ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ກ່າວວ່າ ລາຄາອາຫານ ໃນໂລກ ຫຼຸດລົງ ເປັນປີທີສີ່ ລຽນຕິດ


ຊາຍຄົນໜຶ່ງ ຍູ້ລໍ້ຊື້ອາຫານ ຢູ່ຕະຫລາດ ທີ່ນະຄອນມົສກູ.
ຊາຍຄົນໜຶ່ງ ຍູ້ລໍ້ຊື້ອາຫານ ຢູ່ຕະຫລາດ ທີ່ນະຄອນມົສກູ.

ລາຄາ​ອາຫານໃນໂລກ​ໄດ້​ຕົກຕ່ຳລົງ​ເປັນ​ປີ​ທີສີ່ຕິດ​ຕໍ່​ກັນ ໃນ​ປີ
2015 ທ່າມກາງ ການມີ​ສະ​ບຽງອາຫານຢ່າງ​ຫຼວງຫລາຍ ​ແລະ
ການ​ຊັກ​ຊ້າ​ລົງ​ຂອງ​ເສດຖະກິດ​ໂລກ​.

ອົງການອາຫານ​ແລະ​ກະ​ເສດ​ສະຫະ​ປະຊາ​ຊາດ ຫຼື FAO ກ່າວ
​ວ່າ​ລາຄາຂອງ​ອາຫານທີ່​ສຳຄັນໆ​ໄດ້​ລຸດລົງ​ 19 ​ເປີ​ເຊັນນຳ​ໂດຍ
ນໍ້ານົມ ​ແລະ​ນໍ້າຕານ.

ທ່ານ Abdolreza Abbassian ນັກ​ເສດຖະສາດອະ​ວຸ​ໂສຂອງ
ອົງການ FAO ກ່າວ​ວ່າ “ມີ​ສະບຽງ​ອາຫານ​ຢ່າງ​ຫຼວງຫຼາຍ ທ່າມ
ກາງ​ຄວາມ​ຕ້ອງການ​ທີ່​ບໍ່​ຄ່ອຍ​ເຂັ້ມ​ແຂງ ​ແລະຄ່າຂອງເງິນ​ໂດ​ລາ
ທີ່​ແຂງ​ຂຶ້ນ ​ເປັນ​ເຫດຜົນອັນ​ສຳຄັນ​ ທີ່​ພາ​ໃຫ້​ມີຄວາມອ່ອນ​ແອທົ່ວ​ໄປທີ່​ຄອບ​ງໍາ​ລາຄາ​ອາຫານໃນ​ປີ 2015.”

ລາຄາຜະລິດຜົນ ຕາມ​ທີ່​ໄດ້​ວັດ​ແທກ​ໂດຍດັດຊະນີ​ລາຄາ​ຂອງ​ອົງການ FAO ໄດ້​ຫລຸດ
ລົງ​ເກືອບ 30 ​ເປີ​ເຊັນ ນັບ​ແຕ່່​ປີ 2011 ​ເປັນຕົ້ນມາ ທັງ​ນີ້ກໍ​ຍ້ອນມີ​ຜະ​ລິດ​ຜົນ​ເພີ້ມຂຶ້ນ.
ດັດ​ຊະນີການ​ວັດ​ແທກ​ປະ​ຈຳ​ເດືອນ​ແມ່ນ​ມີ​ການປ່ຽນ​ແປງ​ລາຄາ​ ​ຂອງອາຫານ​ປະ​ເພດ
​ເມັດ ​ແກ່ນ​ນໍ້າມັນພືດ ຜະ​ລິດ​ຕະພັນ​ນົມ ຊີ້ນ​ແລະ​ນໍ້າຕານ.

​ໃນ​ເດືອນ​ທັນວາຜ່ານ​ມານີ້ ດັດຊະນີດັ່ງກ່າວ​ໄດ້​ຫລຸດ​ລົງ 1 ​ເປີ​ເຊັນ​ ຈາກ​ເດືອນ​ກ່ອນ
ພ້ອມ​ດ້ວຍການ​ຫລດ​ລາຄາຂອງ​ຊີ້ນ ​ເນີຍ ​ແລະອາຫານ​ປະ​ເພດ​ເມັດ ຫລາຍ​ກວ່າການ​
ສູງ​ຂຶ້ນຂອງລາຄາ​ນໍ້າຕານ ​ແລະ​ນໍ້າມັນພືດ.

XS
SM
MD
LG