ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

1 ຄົນ ເສຍຊີວິດ ຫລັງຈາກ ລົດແລ່ນເຂົ້າຕຳ ພວກຄົນຍ່າງ ຢູ່ ນະຄອນນິວຢອກ


ລົດຄັນນຶ່ງຢຸດຢູ່ບ່ອນກີດກັນຄວາມປອດໄພ ຢູ່ຈະຕຸລັດ Times Square ທີ່ະຄອນນິວຢອກ.
ລົດຄັນນຶ່ງຢຸດຢູ່ບ່ອນກີດກັນຄວາມປອດໄພ ຢູ່ຈະຕຸລັດ Times Square ທີ່ະຄອນນິວຢອກ.

ລົດ​ຄັນ​ນຶ່ງ​ໄດ້​ແລ່ນ​ເຂົ້າ​ຕຳ​ພວກ​ຄົນ​ຍ່າງ​ ຢູ່ຈະ​ຕຸ​ລັດ Time Square ​ເຮັດ​ໃຫ້ ແມ່ຍິງ​
ອາຍຸ 18 ປີຄົນ​ນຶ່ງ ​ເສຍ​ຊີວິດ ​ໃນ​ວັນ​ພະຫັດ​ວານ​ນີ້.

ຕຳຫຼວດລະບຸ​ໂຕ​ຄົນ​ຂັບ​ລົດວ່າ ​ແມ່ນ​ທ້າວ Richard Rojas ອາຍຸ 26 ປີ​ສັນຊາດ​
ສະຫະລັດ ຜູ້​ທີ່​ເຄີຍ​ມີ​ປະຫວັດ​ໃນ​ການ​ຖືກ​ຈັບ​ມາ​ແລ້ວ ຍ້ອນ​ຂັບ​ລົດ​ດ້ວຍຄວາມ​ເມົາ.

ທ່ານ Daniel Nigro ຄະນະ​ກຳມະການ ໜ່ວຍດັບໄຟ​ນະຄອນ​ນິວຢອກ ກ່າວ​ຕໍ່​ກອງ​
ປະຊຸມ​ນັກ​ຂ່າວ​ວ່າ ອີກ​ຊາວ​ສອງ​ຄົນ​ໄດ້​ຮັບ​ບາດ​ເຈັບ ອີງຕາມ​ໜ່ວຍດັບໄຟ​ນະ​ຄອນ​
ນິວຢອກ. ສີ່​ຄົນ​ຢູ່​ໃນ​ອາການ​ສາຫັດ ​ແຕ່​ວ່າ​ບໍ່​ມີ​ໃຜຈະ​ເສຍ​ຊີວິດ.

Intoxicated Navy Veteran Arrested In New York Crash
please wait

No media source currently available

0:00 0:02:20 0:00

ອຸປະຕິ​ເຫດນີ້ ​ບໍ່​ປາກົດ​ວ່າ​ເຊື່ອມ​ໂຍງ​ກັບ​ການ​ກໍ່​ການ​ຮ້າຍ ​ແລະ​ກຳລັງ​ທຳ​ການ​ສືບ
ສວນຢູ່ ອີງ​ຕາມ​ເຈົ້າ​ໜ້າ​ທີ່ນະຄອນ​ນິວຢອກ ຜູ້​ທີ່​ປະຕິບັດ​ງານ​ຮ່ວມກັບ​ອົງການສັນ
ຕິ​ບານ​ກາງ FBI ​ໃນ​ການ​ສືບສວນນີ້.

De Blasio: 'No Indication This Was Terror'
please wait

No media source currently available

0:00 0:00:16 0:00

ເຈົ້າ​ຄອງ​ນະຄອນ​ນິວຢອກທ່ານ Bill de Blasio ກ່າວ​ຕໍ່​ກອງ​ປະຊຸມ​ນັກ​ຂ່າວ​ວ່າ “ອີງ
ຕາມ​ຂໍ້​ມູນ​ທີ່​ພວກ​ເຮົາ​ມີ​ໃນ​ປັດຈຸບັນ​ນີ້ ບໍ່ມີ​ການ​ຊີ້​ບອກໃດໆວ່າເປັນ​ການ​ກໍ່​ການ​ຮ້າຍ.
ດັ່ງ​ທີ່​ກ່າວ​ໄປ​ແລ້ວ​ນັ້ນ ພວກ​ເຮົາ​ກຳລັງ​ ເສີມ​ກຳລັງ​ ຢູ່ຈຸດ​ສຳຄັນ​ຕ່າງໆ ​ອ້ອມ​ແອ້ມ​ນະ
ຄອນ​ນິວຢອກ ພ້ອມ​ດ້ວຍ​ໜ່ວຍ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ​ຂອງ​ກົມ​ຕຳຫລວດ​.”

Car Crash in Times Square New York City
please wait

No media source currently available

0:00 0:00:30 0:00

ຕຳຫລວດ​ກ່າວ​ວ່າ ລົດ Honda ສີ່​ປະຕູສີ​ແດງແລ່ນຂຶ້ນ​ເທິງບ່ອນ​ຄົນ​ຍ່າງແລະ​ ໄດ້​ຂັບ​ໄປສາມຮ່ອມດ້ວຍ​ຄວາມ​ໄວ​ສູງ ກ່ອນຕຳ​ເສົາ​ໄຟຟ້າຢູ່​ຖະໜົນທີ 45 ​ແລະ Broadway.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG