ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ເພີ່ມ​ທະ​ວີ​ການ​ຊ້ອ​ມ​ລົບ​ຢູ່​ອ້ອມ ໄຕ້​ຫວັນ ຫຼັງ​ຈາກ​ທ່ານ​ນາງ ເພ​ໂລ​ນີ ໄດ້​ເດີນ​ທາງ​ອອກ​ໄປ​ແລ້ວ


ກຳ​ປັ່ນ​ທະ​ຫານ ໄຕ້​ຫວັນ ຈອດ​ຢູ່​ທ່າ​ອ່າວ ຄີ​ລຸງ, ໄຕ້​ຫວັນ, 4 ສິງ​ຫາ 2022
ກຳ​ປັ່ນ​ທະ​ຫານ ໄຕ້​ຫວັນ ຈອດ​ຢູ່​ທ່າ​ອ່າວ ຄີ​ລຸງ, ໄຕ້​ຫວັນ, 4 ສິງ​ຫາ 2022

ປະ​ທານ​ສະ​ພາ​ຕ່ຳ​ສະ​ຫະ​ລັດ ທ່ານ​ນາງ ແນ​ນ​ຊີ ເພ​ໂລ​ຊີ ໄດ້​ເດີນ​ທາງ​ອອກ​ຈາກ ໄຕ້​ຫວັນ​ ແລ້ວ, ແຕ່​ຜົນ​ກະ​ທົບ​ຂອງ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ນາງ​ຍັງ​ສືບ​ຕໍ່ໄປ, ໃນ​ຂະ​ນະ​ທີ່ ຈີນ ໄດ້​ຂະ​ຫຍາຍ​ການ​ຊ້ອມ​ລົບ​ຂອງ​ເຂົາ​ເຈົ້າ​ຢູ່​ອ້ອມ​ເກາະ​ທີ່​ປົກ​ຄອງ​ຕົນ​ເອງ​ນັ້ນ.

ນຶ່ງວັນຫຼັງ​ຈາກ​ການ​ເດີນ​ທາງ​ອອກ​ຂອງ​ທ່ານ​ນາງ ເພ​ໂລ​ຊີ, ກອງ​ທັບ​ຂອງ ຈີນ ໄດ້​ກຳ​ນົດ​ວັນ​ພະ​ຫັດ​ມື້ນີ້​ເພື່ອ​ຫຸ້ມ​ລ້ອມ ໄຕ້​ຫວັນ​ ດ້ວຍ​ການ​ຊ້ອມ​ລົບ​ດ້ວຍ​ລູກ​ປືນ​ແທ້​ສີ່​ວັນ ໃນ​ຢ່າງ​ໜ້ອຍ​ 6 ບ່ອນ​ອ້ອມ​ເກາະ​ດັ່ງ​ກ່າວ.

ສື່ມວນ​ຊົນ​ລັດ​ຖະ​ບານ ຈີນ ໄດ້​ກ່າວ​ວ່າ​ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ ຈີນ ໄດ້​ດຳ​ເນີນ “ການ​ຊ້ອມ​ຍິງ​ໄລ​ຍະ​ໄກ​ດ້ວຍ​ລູ​ກ​ປືນ​ແທ້” ໃນ​ຊ່ອງ​ແຄບ​ ໄຕ້​ຫວັນ ຕອນ​ປະ​ມານບ່າຍ 1 ໂມງ​ຂອງວັນ​ພະ​ຫັດ​ມື້ນີ້.

ເຂົາ​ເຈົ້າ​ໄດ້​ກ່າວ​ໂດຍບໍ່​ໄດ້​ອະ​ທິ​ບາຍ​ວ່າ “ຜົນ​ທີ່​ຄາດ​ໝາຍ​ໄວ້​ແມ່ນ​ໄດ້​ບັນ​ລຸ​ຄວາມ​ສຳ​ເລັດ.”

ຖ້າ​ການ​ຝຶກ​ຊ້ອ​ມ​ດັ່ງ​ກ່າວ​ດຳ​ເນີນ​ໄປ​ຕາມ​ການ​ປະ​ກາດ, ມັນ​ຈະ​ເປັນ​ສິ່ງ​ທີ່ບໍ່​ເຄີຍ​ມີ​ມາ​ກ່ອນ, ເຊິ່ງນຶ່ງ​ໃນ​ເຂດ​ການ​ຍິງ​ດ້ວຍ​ລູກ​ປືນ​ແທ້​ທີ່​ຖື​ກ​ກຳ​ນົດ​ໄວ້” ແມ່ນຕັ້ງ​ຢູ່​ບໍ່​ເຖິງ 20 ກິ​ໂລ​ແມັດ​ຫ່າງ​ຈາກ​ຊາຍ​ຝັ່ງ​ພາກ​ໃຕ້​ຂອງ ໄຕ້​ຫວັນ.

ກິດ​ຈະ​ກຳ​ຂອງກອງ​ທັບ ຈີນ ປາ​ກົດ​ວ່າ​ຖືກ​ອອກ​ແບບມ​າ​ເພື່ອ​ຂົ່ມ​ຂູ່ ໄຕ້​ຫວັນ, ເຊິ່ງ​ແມ່ນ​ເກາະ​ທີ່​ມີ​ປະ​ຊາ​ທິ​ປະ​ໄຕ​ສະ​ຫວ່າງ​ສະ​ໄຫວ ພ້ອມ​ດ້ວຍ​ປະ​ຊາ​ຊົນ​ປະ​ມານ 23 ລ້ານ​ຄົນ ທີ່​ລັດ​ຖະ​ບານຂອງ​ເຂົາ​ເຈົ້າ​ປະ​ຕິ​ເສດ​ການ​ອ້າງ​ເອົາ​ເກາະ​ດັ່ງ​ກ່າວ​ຂອງ ຈີນ.

ນັກ​ວິ​ເຄາະ​ບາງ​ຄົນ ແລະ ແມ່ນ​ກະ​ທັ້ງ​ສື່ມ​ວນ​ຊົນລັດ​ຖະ​ບານ ຈີນ ເອງ ໄດ້​ອະ​ທິ​ບາຍ​ການ​ຊ້ອມ​ລົບ​ນັ້ນ​ດັ່ງ​ກັບ​ການ​ຊ້ອມ​ສຳ​ລັບ​ການ​ບຸກ​ລຸກ ແລະ ການ​ສະ​ແດງ​ໃຫ້​ເຫັນ​ວ່າ ປັກ​ກິ່ງ ສາ​ມາດ​ກຳ​ນົດ​ການ​ປິດ​ລ້ອມ​ຕໍ່ ໄຕ້​ຫວັນ.

ຄວາມ​ຄືບໜ້າ​ດັ່ງ​ກ່າວ​ໄດ້​ກໍ່​ໃຫ້​ມີ​ຄວາມ​ຢ້ານ​ກົວ ກ່ຽວ​ກັບ ການ​ຄຳ​ນວນ​ທີ່​ຜິດ​ທີ່​ອາດ​ສົ່ງ​ຜົນ​ໃຫ້​ເກີດ​ພາ​ວະ​ສົງ​ຄ​າມ, ແນວ​ໃດ​ກໍ່​ຕາມ​ບັນ​ດາ​ນັກ​ວິ​ເຄາະ​ເວົ້າ​ວ່າ ມັນ​ມີ​ໂອ​ກາດ​ນ້ອຍ​ທີ່ ຈີນ ຈະ​ວາງ​ແຜນ​ການ​ໂຈມ​ຕີ.

ທ່ານ ດ​ຣູ ທອມ​ສັນ, ອະ​ດີດ​ເຈົ້າ​ໜ້າ​ທີ່​ທຳ​ນຽບ​ຫ້າ​ແຈ ຜູ້​ທີ່​ໄດ້​ກ່າວ​ຢ້ຳ​ວ່າ​ກອງ​ທັບ​ຂອງ ຈີນ ແມ່ນ​ຢູ່​ໃນ​ລະ​ຫວ່າງ​ກາງ​ຂອງວົງ​ຈອນ​ການ​ຊ້ອມ​ລົບ​ລະ​ດູ​ຮ້ອນ​ປະ​ຈຳ​ປີ​ຂອງ​ເຂົາ​ເຈົ້ານັ້ນເວົ້າ​ວ່າ “ມັນ​ເປັນ​ການ​ໂຄ​ສະ​ນາ​ຊວນ​ເຊື່ອຫຼາຍກວ່າ​ການ​ສະ​ແດງ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG