ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໑ ມີນາ ໒໐໒໓

ຜູ້ສະໝັກ ປະທານາທິບໍດີ ພັກຣີພັບບລີກັນ ໂຕ້ວາທີ ໂດຍບໍ່ມີ ທ່ານ Trump ເຂົ້າຮ່ວມ


ການໂຕ້ວາທີຂອງຜູ້ສະໝັກເປັນປະທານາທິບໍດີ ພັກຣີພັບບລີກັນ ທີ່ເມືອງ Des Moines ໃນລັດໄອໂອວາ ເມື່ອ 28 ມັງກອນ 2016.

ບັນດາ​ຜູ້​ສະໝັກ ​ເປັນ​ປະທານາທິບໍດີ​ຂອງ​ພັກ​ຣີພັບ​ບລີ​ກັນໃນ​ວັນ
​ພະຫັດ​ວານ​ນີ້​ໄດ້​ຈັດການ​ໂຕ້​ວາທີ​ເປັນຄັ້ງສຸດ​ທ້າຍ ກ່ອນ​ການ​ປະ
​ຊຸມ​ຄັດ​ເລືອກ​ຜູ້​ສະໝັກ​ຂອງພັກ​ທີ່​ລັດ​ໄອ​ໂອວາ​ໃນ​ມື້ວັນ​ຈັນ​ຈະ​ມາ
ຊຶ່ງ​ເປັນ​ການແຂ່ງຂັນບ່ອນ​ທຳ​ອິດທີ່​ບັນດາຜູ້​ມີ​ສິດ​ປ່ອນ​ບັດຈະ​ໄດ້
​ເລືອກ​ເອົາ ຜູ້ຕາງໜ້າ​ຂອງ​ພັກ ​ໃນ​ການ​ເຂົ້າ​ແຂ່ງຂັນ​ເອົາຕຳ​ແໜ່ງ
ປະທານາທິບໍດີຄົນ​ຕໍ່​ໄປ.

ບັນດາ​ຜູ້​ສະໝັກ​ສ່ວນ​ໃຫຍ່​ໄດ້​ກ່າວຕອບ​ຢ່າງ​ໄວວາ​ຕໍ່​ການ​ຂໍ​ຮ້ອງ
ຂອງ​ນາງ Megyn Kelly ນຶ່ງ​ໃນ​ຜູ້​ຕັ້ງຄຳ​ຖາມ ທີ່​ຈະ​ກ່າວ​ເຖິງຊ້າງ
​ທີ່​ບໍ່​ໄດ້​ຢູ່​ໃນ​ຫ້ອງ​ໃນ​ຄືນວັນ​ພະຫັດ​ນັ້ນ​ຊຶ່ງ​ໝາຍ​ເຖິງທ່ານ Donald
Trump ຜູ້​ສະໝັກ​ ທີ່​ມີ​ຄະ​ແນນ​ສຽງນຳ​ໜ້າ​ ຂອງ​ພັກ ​ແຕ່​ບໍ່​ໄດ້​ເຂົ້າ
ຮ່ວມ​ໃນ​ການ​ໂຕ້​ວາທີ.

GOP Presidential Hopefuls Debate National Security
please wait

No media source currently available

0:00 0:00:27 0:00

ຂ້າພະ​ເຈົ້າ​ເປັນຄົນ​ຂາດ​ສະຕິ ​ແລະ​ທຸກໆ​ຄົນ​ທີ່ຢູ່​ເທິງ​ເວທີ​ນີ້ ​ແມ່ນ​ເປັນ​ຄົນ​ໂງ່ ຕຸ້ຍ ​ແລະ​ກໍ​
ໜ້າ​ກຽດ ​ແລະ​ທ່ານ Ben ທ່ານ​ກໍ​ເປັນ​ທ່ານໝໍ​ຜ່າຕັດ ​ທີ່​ຂີ້ຮ້າຍ​ຫຼາຍ ສະມາຊິກ​ສະພາ​ສູງ
Ted Cruz ກ່າວ​ຕໍ່​ຄູ່​ແຂ່ງ ທ່ານ Ben Carson ທ່ານໝໍ​ຜ່າຕັດ​ເສັ້ນປະສາດ ​ທີ່​ອອກ​ກິ​ນ​
ເບ້ຍບຳນານ​ແລ້ວ ​ໂດຍ​ກ່າວ​ວ່າ ທ່ານ​ໄດ້ເອົາ​ ພາກສ່ວນລາຍການ​ ຂອງ​ທ່ານ Donald
Trump ອອກ​ຈາກ​ທາງ​ແລ້ວ.

ສ່ວນ​ສະມາຊິກ​ສະພາ​ສູງຈາກ​ລັດ​ຟລໍ​ຣິດ້າ ທ່ານ Marco Rubio ກ່າວ​ວ່າ ​ໃນ​ຂະນະ​ທີ່​ຜູ້​ສະໝັກ​ມະຫາ​ເສ​ດຖີພັນ​ລ້ານ​ກຳລັງ​ໃຫ້​ຄວາມ​ບັນ​ເທີ​ງຢູ່ທ່ານ Trump ບໍ່​ໄດ້​ເຮັດ​ໃນ​ສິ່ງ​ທີ່
​ການ​ໂຄສະນາ​ຫາ​ສຽງ​ຄວນ​ເຮັດ​ແລະ​ອະດີດ​ຜູ້​ປົກຄອງ​ລັດຟລໍ ຣິດ້າ ​ທ່ານ Jeb Bush ຜູ້​
ທີ່​ມັກ​ຕົກ​ເປັນ​ເປົ້າ​ໃນ​ການ​ໂຈມ​ຕີ​ຂອງ​ທ່ານ Trump ນັ້ນ ​ໄດ້​ກ່າວ​ຕະຫລົກ​ວ່າ ທ່ານ​ຮູ້ສຶກ​
ເສົ້າ​ໃຈ​ທີ່​ມະຫາ​ເສ​ດຖີອະສັງຫາລິມະ​ຊັບ​ບໍ່ ​ໄດ້​ມາ​ຮ່ວມ​ການ​ໂຕ້​ວາທີ​ນຳ.

ແຕ່​ບັນດາ​ຜູ້​ສະໝັກ​ສ່ວນ​ທີ່​ເຫລືອ ຫລີກ​ລ້ຽງ​ການ​ກ່າວ​ເຖິງ​ທ່ານ Trump ​ແລະ​ຕ່າງ​ກໍ​ໄດ້
​ທຳ​ການ​ເຄື່ອນ​ໄຫວ​ຢ່າງ​ວ່ອງ​ໄວ ​ເພື່ອ​ກ່າວ​ເຖິງ​ຄຸນ​ນະ​ວຸດ​ທິຂອງ​ພວກທ່ານ​ໃນ​ການ​ເປັນ
​ປະທານາທິບໍດີ.

​ເນື່ອງ​ຈາກ​ບັນດາ​ຜູ້​ສະໝັກ​ຂອງ​ພັກ​ຣີພັບ​ບລີ​ກັນ ​ມີ​ຫລາຍ​ເຖິງ 11 ຄົນ ທາງ​ໂທລະພາບ
Fox ຈຶ່ງ​ແບ່ງ​ການ​ໂຕ້​ວາທີ ຢູ່​ທີ່​ເມືອງ Des Moines ລັດໄອ​ໂອວາ​ອອກເປັນສອງ​ກຸ່ມ ຄື​
ກຸ່ມ​ທີ່​ມີ​ຄະ​ແນນ​ສຽງ​ນຳ​ໜ້າ 7 ຄົນ ​ແລະ​ຕິດ​ຕາມ​ໂດຍ​ອີກ 4 ຄົນ.

ການໂຕ້ວາທີຂອງພວກທ່ານ ແມ່ນເພັ່ງເລັງໃສ່ເລື້ອງຄົນເຂົ້າເມືອງ ແລະນະໂຍບາຍການ ຕ່າງປະເທດຂອງສະຫະລັດ.

Republican Candidates on the 'Elephant Not in the Room'
please wait

No media source currently available

0:00 0:00:48 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG