ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ລາ​ອອກ​ຂອງ​ຫົວ​ໜ້າ ອ​ົງ​ການສື່ມວນ​ຊົນ​ໂລກຂອງ​ ສ​ຫ​ລ ເຮັດໃຫ້​ມີຄວາມບໍ່​ແນ່ນອນ ວ່າ ​ອົງ​ການ​ຈະ​ຫັນ​ໄປ ທິດ​ທາງ​ໃດ


​ທ່ານ​ຈອນ ແລນ​ຊິງ ກ່າວ​ວ່າ ທ່ານ​ຈະ​ອອກຈາກ​ຕຳ​ແໜ່ງ​ຫົວ​ໜ້າ​ບໍ​ລິ​ຫ​ານ ຫລື CEO ຂອງ​ອົງ​ການ​​ສື່ມວນ​ຊົນ​​ໂລກ ຫລື USAGM ໃນ​ທ້າຍ​ເດືອນນີ້
​ທ່ານ​ຈອນ ແລນ​ຊິງ ກ່າວ​ວ່າ ທ່ານ​ຈະ​ອອກຈາກ​ຕຳ​ແໜ່ງ​ຫົວ​ໜ້າ​ບໍ​ລິ​ຫ​ານ ຫລື CEO ຂອງ​ອົງ​ການ​​ສື່ມວນ​ຊົນ​​ໂລກ ຫລື USAGM ໃນ​ທ້າຍ​ເດືອນນີ້

ການປະ​ກາດ​ລາ​ອອກ​ຂອງ​ທ່ານ​ຈອນ ແລນ​ຊິງ ຈາກ​ຕຳ​ແໜ່ງ​ຫົວ​ໜ້າ​ບໍ​ລິ​ຫ​ານ ຫລື
CEO ຂອງ​ອົງ​ການສື່ມວນ​ຊົນໂລກ ຫລື USAGM ໄດ້​ພາ​ໃຫ້​ມີ​ການຕັ້ງ​ຄຳ​ຖາມ​ຄືນ
​ໃໝ່ ​ກ່ຽວ​ກັບ​ຈຸດ​ມຸ້ງ​ໝາຍ​ຂອງ​ການປະ​ຕິ​ບັດ​ງານ ແລະ​ທິດ​ທາງ​ຂອງ​ບັນ​ດາ​ນັກ|
​ຂ່າວ ທີ່​ອົງ​ການນັ້ນ​ໃຫ້​ການ​ດູ​ແລ​ຄຸ້ມ​ຄອງຢູ່.

USAGM ບໍ​ລິ​ຫານ​ຫ້າ​ອົງ​ການຂ່າວ​ສາ​ກົນໂດຍ​ກົງ ລວ​ມ​ມີ​ວິ​ທະ​ຍຸ​ເອ​ເຊຍ​ເສ​ລີ
(Radio Free Asia), ວິ​ທະ​ຍຸ​ຢູ​ໂຣບ​ເສ​ລີ (Radio Free Europe), ວິ​ທະ​ຍຸ​ເສ​ລີ​ພາບ
(Radio Liberty), ແລະ​ວິ​ທະ​ຍຸ​ສຽງ​ອາ​ເມ​ຣິ​ກາ (Voice of America). ຮວມທັງ​ໝົດ
ບັນ​ດາ​ນັກ​ຂ່າວຂອງ USAGM ໄດ້​ອອກ​ຂ່າວ​ເປັນ 61 ພາ​ສາ ແລະ​ມີ​ຄົນ​ຟັງທີ່ບໍ່​ຊ້ຳ​ກັນ
​ໃນ​ພາ​ສາ​ໃດ 345 ລ້ານ​ຄົນ​ຕໍ່ອາ​ທິດ​.

ທ່ານ​ແລນ​ຊິງ ອາ​ຍຸ 62 ປີ ເຄີຍ​ມີປະ​ສົບ​ການໃນ​ການບໍ​ລິ​ຫານໂທ​ລະ​ພາບ ທີ່​ອອກ​ຜ່ານ​
ສາຍ​ເຄ​ໂບ ຫລື cable TV ​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ CEO ຂອງ USAGM ໃນ​ປີ 2015
ແລະຮອດ​ປັດ​ຈຸ​ບັນ​ນີ້​ໄດ້​ເຮັດ​ວຽກຮັບ​ໃຊ້ຢູ່​ພາຍ​ໃຕ້ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດສອງ​ຄົນ.
ທ່ານ​ຈະ​ອອກ​ຈາກ​ອົງ​ການດັ່ງ​ກ່າວ​ຢ່າງ​ເປັນ​ທາງ​ການ​ໃນ​ທ້າຍ​ເດືອນ​ກັນ​ຍາ​ນີ້ ແລະ​ເລີ້ມ
ໄປເປັນ CEO ​ວິ​ທະ​ຍຸສາ​ທາ​ລະ​ນະ​ແຫ່ງ​ຊາດ (NPR) ຊຶ່ງ​ເປັນຂອງ​ເຄືອ​ຂ່າຍ​ວິ​ທະ​ຍຸ
ພາຍໃນປະ​ເທດ ​ໃນ​ກາງ​ເດືອນຕຸ​ລາຈະ​ມາ​ເຖິງນີ້.

ທ່ານ​ນາງ​ອາ​ແມນ​ດາ ເບັນ​ແນັດ, ຫົວ​ໜ້າບໍ​ລິ​ຫານ​ຂອງວິ​ທະ​ຍຸສຽງ​ອາ​ເມ​ຣິ​ກາ ກ່າວ​ວ່າ
“ທ່ານ​ຈອນ ແລນ​ຊິງຈະເອົາມູນ​ເຊື້ອ​ຂອງຄຸນ​ງາມ​ຄວາມ​ດີປະ​ໄວ້​ໃຫ້​ແກ່​ພວກ​ເຮົາຢ່າງ
​ໜ້າ​ສັນ​ລະ​ເສີນ. ທ່ານ​ໄດ້​ເອົາ​ອົງ​ການ USAGM ໃຫ້​ໄປເພັ່ງ​ເລັງ​ເລື້ອງ​ເສ​ລີ​ພາບ ແລະ​
ຄວາມ​ມີອິດ​ສະ​ຫຼະຂອງ​ການ​ອອກ​ຂ່າວ. ນັ້ນ​ຈະ​ເປັນ​ມູນ​ເຊື້ອ​ຂອງ​ທ່ານ. ນັ້ນ ແລະສິ່ງ​
ເຫລື້ອມ​ໃສ​ຂອງ​ທ່ານທີ່​ປະ​ໄວ້​ໃຫ້.”

ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ໄດ້​ແຕ່ງ​ຕັ້ງ​ໄດ້ນັກ​ສ້າງ​ຮູບ​ເງົາສາ​ລະ​ຄ​ດີ, ທ່ານ​ໄມ​ລເກີ​ລ
ແພກຄ໌, ໄປ​ກຳຕຳ​ແໜ່ງ​ແທນ​ທ່ານ​ແລນ​ຊິງ. ທ່ານ ແພກ​ຄ໌ ​ເປັນເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ແລະ​
ອະ​ດີດ​ປະ​ທານ​ສະ​ຖານ​ບັນ​ຄ​ແລ​ມັນ (Cleremont Institute) ຢູ່​ລັດ​ຄາ​ລິ​ຟໍ​ເນຍ ທີ່​
ໄດ້​ຮ່ວມ​ມື​ໃນ​ໂຄງ​ການ​ສ້າງຮູບ​ເງົາ​ກັບ ອະ​ດີດ​ທີ່​ປຶກ​ສາ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣໍ​າ ທ່ານ
ສະ​ແຕັບ​ເຟິນ ແບ​ນນອນ.

ຊື່​ຂອງ​ທ່ານ​ແພັກ ໄດ້​ສົ່ງ​ໄປ​ຫາ​ສະ​ພາ​ສູງ​ໃນ​ເດືອນ​ມັງ​ກອນ ແຕ່ໄດ້​ຕິດ​ຄ້າງ​ຢູ່​ໃນຄະ​
ນະ​ກຳ​ມະ​ການພົວພັນ​ຕ່າງ​ປະ​ເທດຂອງ​ສະ​ພາ​ສູງ. ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ເຂົ້າ​ຫາ​
ປະ​ທານ​ຄະ​ນະ​ກຳ​ມະ​ການດັ່ງ​ກ່າວຄືທ່ານ​ຈິມ ຣິ​ສ​ຈ໌, ສັງ​ກັດ​ພັກ​ຣີ​ພັບ​ບ​ລິ​ກັນຈາກ​ລັດ
​ໄອ​ດາ​ໂຮ ແລະ​ສະ​ມາ​ຊິກສະ​ພາ​ສູງ​ທີ່​ມີ​ຕຳ​ແໜ່ງ​ສູງ ທ່ານ​ບັອບ ເມີ​ເນັນ​ເດ​ສ ສັງ​ກັດ​
ພັກ​ເດ​ໂມ​ແຄ​ຣັດ ຈາກ​ລັດ​ນິວ​ເຈີ​ຊີ ບໍ່ສຳ​ເລັດຜົນ.

ທ່ານ​ແພັກ​ສາ​ມາດ​ເປັນ​ຫົວ​ໜ້າ​ບໍ​ລິ​ຫານ USAGM ໄດ້ນຶ່ງ​ໃນ​ສອງວິ​ທີ ຊຶ່ງນັ້ນ​ກໍ​ຄື
ໂດຍ​ການ​ໄດ້​ຮັບ​ອະ​ນຸ​ມັດຈາກ​ສະ​ພາ​ສູງ ຫລືບໍ່ດັ່ງ​ນັ້ນ ​ກໍ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຈາ​ກ
ອ​ົງການ​ບໍ​ລິ​ຫານ​ດ້ານ​ການ​ຖະ​ແຫລງ​ຂ່າວ​ຂອງ​ລັດ​ຖະ​ບານ ຫລື ບີ​ບີ​ຈີດ ຊຶ່ງ​ເປັນ​ຄະ
​ນະ​ກຳ​ມະ​ການ​ທີ່​ມີ​ສອງ​ພັກ​ທີ່​ລວ​ມ​ມີ​ທ່ານ ໄມ​ຄ໌ ພອມ​ພຽວ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ
​ຕ່າງ​ປະ​ເທດ​ສະ​ຫະ​ລັດ​ຢູ່​ນຳ​ນັ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດຢູ່​ຂ້າງ​ລຸ່ມນີ້

XS
SM
MD
LG