ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຫດລະເບີດສະລະຊີບ ໃນນະຄອນ Beirut ສັງຫານ 41 ຄົນ


ຊາວບ້ານ ແລະທະຫານເລບານອນ ກວດກາເບິ່ງບ່ອນເກີດເຫດ.
ຊາວບ້ານ ແລະທະຫານເລບານອນ ກວດກາເບິ່ງບ່ອນເກີດເຫດ.

ລັດ​ອິສລາມ ​ໄດ້​ອ້າງ​ເອົາ​ຄວາ​ມຮັບຜິດຊອບ​ຕໍ່​ການ​ວາງລະ​ເບີດ​
ສະລະ​ຊີບ ສອງ​ຄັ້ງ​ຢູ່​ຊານເມືອງ ຂອງນະຄອນ Beirut ​ໃນ​ວັນ
​ພະຫັດ​ວານ​ນີ້ ​ເຮັດ​ໃຫ້​ມີ​ຜູ້​ເສຍຊີ​ວິ​ດ ຢ່າງ​ໜ້ອຍ 41 ຄົນ ​ແລະ​ໄດ້
​ຮັບ​ບາດ​ເຈັບ​ຫລາຍ​ກວ່າ 200 ຄົນ.

ການ​ອ້າງ​ເອົາ​ຂອງພວກ​ຫົວ​ຮຸນ​ແຮງ ຍັງ​ບໍ່ທັນ​ໄດ້​ຢັ້ງຢືນ​ຈາກແຫຼ່ງ
ຂ່າວອິສະລະເທື່ອ​ ​ແຕ່​ມັນໄດ້​ມີຂຶ້ນຕິດຕາມມາ ໃນແບບ​ດຽວ​ກັນ
ຂອງ​ການ​ໂຈມຕີຂອງ​ການ​ກໍ່ຮ້າຍ​ລັດ​ອິສລາມ​ອື່ນໆ.

ເຫດລະ​ເບີດ​ໄດ້ແຕກ​ຂຶ້ນເພື່ອ​ແນ​ໃສ່ Burj al-Barajneh ສູນກາງ
ການ​ຄ້າ ​ແລະໝູ່​ບ້ານ ​ທີ່​ພັກ​ພາ​ອາ​ໄສ ທີ່ຄວບ​ຄຸມ​ໂດຍຊາວ Hezollah ຊຶ່ງແມ່ນ​ພວກ​ນັກ​ລົບ ທີ່​ໜຸນ​ຫລັງໂດຍປະທານາທິບໍດີ ຊີ​ເຣຍ ທ່ານ Bashar al-Assad ນັ້ນ.

ເບຣຸດ, ເລບານອນ
ເບຣຸດ, ເລບານອນ

ຕຳຫລວດ​ກ່າວ​ວ່າ ​ໄດ້​ມີລະ​ບີ​ດ​ໄດ້​ແຕກ​ຂຶ້ນສອງ​ເທື່ອ ຫ່າງ​ກັນບໍ່​ພໍ່​ເທົ່າ​ໃດ​ນາ​ທີ. ຊາກ​ສົບ
​ຂອງ​ຜູ້​ໂຈມ​ຕີ​ຄົນ​ທີ​ສາມ ​ທີ່​ສາຍ​ແອວ​ສະລະ​ຊີບ​ບໍ່​ແຕກ​ຂຶ້ນ​ນັ້ນ ໄດ້​ພົບ​ເຫັນຢູ່ຊາກຫັກ​
ພັງນັ້ນ.

ພວກ​ຜູ້​ລອດ​ຊີວິດມາໄດ້ ລາຍ​ງານ​ວ່າ​ ໄດ້ມີເລື​ອດ ​ແລະ​ຊາກ​ສົບກະຈັດກະຈາຍຢູ່​ທຸກ
​ບ່່ອນ ຜູ້​ຊາຍ​ຄົນໜຶ່ງ​ກ່າວ​ວ່າ ລາວຄິດ​ວ່າ​ໂລກ​ນີ້​ກຳລັງຈົບ​ຈະ​ພິນາດ​ລົງ.

​ເຈົ້າໜ້າ​ທີ່​ຄົນ​ໜຶ່ງສັງກັດຢູ່​ກັບ Shi’ite Hezbollah ທີ່​ສຳຄັນ ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້​
ວ່າ ການ​ໂຕມຕີຂອງພວກ​ກໍ່​ການ​ຮ້າຍ ຈະ​ເຮັດ​ໃຫ້​ຍາກ​ຂຶ້ນຕໍ່ການຂັດຂວາງກຸ່ມດັ່ງກ່າວ
​ຈາກ​ໃນການຕິດຕາມ​ຫາ ຊຶ່ງສ່ວນ​ໃຫຍ່​ຂອງ ລັດ​ອິສລາມ Sunni.

ທ່ານ Hussein al-Khalil ກ່າວວ່າ “ນີ້​ບໍ່​ແມ່ນ​ການ​ສູ້​ລົບ​ນ້ອຍໆ ​ແລະ​ເປັນ​ສົງ​ຄາ​ມທີ່
ຍາວ​ນານ​ລະຫວ່າງ​ພວກ​ເຮົາ​. ພວກ​ເຮົາ​ຍັງ​ບໍ່​ມີ​ລາຍ​ລະ​ອຽດພຽງພໍ​ກ່ຽວ​ກັບວ່າ ​ຜູ້ໃດ​
ຢູ່​ເບື້ອງ​ຫລັງ​ເລື້ອງ​ນີ້ ​ແຕ່​ມັນ​ຄາດ​ວ່າ ແມ່ນກຸ່ມລັດ​ອິສລາມ ​ແລະ​ພວກທີ່​ສັງກັດ​ຢູ່່​ກັບ​
ພວກ​ຜີ​ມານຮ້າຍ ທີ່ວ່ານີ້ ສາມາດ​ຮັບ​ເອົາ​ການ​ປະຕິບັດ​ງານ​ດັ່ງ​ກ່າວ ທີ່ຕໍ່ຕ້ານ

ຝຸງຊຫົນພາກັນຢືນອ້ອມຢູ່ບ່ອນວາງລະເບີດ ສະຫະຊີບ ທີ່ເມືອງ Burj al-Barajneh, ພາກໃຕ້ Beirut, Lebanon.
ຝຸງຊຫົນພາກັນຢືນອ້ອມຢູ່ບ່ອນວາງລະເບີດ ສະຫະຊີບ ທີ່ເມືອງ Burj al-Barajneh, ພາກໃຕ້ Beirut, Lebanon.

ເຂດ​ Burj al-Barajneh ຂອງນະຄອນ Beirut ​ໄດ້​ຖືກ​ໂຈມ​ຕີ​ໂດຍ​ການ​ກໍ່​ການຮ້າຍ
ທີ່​ຜ່ານ​ມາ ​ແລະ ບັນດາ​ກຸ່ມ​ຫົວ​ຮຸນ​ແຮງ Sunni ​ໄດ້​ຂົ່ມ​ຂູ່ວ່າ ຈະ​ທຳການ​ໂຈມ​ຕີ​ເພີ້​ມຂຶ້ນ.
ທຳນຽບຂາວ ​ໄດ້​ປະນາມ​ “ດ້ວຍ​ການ​ໃຊ້ຄຳ​ເວົ້າ​ທີ່ແຮງ" ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ "ໜ້າ
​ຢ້ານ​ກົວ" ຕໍ່​ການ​ໂຈມ​ຕີ ​ແລະ​ສົ່ງ​ຄວາ​ມ​ເສົ້າສ​ະລົດ​ໃຈ​ໄປ​ຍັງ​ຜູ້​ເຄາະ​ຮ້າຍແລະ​ຄອບຄົວ
​ຂອງພວກເຂົາເຈົ້ານຳດ້ວຍ.

​ໂຄສົກ ທ່ານ Ned Price ກ່າວ​ວ່າ “ການ​ປະຕິບັດ​ກໍ່​ການ​ຮ້າຍ​ດັ່ງກ່າວ ພຽງແຕ່​ບັງຄັບ
​ຄວາມ​ໝາຍ​ໝັ້ນ​ຂອງເຮົາ ​ໃນ​ການ​ສະ​ໜັບສະ​ໜູນ ສະ​ຖາ​ບັນ​ຕ່າງ​ໆ ຂອງ​ລັດຖະບານ
​ເລ​ບາ​ນອນ ຮວມທັງການ​ບໍລິການ​ຄວາ​ມປອດ​ໄພ ​ເພື່ອ​ຄໍ້າປະກັນຄວາມມີສະຖຽນ​ລະ
​ພາບ ​ເອກ​ກະລາດ ​ແລະ​ຄວາມ​ປອດ​ໄພ​ຂອງ ​ເລ​ບາ​ນອນ.” ​

Beirut Explosions
please wait
Embed

No media source currently available

0:00 0:00:38 0:00

XS
SM
MD
LG