ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກກິລາບານບ້ວງດາວ​ເດັ່ນຈາ​ກ ສ​ຫລ ຖືກ​ຈຳ​ຄຸກ​ຕໍ່​ໄປອີກສອງ​ເດືອນ​ ຢູ່​ຣັດເຊຍ ຍ້ອນ​ຖືກ​ຂໍ້​ຫາ​ວ່າ​ ມີ​ຢາ​ເສບ​ຕິດ ໃນ​ຄອບ​ຄອງ


ພາບນາງ Brittney Griner ໃນ​ຕອນ​ຫລິ້ນຊ່ວງ​ທຳ​ອິດ​ຂອງ​ການ​ແຂ່ງ​ຂັນ​ບານ​ບ້​ວງ​ຮອບ​ສຸດ​ທ້າຍ​ຂອງທີມ​ WNBA ທີ່​ແຂ່ງ​ກັບທີມ Chicago Sky, ວັນ​ທີ 13 ຕຸ​ລາ, 2021, ໃນ​ນະ​ຄອນ Phoenix, ລັດ​ອາ​ຣີ​ໂຊ​ນາ.
ພາບນາງ Brittney Griner ໃນ​ຕອນ​ຫລິ້ນຊ່ວງ​ທຳ​ອິດ​ຂອງ​ການ​ແຂ່ງ​ຂັນ​ບານ​ບ້​ວງ​ຮອບ​ສຸດ​ທ້າຍ​ຂອງທີມ​ WNBA ທີ່​ແຂ່ງ​ກັບທີມ Chicago Sky, ວັນ​ທີ 13 ຕຸ​ລາ, 2021, ໃນ​ນະ​ຄອນ Phoenix, ລັດ​ອາ​ຣີ​ໂຊ​ນາ.

ນັກກິລາ​ບານບ້ວງມືອາຊີບຂອງສະຫະລັດ, ນາງບ​ຣິດ​ນີ ໄກ​ຣ​ເນີ (Brittney Griner) ຈະຍັງຢູ່ໃນຄຸກ​ຣັດ​ເຊຍອີກຢ່າງໜ້ອຍ 2 ເດືອນ ຫລັງຈາກນາງຖືກກັກຂັງຢູ່ທີ່ສະໜາມບິນມົ​ສ​ກູໃນເດືອນກຸມພາຜ່ານ​ມາໂດຍ​ຖືກຂໍ້ຫາວ່າມີຢາເສບຕິດໄວ້ໃນຄອບຄອງ, ອີງ​ຕາມອົງການຂ່າວ TASS ຂອງຣັດເຊຍທີ່ລາຍງານໃນວັນ
ພະຫັດວານນີ້.

ນາງ​ໄກ​ຣ​ເນີ (Griner), ນັກ​ກິ​ລາ​ທີ່​ໄດ້​ຮັບຫລຽນດາວ​ເດັ່ນ All-Star ເຈັດຄັ້ງ ຖືກກ່າວຫາວ່າ ມີ​ກອກ​ສູບ​ຢາ
ທີ່​ມີ​ນ້ຳ​ມັນ​ກັນ​ຊາຢູ່ໃນຫີບຂອງນາງ.

ລາຍງານນັ້ນໄດ້ອ້າງອີງ​ເຖິງ​ຄຳ​ເວົ້າ​ຂອງສານໃນເມືອງຄິມ​ຄີ (Khimki) ໃນ​ເຂດນະ​ຄອນ​ຫລວງມົສກູ ໂດຍ
ກ່າວວ່າ ຕົນໄດ້ “ອະນຸມັດຄຳຮ້ອງຂໍ ໃຫ້​ມີການສືບ ສວນ ແລະຍືດເວລາການກັກຂັງພົນລະເມືອງສະຫະລັດ,
ນາງໄກ​ຣ​ເນີ ໄປຈົນຮອດວັນທີ 19 ພຶດສະພາ.”

ມີລາຍງານວ່ານາງ​ໄກ​ຣ​ເນີ ຜູ້ທີ່ຫຼິ້ນກິ​ລາຢູ່ໃນຣັດເຊຍໃນລະ​ຫວ່າງລະ​ດູການກິ​ລາ​ຂອງແມ່​ຍິງ WNBA ພັກ
ນັ້ນ ຖືກ​ຂັງຢູ່ຫ້ອງດຽວ​ກັບອີກສອງຄົນ. ມັນບໍ່ເປັນ​ທີ່​ຈະ​ແຈ້ງວ່ານາງຖືກຂັງຢູ່ໃສ.

ນາງ​ໄກ​ຣ​ເນີ, ອາຍຸ 3​1 ປີ, ຖືກກັກຂັງໃນເດືອນກຸມພາທີ່ສະຫນາມບິນເຊີ​ຣີ​ເມ ຕິ​ເຢ​ໂວ (Sheremetyevo)
ຂອງມົ​ສ​ກູ ພາຍ​ຫລັງ​ທີ່​ໄດ້​ເດີນ​ທາງ​ໄປ​ຈາກນິວ ຢອກ. ​ເມື່ອ​ເຈົ້າ​ໜ້າ​ທີ່​ກວດ​ຫີບ​ຂອງ​ນາງ ​ເຂົາ​ເຈົ້າ​ເວົ້າ​ວ່າ ໄດ້​ພົບ​ກອກ​ສູບຢາອັນນັ້ນ.

ຖ້າ​ຫາກ​ຖືກ​ຕັດ​ສິນ​ວ່າມີ​ຄວາມ​ຜິດ, ນາງ​ສາ​ມາດ​ປະ​ເຊີນ​ກັບ​ການ​ຈໍາ​ຄຸກປະມານ 5 ຫາ 10 ປີ.

ໃນຕົ້ນເດືອນນີ້, ລັດຖະມົນຕີການຕ່າງປະເທດສະຫະລັດທ່ານແອນ​ໂທ​ນີ ບ​ລິງ​ເຄັນໄດ້ກ່າວເຖິງກໍລະນີດັ່ງ ກ່າວ.

ທ່ານ​ບ​ລິງ​ເຄັນກ່າວວ່າ "ຂ້າ​ພະ​ເຈົ້າກໍ​ບໍ່ສາມາດເວົ້າໄດ້ຫລາຍ ເມື່ອພິຈາລະນາເຖິງຄວາມເປັນສ່ວນຕົວ
ໃນຈຸດນີ້," "ເມື່ອໃດຫາກ​ມີຊາວອາເມຣິກັນ ຖືກກັກຂັງ ຢູ່ບ່ອນໃດກໍ່ຕາມໃນໂລກນີ້, ແນ່ນອນພວກເຮົາ ພ້ອມທີ່ຈະສະຫນອງການຊ່ວຍ ເຫຼືອໃນ​ທຸກວິ​ທີທາງ ​ເທົ່າທີ່ຈະເຮັດ​ໄດ້, ແລະລວມທັງຢູ່ໃນຣັດເຊຍ."

​ທ່ານ​ກ່າວ​ຕໍ່​ໄປ​ວ່າ "ພວກເຮົາມີທີມງານສະຖານທູດ ທີ່ເຮັດວຽກກ່ຽວກັບກໍລະນີ ຂອງຊາວອາເມຣິກັນ​ຄົນອື່ນໆ ທີ່ຖືກກັກຂັງຢູ່ໃນຣັດເຊຍ. ພວກເຮົາເຮັດທຸກສິ່ງ ທຸກຢ່າງທີ່ພວກເຮົາສາມາດເຮັດ​ໄດ້ເພື່ອໃຫ້ເຫັນ​ວ່າ ສິດທິ ຂອງພວກເຂົາເຈົ້າ ຖືກຢຶດ​ຖື​ໄວ້ ແລະຖືກເຄົາລົບ."

​ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG