ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະຍານຫຼາຍຄົນ ຈະໃຫ້ການກ່ຽວກັບວ່າ ທ່ານທຣຳ ໄດ້ຮຽກຮ້ອງໃຫ້ທ່ານ ເພັນສ໌ ຕ່າວປີ້ນການເລືອກຕັ້ງປີ 2020 ດ້ວຍວິທີໃດ


ແຟ້ມພາບ - ຮອງປະທານາທິບໍດີ ສຫລ ໄມຄ໌ ເພັນສ໌ ແລະປະທານສະພາຕ່ຳ ທ່ານນາງແນນຊີ ເພໂລຊີ ເຂົ້າຮ່ວມໃນພິທີຢືນຢັນ ໂດຍທັງສອງສະພາ ໃນຜົນການເລືອກຕັ້ງປີ 2020 ຢູ່ທີ່ຫໍລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 6 ມິຖຸນາ 2021.
ແຟ້ມພາບ - ຮອງປະທານາທິບໍດີ ສຫລ ໄມຄ໌ ເພັນສ໌ ແລະປະທານສະພາຕ່ຳ ທ່ານນາງແນນຊີ ເພໂລຊີ ເຂົ້າຮ່ວມໃນພິທີຢືນຢັນ ໂດຍທັງສອງສະພາ ໃນຜົນການເລືອກຕັ້ງປີ 2020 ຢູ່ທີ່ຫໍລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 6 ມິຖຸນາ 2021.

ຄະນະກຳມະການສືບສວນສອບ​ສວນ ການກໍ່ຈະລາຈົນຢູ່ທີ່ຫໍລັດຖະສະພາ ສະຫະລັດ ໃນວັນທີ 6 ມັງກອນປີກາຍນີ້ຂອງສະມາຊິກສະພາສູງ ແມ່ນມີກຳນົດທີ່ຈະຮັບຟັງຄຳໃຫ້ການໃນວັນພະຫັດມື້ນີ້ ກ່ຽວກັບວ່າ ອະດີດປະທານາທິບໍດີ ດໍໂນລ ທຣຳ ໄດ້ກົດດັນຮອງປະທານາທິບໍດີ ໄມຄ໌ ເພັນສ໌ ໃນເວລານັ້ນດ້ວຍວິທີໃດ ເພື່ອໃຫ້ທ່ານຢຸດຢັ້ງບໍ່ໃຫ້ລັດຖະສະພາຮັບຮອງໃຫ້ ທ່ານໂຈ ໄບເດັນ ສັງກັດພັກເດໂມແຄຣັດ ທີ່ໄດ້ຊະນະການເລືອກຕັ້ງເປັນປະທານາທິບໍດີ.

ທ່ານເພັນສ໌ ໄດ້ເປັນປະທານກຳກັບໃນພິທີຢູ່ທີ່ລັດຖະສະພາ ໃນຂະນະທີ່ບັນດາສະມາຊິກສະພາ ແມ່ນຢູ່ໃນຂັ້ນຕອນເບື້ອງຕົ້ນຂອງການນັບຄະແນນສຽງຂອງຜູ້ແທນລັດ ຫຼື Electoral College ໃນແຕ່ລະລັດ ເພື່ອຢືນຢັນໄຊຊະນະຂອງທ່ານໄບເດັນ ເມື່ອພວກສະໜັບສະໜຸນທ່ານທຣຳ ປະມານ 2,000 ຄົນ ໄດ້ບຸກເຂົ້າໄປໃນຫໍລັດຖະສະພາ ເພື່ອລົບກວນການປະຕິບັດຂັ້ນຕອນດັ່ງກ່າວນັ້ນ.

ທ່ານທຣຳ ໃນເວລາຢູ່ສ່ວນຕົວ ແລະ ຕໍ່ໜ້າມະຫາຊົນຢູ່ທີ່ການໂຮມຊຸມນຸມ ໃກ້ໆກັບທຳນຽບຂາວ ບໍ່ດົນກ່ອນໜ້າທີ່ລັດຖະສະພາຈະເລີ້ມທຳພິທີດັ່ງກ່າວ ກໍໄດ້ຮຽກຮ້ອງໃຫ້ທ່ານເພັນສ໌ ປະຕິເສດການນັບຄະແນນສຽງຂອງຜູ້ແທນລັດ ຈາກລັດຕ່າງໆບ່ອນທີ່ທ່ານໄບເດັນ ໄດ້ຊະນະດ້ວຍຄະແນນສຽງທີ່ສູສີ ແລະໃຫ້ສົ່ງຜົນຂອງການນັບຄະແນນກັບຄືນໄປລັດທັງຫຼາຍ ບ່ອນທີ່ສະມາຊິກສັງກັດພັກຣີພັບບລີກັນ ຄວບຄຸມສະພາຂອງລັດຢູ່ນັ້ນ ທີ່ອາດສັ່ງໃຫ້ມີການເລືອກຕັ້ງອີກເທື່ອນຶ່ງ ຫຼື ຍື່ນຊື່ຂອງຜູ້ແທນລັດທັງຫຼາຍ ທີ່ທ່ານທຣຳເລືອກ ເພື່ອໄປປ່ຽນແທນພວກທີ່ນິຍົມ ທ່ານໄບເດັນ.

ແຕ່ທ່ານເພັນສ໌ ຊຶ່ງເປັນຜູ້ທີ່ຈົງຮັກພັກດີຕໍ່ທ່ານທຣຳ ໃນລະຫວ່າງໄລຍະສີ່ປີ ຢູ່ທີ່ທຳນຽບຂາວນັ້ນ ໄດ້ປະຕິເສດ ໂດຍກ່າວວ່າບົດບາດຂອງທ່ານ ແມ່ນໄດ້ຖືກຈຳກັດໂດຍລັດຖະທຳມະນູນ ທີ່ພຽງແຕ່ໃຫ້ເປີດຊອງທີ່ບັນຈຸຄະແນນສຽງຂອງຜູ້ແທນລັດ ເພື່ອນັບຄະແນນຈາກແຕ່ລະລັດເທົ່ານັ້ນ.

ນັບຕັ້ງແຕ່ນັ້ນມາ ທ່ານເພັນສ໌ ໄດ້ກ່າວວ່າ “ຂ້າພະເຈົ້າ ບໍ່ມີສິດທີ່ຈະຕ່າວປີ້ນການເລືອກຕັ້ງ” ແມ່ນກະ​ທັ້ງວ່າບົດບາດຂອງທ່ານນັ້ນ ໄດ້ກຳນົດໃຫ້ທ່ານຢືນຢັນຄວາມຜ່າຍແພ້ຂອງທ່ານເອງຕໍ່ທ່ານນາງ ຄາມາລາ ແຮຣິສ ສັງກັດພັກເດໂມແຄຣັດ ຊຶ່ງດຽວນີ້ເປັນຮອງປະທານາທິບໍດີ.

ດ້ວຍການປະກາດຂອງທ່ານເພັນສ໌ ກ່ອນໜ້າເວລາ ທີ່ວ່າ ທ່ານຈະບໍ່ເຫັນດີນຳການຮຽກຮ້ອງຂອງທ່ານທຣຳ ພວກກໍ່ຈະລາຈົນບາງສ່ວນ ຢູ່ທີ່ຫໍລັດຖະສະພາກໍໄດ້ຮ້ອງອອກມາວ່າ “ແຂວນຄໍ ໄມຄ໌ ເພັນສ໌!” ຂະນະທີ່ພວກເຂົາບຸກຜ່ານເຄື່ອງກີດຂວາງດ້ານຄວາມປອດໄພ ທັງປະທະກັບເຈົ້າໜ້າທີ່ຕຳຫຼວດ ແລະທຳລາຍຫ້ອງການຂອງສະມາຊິກສະພາ. ພວກຈະລາຈົນບາງສ່ວນໄດ້ຕັ້ງໂຄງໄມ້ເພື່ອການແຂວນຄໍ ຢູ່ໃນສະໜາມຫຼວງ ທີ່ແນມເຫັນຫໍລັດຖະສະພາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG