ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້​ຊາຍ​ຄົນ​ນຶ່ງ ຖື​ເອົາ​ໂອກາດ​ ທີ່ ປ. ຈີນ ຢ້ຽມຢາມ ສຫລ ຮຽກຮ້ອງໃຫ້ຈີນ ປ່ອຍພັນລະຍາ ຂອງທ່ານ


ປະທານປະເທດຈີນ ທ່ານ Xi Jinping ຢືນຢູ່ ລະຫວ່າງ ກອງປະຊຸມ ກັບທີ່ປຶກສາ ດ້ານຄວາມປອດໄພແຫ່ງຊາດ ທ່ານນາງ Susan Rice ໃນສາລາປະຊາຊົນ ປັກກິ່ງ 28 ສິງຫາ 2015.
ປະທານປະເທດຈີນ ທ່ານ Xi Jinping ຢືນຢູ່ ລະຫວ່າງ ກອງປະຊຸມ ກັບທີ່ປຶກສາ ດ້ານຄວາມປອດໄພແຫ່ງຊາດ ທ່ານນາງ Susan Rice ໃນສາລາປະຊາຊົນ ປັກກິ່ງ 28 ສິງຫາ 2015.

ດ້ວຍ​ການ​ມາ​ຢ້ຽມຢາມສະຫະລັດ​ຂອງ​ປະທານ​ປະ​ເທດ​ຈີນ
ທ່ານ Xi Jinping ຜູ້​ຊາຍ​ຄົນ​ນຶ່ງ​ທີ່​ນະຄອນ Houston ​ໃນ​ພາກ
​ໃຕ້​ຂອງ​ສະຫະລັດ ​ໄດ້​ຖື​ເອົາ​ໂອກາດ​ນີ້ ຮຽກຮ້ອງ​ຄວາມ ​ສົນ​ໃຈ
​ໃນ​ກໍລະນີ​ທີ່​ພັນ​ລະ​ຍາ​ຂອງ​ທ່ານ ຖືກຄຸມ​ຂັງໃນ​ຈີນ ​ໃນ​ຮອບ
6 ​ເດືອນທີ່ຜ່ານມາ ​ໃນ​ຂໍ້​ຫາ​ສອດ​ແນມ​ແລະ​ລັກ​ຂະ​ໂມ​ຍຄວາມ
​ລັບ​ຂອງລັດຖະບານ.

ທ່ານ Jeff Gillis ​ໄດ້​ບອກ​ກັບ VOA ວ່າ ​ເຈົ້າ​ໜ້າ​ທີ່ຈີນ ໄດ້ຄຸມຂັງ
ທ່ານ​ນາງ Sandy Phan-Gillis ພັນ​ລະ​ຍາ​ຂອງ​ທ່ານ ທີ່ເປັນຄົນ
​ສັນຊາດ​ອາ​ເມຣິກັນເຊື້ອສາຍຈີນ ​ໃນ​ວັນ​ທີ 19 ມີນາ​ຜ່ານ​ມາ​ນີ້ ​
ໃນ​ເມືອງ Guangzhou ​ໃນ​ຂະນະ​ທີ່​ໄປຢ້ຽມຢາມ​ພ້ອມດ້ວຍ
ຄະນະເຈົ້າ​ໜ້າ​ທີ່​ຈາກນະຄອນ Houston ​ແລະ​ບັນດາ​ນັກທຸລະກິດ​ຊາວ​ອາ​ເມຣິກັນ​ເຊື້ອສາຍ​ຈີນ.

ທີ່ນະຄອນຫຼວງປັກກິ່ງ ທ່ານ Hong Lei ໂຄສົກກະຊວງການຕ່າງປະເທດຈີນ ກ່າວວ່າ ແມ່ຍິງຄົນນີ້ ມີຄວາມສົງໄສໃນຖານເປັນໄພຕໍ່ຄວາມໝັ້ນຄົງແຫ່ງຊາດ ແລະເຈົ້າໜ້າທີ່ກ່ຽວ ຂ້ອງ ກຳລັງດຳເນີນການກ່ຽວກັບຄະດີນີ້ຢູ່.

ທ່ານ Jeff Gillis ກ່າວຕໍ່ວີໂອເອວ່າ ທ່ານບໍ່ຮູ້ເລີຍວ່າເຮັດຫຍັງຜິດກົດໝາຍໃນລະຫວ່າງ
ທີ່ທ່ານນາງຢ້ຽມຢາມຈີນ.

ທ່ານ​ໄດ້​ກ່າວ​ວ່າ: “ຂ້າພະ​ເຈົ້າ​ຄິດບໍ່ພໍ້ວ່າ ​ດ້ວຍສາ​ເຫດ​ຫຍັງ​ຈຶ່ງ​ເຮັດ​ໃຫ້​ລັດຖະບານ​ຈີນ​ສາມາດ​ກະທຳ​ການ​ເຊັ່ນ​ນີ້.”

ທ່ານເວົ້າວ່າ ເຈົ້າໜ້າທີ່ກົງສຸນສະຫະລັດໄດ້ໄປຢ້ຽມພັນລະຍາຂອງທ່ານທີ່ເມືອງ Guang-
zhou ​ແລະ​ໃຫ້​ຄວາມ​ເຫັນ​ວ່າ ທ່ານ​ນາງບໍ່ໄດ້ຖືກ​ກະທຳ​ໃນທາງທີ່ບໍ່ດີ​ແຕ່​ຢ່າງ​ໃດເລີຍ.
ໃນວັນອາທິດຜ່ານມານີ້ ທ່ານນາງໄດ້ຖືກຍ້າຍໄປຂັງຢູ່ເມືອງ Nanning.

ທ່ານ Gillis ຕ້ອງການ​ທີ່​ຈະ​ໃຫ້ຄະດີ​ນີ້​ເປັນ​ຄະດີ​ທີ່​ງຽບໆ ​ແລະ​ຫວັງ​ວ່າຈະ​ໄດ້​ຮັບ​ການ​ແກ້​ໄຂ ​ແຕ່​ວ່າ​ຍິ່ງ​ຫຼາຍ​ເດືອນເຂົ້າ ຍິ່ງ​ເຮັດໃຫ້ທ່ານທໍ້ຖອຍ ​ແລະ​ມັນ​ເຮັດໃຫ້ທ່ານ​ມີຄວາມ​ຮູ້ສຶກ​ວ່າ ທາງ​ກະຊວງ​ການ​ຕ່າງປະ​ເທດ​ແມ່ນ​ເມີນເສີຍຕໍ່​ການ​ເອົາ​ບາດກ້າວ​ໃດ​ໆ.

ທ່ານ​ Gillis ເຫັນ​ໂອກາດທີ່ຈະສວຍໃຊ້ການ​ມາ​ຢ້ຽມຢາມສະຫະລັດ​ຂອງ​ປະທານ​ປະ​ເທດ​ຈີນ ທ່ານ Xi ໃນຄັ້ງ​ນີ້ ເພື່ອໃຫ້ໄດ້ຮັບການ​ສະໜັບສະໜຸນ​ຈາກ​ສາ​ທະ​ລະນະ​ຊົນ ກ່ຽວ​ກັບ​ຄະດີຂອງ​ພັນ​ລະ​ຍາທ່ານ.

ທ່ານ Xi ຈະ​ມາເຖິງນະຄອນ Seattle ​ໃນ​ວັນ​ອັງຄານ​ມື້​ນີ້ ​ແລະ​ທ່ານ Gillis ​ໄດ້​ກ່າວ​ວ່າ ທ່ານ​ແລະ​ບັນດາ​ຍາດ​ພີ່ນ້ອງ​ຂອງ​ທ່ານ ​ຈະ​ທຳການ​ປະ​ທ້ວງ ​ໃນລະຫວ່າງການມາ​ຢ້ຽມຢາມ​ຂອງ​ຜູ້​ນຳຈີນຄັ້ງ​ນີ້.

XS
SM
MD
LG