ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກເຫັນເຫດການ ບໍ່ແມ່ນຕຳຫຼວດ ໄດ້ ຢັບຢັ້ງ ການນອງເລືອດ ເພີ່ມຂຶ້ນ ຢູ່ໃນໂບດ ຄຣິສຕຽນ


ຕຳຫຼວດ ກວດກາເບິ່ງ ຈຸດເກີດການໂຈມຕີ ຕໍ່ໂບດ ແຫ່ງນຶ່ງ ໃນເມືອງ ແຮລວານ ຢູ່ທາງພາກໃຕ້ຂອງນະຄອນຫຼວງໄຄໂຣ ຂອງອີຈິບ, ວັນທີ 29 ທັນວາ 2017.
ຕຳຫຼວດ ກວດກາເບິ່ງ ຈຸດເກີດການໂຈມຕີ ຕໍ່ໂບດ ແຫ່ງນຶ່ງ ໃນເມືອງ ແຮລວານ ຢູ່ທາງພາກໃຕ້ຂອງນະຄອນຫຼວງໄຄໂຣ ຂອງອີຈິບ, ວັນທີ 29 ທັນວາ 2017.

ພວກຄົນທີ່ຢືນເບິ່ງເຫດການ ແລະ ພົນລະເມືອງຈຳນວນນຶ່ງ ແຕ່ບໍ່ແມ່ນ
ຕຳຫຼວດ ອາດໄດ້ສະກັດກັ້ນ ບໍ່ໃຫ້ເກີດການນອງເລືອດຫຼາຍຂຶ້ນຕື່ມ ໃນ
ລະຫວ່າງ ການໂຈມຕີກໍ່ການຮ້າຍ ໃນວັນສຸກຜ່ານມານີ້ ຕໍ່ໂບດໂບຮານ
ຂອງສາສະໜາຄຣິສຕຽນ ໃນປະເທດອີຈິບ ດັ່ງທີ່ບັນດາຜູ້ເຫັນເຫດການ
ໄດ້ກ່າວໄປນັ້ນ.

ເກົ້າຄົນໄດ້ຖືກຂ້າຕາຍ ໃນເວລາ ມືປືນຄົນນຶ່ງ ໄດ້ເປີດສາກຍິງເຂົ້າໃສ່
ໂບດດັ່ງກ່າວ ແລະ ຮ້ານຄ້າຢູ່ໃກ້ໆ ທີ່ຊາວຄຣິສຕຽນເປັນເຈົ້າຂອງ ໃນ
ນະຄອນໄຄໂຣ.

ບັນດາຜູ້ເຫັນເຫດການ ໄດ້ບອກອົງການຂ່າວເອພີ ວ່າ ມັນເປັນໄປໄດ້ສູງ
ທີ່ຈະມີຄົນຕາຍຫຼາຍກວ່ານີ້ ຖ້າຫາກພວກຜູ້ທີ່ໄປພາວະນາ ຢູ່ທີ່ໂບດ
ແມຣີ ມີນາ ແລະ ຜູ້ຄົນອື່ນໆ ຢູ່ໃນຄຸ້ມບ້ານນັ້ນ ບໍ່ໄດ້ໂດດເຂົ້າໄປຊ່ອຍ.
ພວກເຂົາເຈົ້າ ໄດ້ກ່າວວ່າ ພວກຄົນຢູ່ພາຍໃນໂບດ ໄດ້ປິດປະຕູເຫຼັກ
ໃຫ້ແຈບ ເພື່ອຢຸຸດຢັ້ງບໍ່ໃຫ້ມືປືນ ເຂົ້າໄປຂ້າງໃນໄດ້.

ພວກຜູ້ຄົນຢືນເບິ່ງ ໄດ້ພາກັນແກວ່ງກ້ອນຫິນໃສ່ ເຖິງແມ່ນຜູ້ກ່ຽວຈະ
ຍິງປືນໃສ່ ຢູ່ກໍຕາມ. ສ່ວນຄົນຜູ້ອື່ນໆ ໄດ້ເອົາລົດຈັກຂອງມືປືນ ໄປເຊື່ອງ
ໄວ້ ເພື່ອຢັບຢັ້ງບໍ່ໃຫ້ຜູ້ກ່ຽວຫລົບໜີໄປໄດ້.

ພວກເຫັນເຫດການ ກ່າວອີກວ່າ ຊາຍຄົນນຶ່ງໂດດເຂົ້າໃສ່ມືປືນ ໃນເວລາ
ທີ່ ລາວໄດ້ຢຸດຍິງ ເພື່ອຕື່ມລູກປືນໃສ່ ອາວຸດຂອງລາວ ແລ້ວກໍສາມາດ
ກົດໂຕຂອງລາວລົງພື້ນ.

ຄົນຢືນເບິ່ງອີກຜູ້ນຶ່ງ ໄດ້ບອກອົງການຂ່າວ ເອພີ ວ່າ ລາວກຳລັງຈະທັບ
ຫົວຂອງມືປືນ ດ້ວຍກ້ອນຫິນໃຫຍ່ກ້ອນນຶ່ງ ແຕ່ຕຳຫຼວດ ໄດ້ມາຮອດ
ກ່ອນ ແລະ ໄດ້ຍິງມືປືນ ຈົນໄດ້ຮັບບາດເຈັບ ໃນການພະຍາຍາມທີ່ຈະຈັບ
ລາວເປັນໆ.

ກຸ່ມລັດອິສລາມ ໄດ້ອ້າງເອົາຄວາມຮັບຜິດຊອບ ສຳລັບການໂຈມຕີນີ້
ພ້ອມດ້ວຍການໂຈມຕີ ກໍ່ການຮ້າຍ ຕໍ່ໂບດໂບຮານຄຣິສຕຽນ ສອງສາມ
ຄັ້ງ ຕະຫຼອດໄລຍະ ປີກາຍນີ້ ຢູ່ໃນອີຈິບ ທີ່ສົ່ງຜົນ ເຮັດໃຫ້ເກີດການເສຍ
ຊີວິດ ຫຼາຍກວ່າ 100 ຄົນ.

Egypt Terrorist Attack
please wait

No media source currently available

0:00 0:01:52 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG