ປະທານາທິບໍດີຣັດເຊຍ ທ່ານ ວະລາດີເມຍ ປູຕິນ ໄດ້ປັບປຸງລັດຖະບານຂອງທ່ານໃນວັນອາທິດແລ້ວນີ້, ໂດຍແຕ່ງຕັ້ງ ທ່ານ ອັນເດຣ ເບລູໂຊບວ໌ (Andrei Belousov), ນັກເສດຖະສາດທີ່ເຄີຍດຳລົງຕຳແໜ່ງເປັນຮອງນາຍົກລັດຖະມົນ ຕີຄົນທຳອິດຂອງຣັດເຊຍ ແທນ ທ່ານ ເຊີເກ ຊອຍກູ (Sergei Shoigu) ທີ່ເປັນລັດຖະມົນຕີປ້ອງກັນປະເທດ.
ທ່ານ ຊອຍກູ, ສະມາຊິກຄະນະລັດຖະມົນຕີພຽງຄົນດຽວທີ່ຖືກສັບປ່ຽນໂດຍ ທ່ານ ປູຕິນ, ໄດ້ຖືກແຕ່ງຕັ້ງໃຫ້ເປັນເລຂາທິການສະພາຄວາມໝັ້ນຄົງຂອງ ຣັດເຊຍ, ເຊິ່ງເປັນຄະນະທີ່ປຶກສາວັງເຄຣັມລິນທີ່ມີອຳນາດ, ແທນທີ່ ທ່ານ ນິໂຄລາຍ ປາຕຣູເຊັບວ໌ (Nikolai Patrushev), ທີ່ເປັນຜູ້ຮ່ວມງານກັບ ທ່ານ ປູຕິນ ມາດົນນານ.
ເຊັ່ນດຽວກັນກັບປະທານາທິບໍດີ, ກ່ອນຫນ້ານີ້ ທ່ານ ປາຕຣູເຊັບວ໌ ເຄີຍເປັນ ຫົວຫນ້າຜູ້ດໍາເນີນງານຮັກສາຄວາມປອດໄພຂອງລັດຖະບານກາງ, ເຊິ່ງເປັນອົງ ການສືບທອດ KGB ຂອງ ໂຊຫວຽດ.
ຄະນະລັດຖະມົນຕີທັງໝົດໄດ້ລາອອກຈາກຕຳແໜ່ງລຸນຫຼັງການສາບານຕົວເຂົ້າດຳລົງຕຳແໜ່ງປະທານາທິບໍດີສະໄໝທີ 5 ຂອງທ່ານ ປູຕິນ ໃນວັນທີ 7 ພຶດສະພາທີ່ຜ່ານມາ.
ສະພາສະຫະພັນ, ເຊິ່ງເປັນສະພາສູງຂອງລັດຖະສະພາຣັດເຊຍ, ຈໍາເປັນ ຕ້ອງອະນຸມັດການເລືອກ ທ່ານ ເບລູໂຊບວ໌ ຂອງ ທ່ານ ປູຕິນ ເປັນປະ ທານາທິບໍດີ, ໃນຮູບແບບທັງໝົດທີ່ເປັນທາງການ ແຕ່ແນ່ນອນ.
VOA ພາກພາສາຣັດເຊຍ ໄດ້ໂອ້ລົມກັບຜູ້ຊ່ຽວຊານສາມຄົນ, ເຊິ່ງທັງໝົດໄດ້ສະເໜີວ່າ ການແຕ່ງຕັ້ງ ທ່ານ ເບໂລໂຊບວ໌ ນັ້ນ ສະແດງໃຫ້ເຫັນວ່າ ທ່ານ ປູຕິນ ກຳລັງກະກຽມປະເທດເພື່ອຂະຫຍາຍເວລາຂອງການດໍາເນີນສົງຄາມຕໍ່ຕ້ານ ຢູເຄຣນ.
ທ່ານ ຣີຊາດ ເວັດສ (Richard Weitz), ສະມາຊິກອາວຸໂສ ແລະເປັນ ຜູ້ອໍານວຍການຂອງສູນກາງການວິເຄາະທາງດ້ານການເມືອງ ແລະການທະ ຫານຂອງສະຖາບັນຮັດສັນ (Hudson) ໃຫ້ຂໍ້ສັງເກດກ່ຽວກັບການຄາດຄະເນຕໍ່ ທ່ານ ຊອຍກູ, ຜູ້ທີ່ປະຕິບັດຫນ້າທີ່ເປັນລັດຖະມົນຕີປ້ອງກັນປະເທດເປັນເວລາ 12 ປີ, ໄດ້ຖືກຍ້າຍໃຫ້ອອກຈາກຕໍາແໜ່ງ.
ທ່ານ ເວັດສ ກ່າວຕໍ່ VOA ວ່າ “ມີຄວາມກັງວົນບາງຢ່າງກ່ຽວກັບ ບາດກ້າວ ໃນການປະຕິຮູບທາງທະຫານ ພາຍໃຕ້ການນໍາພາຂອງ ທ່ານ, ແລະການ ປະຕິບັດໜ້າທີ່ ທີ່ອອກມາບໍ່ດີປານໃດຂອງທະຫານ ຣັດເຊຍ ໃນໄລຍະສອງ ສາມເດືອນທໍາອິດຂອງສົງຄາມຢູ່ໃນ ຢູເຄຣນ. ແລະການກໍ່ກະບົດໂດຍທ່ານ ເຢັບການີ ປຣີໂກຊີນ (Yevgeny Prigozhin) ພ້ອມດ້ວຍກຸ່ມແວັກເນີ້ ແມ່ນມີເປົ້າໝາຍໄປໃສ່ ທ່ານ ຊອຍກູ ແລະ ທ່ານ ເວເວີຣີ ເກຣາຊິໂມບວ໌ (Valery Gerasimov), ທີ່ເປັນເຈົ້າໜ້າທີ່ຜູ້ບັນຊາການທະຫານ.”
Russian President Vladimir Putin reshuffled his government on Sunday, appointing Andrei Belousov, an economist who had been serving as Russia’s first deputy prime minister, to replace Sergei Shoigu as the country’s defense minister.
Shoigu, the only Cabinet member replaced by Putin, was appointed secretary of Russia’s Security Council, a powerful Kremlin advisory body, replacing Nikolai Patrushev, a longtime Putin associate.
Like the president, Patrushev previously headed the Federal Security Service, the successor agency to the Soviet KGB.
The entire Cabinet resigned following Putin’s May 7 inauguration for a fifth presidential term.
The Federation Council, the upper house of Russia’s parliament, must approve Putin’s choice of Belousov as president — a formality that is all but certain.
VOA’s Russian Service spoke to three experts, all of whom suggested that Belousov’s appointment shows that Putin is preparing the country for a protracted war against Ukraine.
Richard Weitz, a senior fellow and director of the Center for Political-Military Analysis at the Hudson Institute, noted that there had been speculation for some time that Shoigu, who served as defense minister for 12 years, was slated for removal from that post.
“There had been some concerns about the pace of military reform under him, and then the poor performance of the Russian military in the first few months of the war in Ukraine. And last year's rebellion by [Yevgeny] Prigozhin and the Wagner Group was directed primarily at Shoigu and [Valery] Gerasimov, the chief military officer,” Weitz told VOA.
ຟໍຣັມສະແດງຄວາມຄິດເຫັນ