ທະນາຍຄວາມຂອງແມ່ຍິງທີ່ກ່າວຫາ ທ່ານ ແບຣັດ ຄາແວນໍ ຜູ້ຖືກສະເໜີຊື່ໃຫ້ ເປັນ
ຜູ້ພິພາກສາສານສູງສຸດວ່າລວນລາມທາງເພດຜູ້ກ່ຽວເມື່ອ 30 ປີກ່ອນໜ້ານີ້ນັ້ນເວົ້າ
ວ່າ ທ່ານນາງຢາກໃຫ້ອົງການສືບລັບສັນຕິບານກາງ ຫລື FBI ດໍາເນີນການສືບສວນ
ເລື່ອງດັ່ງກ່າວ ກ່ອນໜ້າທີ່ທ່ານນາງຈະໄປໃຫ້ການຢ່າງເປີດເຜີຍ ໄດ້.
ທ່ານ ຄາແວນໍ ປະຕິເສດຕໍ່ຄໍາກ່າວຫາດັ່ງກ່າວ ແລະປາກົດວ່າ ທ່ານຈະເວົ້າເລື້ອງ
ຂອງທ່ານໃຫ້ຄະນະກຳມະການຕຸລາການສະພາສູງຟັງ ໃນວັນຈັນໜ້ານີ້.
ທ່ານນາງ ຄຣິສຕິນ ແບລຊີ ຝອດ (Christine Blasey Ford) ຜູ້ທີ່ກ່າວຫາທ່ານນັ້ນ
ກໍຖືກເຊີນມາໃຫ້ການເຊັ່ນດຽວກັນ. ແຕ່ວ່າທະນາຍຄວາມຂອງທ່ານນາງຝອດເວົ້າຢູ່
ໃນຈົດໝາຍສະບັບນຶ່ງທີ່ສົ່ງຫາ ທ່ານ ຈຊັກ ແກຣສລີ (Chuck Grassley) ປະທານ
ຂອງຄະນະກຳມະການ ດັ່ງກ່າວ ໃນວັນອັງຄານວານນີ້ວ່າສະມາຊິກສະພາສູງບາງຄົນ
ຢູ່ໃນຄະນະກຳ ມະການນັ້ນ "ປາກົດວ່າໄດ້ຕັດສິນໃຈໄວ້ແລ້ວ" ແລະກໍເຊື່ອທ່ານ
ຄາແວນໍ ຢູ່ ແລ້ວ.
ຈົດໝາຍສະບັບນັ້ນຍັງລະບຸອີກວ່າ "ການສືບສວນຢ່າງເຕັມສ່ວນໂດຍເຈົ້າໜ້າທີ່ປະ
ຕິບັດກົດໝາຍ ຈະຮັບປະກັນໄດ້ວ່າ ຂໍ້ມູນເທັດຈິງທີ່ສໍາຄັນ ແລະພະຍານຢູ່ໃນເລື້ອງ
ນີ້ ຈະໄດ້ຖືກປະເມີນຊັ່ງຊາເບິ່ງແບບບໍ່ເອົາມູມມອງຂອງພັກໃດ ແລະ ຮັບປະກັນວ່າ
ຄະນະກຳມະການໄດ້ຮັບຂໍ້ມູນຢ່າງຄົບຖ້ວນ ກ່ອນຈະມີການດໍາເນີນການຮັບຟັງຄໍາ
ໃຫ້ການ ຫລືກ່ອນຈະມີການຕັດສິນໃຈໃດໆ.”
ບັນດາທະນາຍຄວາມ ເວົ້າວ່າ ທ່ານນາງຝອດ ໄດ້ກາຍມາເປັນເປົ້າຂອງການຖືກຂົ່ມ
ຂູ່ເອົາຊີວິດ ແລະການຮາວີລົບກວນ ແລະທ່ານນາງ ໄດ້ສະແດງຄວາມຢ້ານກົວອອກ
ມາວ່າ ຄະນະກຳມະການຈະມີແຜນໃຫ້ທ່ານນາງ "ຫວນຄືນໄປ ຫາເຫດການທີ່ສະ
ທ້ານສະເທືອນໃຈ ແລະໜ້າຢ້ານກົວນັ້ນອີກ" ໃນຂະນະທີ່ ໃຫ້ການຢູ່ໃນໂຕະດຽວກັນ
ກັບທ່ານຄາແວນໍ ແລະຕໍ່ໜ້າກ້ອງຖ່າຍໂທລະພາບ ທີ່ຈ້ອງຢູ່ນັ້ນ.
ທ່ານ ແກຣສລີ (Grassley) ກ່າວຢູ່ໃນຖະແຫລງການສະບັບນຶ່ງໃນເວລາຕໍ່ ມາວ່າ
"ບໍ່ມີໃຜຄວນຖືກຂົ່ມຂູ່ ແລະຄຸກຄາມ, ແລະ ດຣ. ຝອດກໍບໍ່ຄວນເປັນ ເຊັ່ນນັ້ນຄືກັນ."
ບັນດາສະມາຊິກສະພາສູງ ທີ່ສັງກັດພັກຣີພັບບລີກັນເວົ້າວ່າ ບໍ່ມີແຜນຈະໃຫ້ ທ່ານ
ຄາແວນໍ ແລະທ່ານນາງຝອດ ໄປປາກົດໂຕພ້ອມກັນ, ແລະເວົ້າວ່າ ຄະນະກຳມະ
ການໄດ້ສະເໜີໃຫ້ທ່ານນາງມີໂອກາດໄປປາກົດໂຕໃນການຮັບຟັງຄຳໃຫ້ການແບບ
ສ່ວນຕົວ.