ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ດ້ວຍການເຂົ້າກວດຄົ້ນ ຢູເຄຣນ ສຸມໃສ່ ຄວາມສົງໄສ ຕໍ່ນັກສອນສາສະໜາ ນິກາຍອໍໂຕດັອກສ໌


ໄມ້ກາງເຂນ ຢູ່ທີ່ພະວິຫານ ເປ​ເຊີ​ສ໌ ລາວ​ຣາ (Pechersk Lavra) ແມ່ນເຫັນໄດ້ຢູ່່ດ້ານໜ້າ ຂອງທຸງຊາດຢູເຄຣນ ແລະ ຮູບປັ້ນບິດາຂອງປະເທດ ໃນນະຄອນຫຼວງກີຢິບ ຂອງຢູເຄຣນ, ວັນທີ 22 ພະຈິກ 2022.
ໄມ້ກາງເຂນ ຢູ່ທີ່ພະວິຫານ ເປ​ເຊີ​ສ໌ ລາວ​ຣາ (Pechersk Lavra) ແມ່ນເຫັນໄດ້ຢູ່່ດ້ານໜ້າ ຂອງທຸງຊາດຢູເຄຣນ ແລະ ຮູບປັ້ນບິດາຂອງປະເທດ ໃນນະຄອນຫຼວງກີຢິບ ຂອງຢູເຄຣນ, ວັນທີ 22 ພະຈິກ 2022.

ການສືບສວນສອບສວນກ່ຽວ​ກັບ​ໂຮງ​ຮຽນ​ສອນ​ສາ​ສະ​ໜາ​ທີ່ເກົ່າແ​ກ່ ອາຍຸຫຼາຍສັດຕະວັດ ໃນນະຄອນຫຼວງຂອງຢູເຄຣນ ແລະສະຖານທີ່ທາງສາສະໜາອື່ນໆຫຼາຍແຫ່ງ ໄດ້ເນັ້ນໜັກເຖິງການສົງໄສຂອງທາງການຢູເຄຣນ ກ່ຽວກັບພວກນັກສອນສາສະໜາຄຣິສຕຽນ ນິກາຍອໍໂຕດັອກສ໌ ຊຶ່ງບາງສ່ວນຖືກມອງເຫັນວ່າ ຈົງຮັກພັກດີຕໍ່ຣັດເຊຍ ເຖິງແມ່ນວ່າ ມົສກູ ໄດ້ກໍ່ສົ່ງຄາມຕໍ່ປະເທດນີ້ ມາໄດ້ເກົ້າເດືອນແລ້ວ ກໍຕາມ.

ການກວດຄົ້ນໂດຍໜ່ວຍງານດ້ານຄວາມປອດໄພ ແລະເຈົ້າໜ້າທີ່ຕຳຫຼວດ ຢູ່ທີ່ພະວິຫານ ເປເຊີຣສ ລາວຣາ (Pechersk Lavra) ຊຶ່ງເປັນນຶ່ງໃນສະຖານທີ່ສັກສິດຂອງນິກາຍກອໍໂຕດັອກສ໌ ຢູ່ໃນກີຢິບ ແມ່ນເປັນເລື້ອງບໍ່ທຳມະດາ ແຕ່ບໍ່ໄດ້ເກີດຂຶ້ນຢ່າງໂດດດ່ຽວ​ຕາມ​ລຳ​ພັງ.

ໜ່ວຍງານຕໍ່ຕ້ານການສືບລັບ ແລະການກໍ່ການຮ້າຍ ຂອງຢູເຄຣນ ໃນວັນພຸດວານນີ້ ໄດ້ລາຍງານວ່າ ເຈົ້າໜ້າທີ່ຂອງຕົນ ໄດ້ເຂົ້າກວດຄົ້ນຕຶກອາຄານຂອງໂບດທັງໝົດຫຼາຍກວ່າ 360 ແຫ່ງ ແລະຍັງລວມທັງສະຖານທີ່​ສອນ​ສາ​ສະ​ໜາອື່ນໆອີກ ແລະສັງ​ຄະ​ມົນ​ທົນ​ແຫ່ງ​ນຶ່ງ​ໃນ​ເຂດຣີບ​ນີ ຕັ້ງຢູ່ຫ່າງຈາກນະຄອນຫຼວງກີຢິບ ໄປ​ທາງກ້ຳຕາເວັນຕົກ 240 ກິໂລແມັດ.

ແລະໜ່ວຍງານດັ່ງກ່າວ ທີ່ຮູ້ຈັກກັນໂດຍ​ຊື່ຫຍໍ້ຂອງຢູເຄຣນ ຄື SBU ໄດ້ກ່າວຫາສັງຄະລາດ ໃນ​ສັງ​ຄະ​ມົນ​ທົນອີກແຫ່ງນຶ່ງກ່ຽວກັບກິດຈະກຳ ໃນການສະໜັບສະໜຸນມົສກູ ເມື່ອອາທິດແລ້ວນີ້ ຫຼັງຈາກການກວດຄົ້ນພື້ນທີ່ຂອງໂບດ ແລະໄດ້ພົບເຫັນໜັງສືຕ່າງໆ ທີ່ກ່າວອ້າງວ່າ ການບຸກລຸກຂອງຣັດເຊຍ ແມ່ນສົມເຫດສົມຜົນ.

ໜ່ວຍ SBU ໄດ້ກ່າວວ່າ ຄວາມພະຍາຍາມຂອງຕົນ ເປັນສ່ວນນຶ່ງຂອງ “ລະ ບົບວຽກງານ ໃນການຕໍ່ຕ້ານກິດຈະກຳໃດໆ ເພື່ອກໍ່ກວນຈາກໜ່ວຍງານພິເສດຂອງຣັດເຊຍໃນຢູເຄຣນ.”

ສາ​ສະ​ໜາຄຣິສຕຽນນິກາຍອໍໂຕດັອກສ໌ ເປັນ​ສາ​ສະ​ໜາ​ທີ່ໃຫຍ່ສຸດ ທີ່ປະ​ຊາ​ຊົນນັບຖືໃນຢູເຄຣນ. ແຕ່ພວກເຂົາເຈົ້າໄດ້ຖືກແບ່ງແຍກ ໄປຕາມເສັ້ນທາງທີ່ສະ ທ້ອນເຖິງຄວາມເຄັ່ງຕຶງທາງດ້ານການເມືອງ ກ່ຽວກັບການປ້ອງກັນເອກະລາດຂອງຢູເຄຣນ ແລະການຫັນເຂົ້າຫາປະເທດຕາເວັນຕົກຂອງຕົນ ທ່າມກາງການກ່າວອ້າງທີ່ມີຢູ່ຕໍ່ເນື່ອງຂອງຣັດເຊຍວ່າ ຫັນໄປທາງດ້ານການເມືອງ ແລະທາງຈິດວິນຍານເພື່ອການຄອບງຳໃນພາກພື້ນ ອັນເປັນແນວຄວາມຄິດ ທີ່ເອີ້ນວ່າ “ໂລກຂອງຣັດເຊຍ.”

ພວກຜູ້ນຳນິກາຍອໍໂຕດັອກສ໌ ຫຼາຍຄົນ ໄດ້ກ່າວຢ່າງແຂງກ້າເຂົ້າຂ້າງໃນເລື້ອງຄວາມເປັນເອກະລາດຂອງຢູເຄຣນ ແລະໄດ້ກ່າວປະນາມການຮຸກຮານຂອງຣັດເຊຍ. ແຕ່ການກວດຄົ້ນເມື່ອບໍ່ດົນມານີ້ ສະແດງໃຫ້ເຫັນວ່າ ທາງການສົງໄສສະ ຖານທີ່ຕ່າງໆ ເຊັ່ນ ເປເຊີຣສ ລາວຣາ (Pechersk Lavra) ຊຶ່ງເປັນສະຖານ ທີ່ມໍລະດົກໂລກ ຂອງ UNESCO ທີ່ໄດ້ນັບຖືເປັນແຫລ່ງກຳເນີດຂອງພະສົງນິ ກາຍອໍໂຕດັອກສ໌ ຢູ່ໃນຂົງເຂດ ແລະເປັນບ່ອນ​ເກີດຂອງຄວາມຮູ້ສຶກ ແລະກິດ ຈະກຳ ໃນການສະໜັບສະໜຸນຣັດເຊຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG