ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ເຫັນ​ເຫດການເວົ້າ​ວ່າ ​ທະ​ຫານທິ​ເກ​ຣ​ ໄດ້ຍຶດເອົາເມືອງລາ​ລິ​ເບ​ລາ ທີ່ເປັນສະຖານທີ່ມໍລະດົກໂລກຂອງ ອົງ​ການ ສປຊ ນັ້ນຄືນ​ອີກ


ທະ​ຫານບ້ານຢືນ​ຍາມ​ຢູ່ໃກ້​ໂບດ Saint George ໃນ​ເມືອງ Lalibela ຂອງ​ເອ​ທິ​ໂປ​ເປຍ​ໃນ​ວັນ​ທີ 7 ທັນ​ວາ, 2021
ທະ​ຫານບ້ານຢືນ​ຍາມ​ຢູ່ໃກ້​ໂບດ Saint George ໃນ​ເມືອງ Lalibela ຂອງ​ເອ​ທິ​ໂປ​ເປຍ​ໃນ​ວັນ​ທີ 7 ທັນ​ວາ, 2021

ກຳ​ລັງ​ທະ​ຫານ​ຂອງ​ພວກກະບົດທິ​ເກ​ຣໄດ້ຍຶດເອົາເມືອງລາ​ລິ​ເບ​ລາ (Lalibela) ຂອງເອທິໂອເປຍຄືນອີກແລ້ວ, ອີງ​ຕາມຜູ້ເຫັນເຫດການທີ່​ກ່າວ​ຕໍ່​ອົງ​ການ​ຂ່າວ ຣອຍ​ເຕີ​ສ໌ (Reuters) ໃນວັນອາທິດວານນີ້, ຊຶ່ງ​ເປັນ​ເວ​ລາບໍ່​ຮອດສອງອາທິດ ຫລັງຈາກທະຫານ ແລະພັນທະມິດຂອງເຂົາ​ເຈົ້າໄດ້ເຂົ້າຍຶດເອົາເມືອງແຫ່ງນັ້ນ ໂດຍເປັນສ່ວນນຶ່ງຂອງການໂຈມຕີທີ່ກວ້າງກວ່າທີ່ໄດ້​ຜັກ​ດັນກໍາລັງຂອງ​ທິ​ເກ​ຣ ໃຫ້ຖອຍໄປໃນຫຼາຍດ້ານ.

ລາ​ລິ​ເບ​ລາ (Lalibela) ເປັນເມືອງຢູ່ໃນພາກພື້ນອຳ​ຮາ​ຣາ (Amhara) ທີ່ມີ ຊາຍແດນຕິດກັບພາກເຫນືອຂອງເຂດທິ​ເກ​ຣທີ່ມີຊື່ສຽງຍ້ອນ​ວ່າໂບດຕ່າງໆ ຂອງເມືອງດັ່ງ​ກ່າວພັງ​ລົງ​ຍ້ອນຖືກກ້ອນຫີນກ້ອນດຽວດຶກ​ໃສ່ ແລະໄດ້ຖືກກໍານົດໃຫ້ເປັນສະຖານທີ່ມໍລະດົກໂລກໂດຍ​ອົງ​ການສະຫະປະຊາຊາດ.

ໂຄສົກຂອງລັດຖະບານ, ທ່ານເລ​ເກ​ຊ​ເຊ ຕູ​ລູ (Legesse Tulu) ແລະໂຄສົກ ຂອງກອງທັບບໍ່ໄດ້ຕອບຕໍ່ການຮ້ອງຂໍຄຳເຫັນກ່ຽວກັບລາຍງານເລື້ອງການ ຍຶດ ເອົາເມືອງນັ້ນຄືນໂດຍກຳລັງທີ່ຈົງຮັກພັກດີຕໍ່ແນວໂຮມປົດປ່ອຍປະຊາຊົນທິ​ເກ​ຣ ຫລື TPLF ນັ້ນເລີຍ.

ໂຄສົກຂອງ TPLF, ທ່ານ ເກ​ຕາ​ຊີວ ເຣ​ດາ (Getachew Reda) ກໍຍັງບໍ່ໄດ້ ຕອບ​ກັບໂທລະສັບຂອງ​ອົງ​ການ​ຂ່າວຣອຍ​ເຕີ​ສ໌ ທີ່ພະ​ຍາ​ຍາມ​ຂໍຄໍາເຫັນນັ້ນ​ເຊັ່ນ​ກັນ. ທ່ານ​ຂຽນຄໍາເຫັນລົງໃນ​ທວີດ​ເຕີວ່າ "ກອງກໍາລັງຂອງພວກເຮົາເຮັດໄດ້​ດີຫຼາຍ, ດີຫຼາຍ, ດີຂະ​ໜາດ​ເລີຍ!" ແຕ່ກໍບໍ່ໄດ້ໃຫ້ລາຍລະອຽດແຕ່​ຢ່າງ​ໃດ.

ຜູ້​ເຫັນ​ເຫດການ​ຄົນ​ນຶ່ງ​ທີ່​ໄດ້​ກ່າວ​ກັບອົງ​ການ​ຂ່າວຣອຍ​ເຕີ​ສ໌ເວົ້າ​ວ່າ ກອງ​ກຳລັງຂອງ​ອໍ​າຮາ​ຣາ ຊຶ່ງ​ເປັນ​ພັນທະ​ມິດ​ຂອງ​ລັດຖະບານ​ເອທິ​ໂອ​ເປຍ ​ໄດ້​ເລີ້ມອອກ​ຈາກເມືອງ​ລາ​ລີ​ເບ​ລາໄປ​ໃນ​ຄືນ​ວັນ​ເສົາ​ຜ່ານມາ​ນີ້.

"ຊຸດສຸດທ້າຍໄດ້ຖອນອອກໄປໃນຕອນເຊົ້າມື້ນີ້. ພວກເຮົາໄດ້ຍິນສຽງປືນຢູ່ໄກໆ ໃນຄືນວ​ານນີ້, ແຕ່ກອງກໍາລັງທິ​ເກ​ຣໄດ້ຍຶດເອົາເມືອງ​ລາ​ລີ​ເບ​ລາຄືນໂດຍບໍ່ມີ ສຽງປືນແຕກເລີຍຢູ່ໃນເມືອງນັ້ນ," ອີງ​ຕາມຄຳ​ເວົ້າ​ຂອງຜູ້ເຫັນເຫດການທີ່​ເປັນ ພະນັກງານຕ້ອນຮັບຂອງໂຮງແຮມແຫ່ງ​ນຶ່ງເວົ້າ​ຢູ່​ໃນໂທລະສັບ.

ຜູ້​ເຫັນ​ເຫດການ​ຄົນ​ທີ​ສອງ​ບອກ​ກັບ Reuters ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ປະຊາ ຊົນ​ໄດ້​ພາກັນ​ຫລົບ​ໜີອອກ​ຈາກ​ເມືອງ​ດັ່ງກ່າວ​ແລ້ວ. "ພວກເຮົາພາ​ກັນຕື່ນຕົກ ໃຈ, ພວກເຮົາບໍ່ເຄີຍເຫັນເຫດການແບບນີ້ກ່ອນ​ເລີຍ. ປັດຈຸບັນທະ​ຫານ​ຂອງ TPLF ກໍາລັງລາດຕະເວນຢູ່ໃນເມືອງນັ້ນ ​ໂດຍໃສ່ຊຸດເຄື່ອງແບບຂອງເຂົາເຈົ້າ," ນັ້ນ​ຄື​ຄຳ​ເວົ້າ​ຂອງຜູ້ເຫັນເຫດການ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG