶ່ງ ຮ້ອງໄຫ້ ໃນລະຫວ່າງ ພິທີທາງສາສະໜາ ເພື່ອລະນຶກເຖິງ ພວກເດັກນ້ອຍ 8 ຄົນ ຜູ້ທີ່ໄດ້ເສຍຊີວິດໄປນັ້ນ ໃນຄຸ້ມ Manoora ຢູ່ຊານເມືອງ Cairns ຂອງອອສເຕຣເລຍ, ວັນທີ 21 ທັນວາ 2014.
ຜູ້ຍິງຄົນນຶ່ງ ຮ້ອງໄຫ້ ໃນລະຫວ່າງ ພິທີທາງສາສະໜາ ເພື່ອລະນຶກເຖິງ ພວກເດັກນ້ອຍ 8 ຄົນ ຜູ້ທີ່ໄດ້ເສຍຊີວິດໄປນັ້ນ ໃນຄຸ້ມ Manoora ຢູ່ຊານເມືອງ Cairns ຂອງອອສເຕຣເລຍ, ວັນທີ 21 ທັນວາ 2014.

ຕຳຫລວດ​ອອສ​ເຕຣ​ເລຍ ​ໄດ້ກ່າວ​ຟ້ອງຮ້ອງ​ຜູ້ຍິງ​ຄົນ​ໜຶ່ງ ​ໃນ​ຂໍ້​ຫາ
​ແທງ​ ​ເດັກນ້ອຍ 8 ຄົນ ​ຕາຍ.

ຕຳຫລວດ​ລັດ Queensland ກ່າວ​ວ່າ ນາງ Mersane Warria
​ໄວ 37 ປີ ໄດ້​ຖືກ​ກ່າວ​ຟ້ອງ ໃນ​ວັນ​ອາທິດ​ມື້​ນີ້ ​ໃນຂໍ້​ຫາຄາດ​ຕະກຳ
8 ກະ​ໂທ​ງ ຊຶ່ງ​ການ​ກ່າວ​ຟ້ອງດັ່ງກ່າວ ​ໄດ້​ມີ​ຂຶ້ນ ໃນ​ຂະນະ​ທີ່ນາງ
ນອນ​ຢູ່​ຕຽງ​ ໃນ​ໂຮງໝໍ​ເມືອງ Cairns ບ່ອນ​ທີ່​ນາງກຳລັງ​ຟື້ນ​ໂຕ ​
ຈາກ​ບາດ​ແຜຂອງ​ການ​ຖືກ​ແທງ​ນັ້ນ.

ຜູ້ຍິງ​ຄົນ​ນັ້ນ ​ແມ່ນ​ເປັນ​ແມ່​ຂອງ​ພວກ​ເດັກນ້ອຍ 7 ຄົນ. ສ່ວນ
​ຜູ້​ທີ 8 ນັ້ນ ​ເປັນ​ຫລານ​ສາວຂອງ​ນາງ.

​ເຈົ້າໜ້າ​ທີ່ຕຳຫລວດ​ລັດ Queensland ​ໄດ້ຖືກ​ເອີ້ນ​ໃຫ້​ໄປເຮືອນ ຫຼັງໜຶ່ງ ​ທີ່ຄຸ້ມ Manor
ໃນເຂດ​ຊານ​ເມືອງ Cairns ​ເມື່ອ​ຕອນ​ເຊົ້າຂອງ​ວັນ​ສຸກຜ່ານ​ມາ ​ແລະ​ໄດ້​ພົບ​ເຫັນ​ວ່າ ມີ​
ຜູ້ຍິງຄົນ​ໜຶ່ງ​ ໄດ້​ຮັບ​ບາດ​ເຈັ​ບ ​ແລະຊາກສົບຂອງ​ພວກ​ເດັກນ້ອຍ ຍິງ 4 ຄົນ ​ແລະ ​ຊາຍ
4 ຄົນ ​ທີ່​ມີອາຍຸແຕ່ 18 ​ເດືອນ ຫາ 14 ປີ.

ຕຳຫລວດ​ໄດ້​ຕິດ​ຕໍ່​ຫາ​ພໍ່​ ຂອງ​ພວກ​ເດັກນ້ອຍ​ເຫຼົ່ານັ້ນ ທັງ​ໝົດ 5 ຄົນ. ບັນດາ​ເຈົ້າໜ້າ​ທີ່​
ຍັງ​ບໍ່​ໄດ້​ໃຫ້ຮູ້ເທື່ອວ່າ ພວກ​ເດັກນ້ອຍ​ຕາຍ​ແນວ​ໃດ.

ຕຳ​ຫລວດ ​ໄດ້​ຮັບເອົາ​ຄຳ​ໃຫ້ການ​ ຂອງ​ພວກ​ເຫັນເຫດ​ການ ຫຼາຍກວ່າ 100 ຄົນ.

AUSTRALIA STABBIING VO
please wait

No media source currently available

0:00 0:00:43 0:00

XS
SM
MD
LG