ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ດ້ວຍສາຍຕາແນໃສ່ການລົງທຶນຂອງ ຈີນ, ຕອນນີ້ກຸ່ມ ຕາລີບານ ໄດ້ເກັບຮັກສາພະພຸດທະຮູບ​ໄວ້


ໃນຮູບພາບນີ້ທີ່ຖືກຖ່າຍໃນ​ເຂດຮ່ອມພູ ເມສ ໄອນັກ ທາງພາກຕາເວັນຕົກສຽງໃຕ້ ຂອງນະຄອນຫຼວງ ກາບູລ, ປະເທດ ອັຟການິສຖານ, ຮູບປັ້ນພະພູດທະເຈົ້າຖືກພົບເຫັນຢູ່ໃນວັດບູຮານແຫ່ງນຶ່ງ, 12 ຕຸລາ, 2010.
ໃນຮູບພາບນີ້ທີ່ຖືກຖ່າຍໃນ​ເຂດຮ່ອມພູ ເມສ ໄອນັກ ທາງພາກຕາເວັນຕົກສຽງໃຕ້ ຂອງນະຄອນຫຼວງ ກາບູລ, ປະເທດ ອັຟການິສຖານ, ຮູບປັ້ນພະພູດທະເຈົ້າຖືກພົບເຫັນຢູ່ໃນວັດບູຮານແຫ່ງນຶ່ງ, 12 ຕຸລາ, 2010.

ອີງຕາມອົງການຂ່າວ AP, ມີຮູບປັ້ນພະພຸດທະເຈົ້າບູຮານ ນັ່ງສະ​ມາ​ທິໃນຖໍ້າທີ່ເລິກເຂົ້າໄປ ໃນໜ້າ​ຜາ ຂອງເຂດຊົນນະບົດ ອັຟການິສຖານ. ຫຼາຍຮ້ອຍແມັດເລິກລົງໄປມີສິ່ງທີ່ຖືກເຊື່ອວ່າ ຈະເປັນບໍ່ທອງແດງທີ່ໃຫຍ່ທີ່ສຸດໃນໂລກ.

ກຸ່ມຕາລີບານທີ່ກຳລັງປົກຄອງ ອັຟການິສຖານ ແມ່ນກຳລັງຫວັງຢ່າງຍິ່ງທີ່ຈະໃຫ້ ປັກກິ່ງ ປ່ຽນບໍ່ແຮ່ທີ່ອຸດົມຮັ່ງມີນັ້ນ ເປັນລາຍໄດ້ເພື່ອກອບກູ້ປະເທດທີ່ໂຫຍຫາເງິນສົດນັ້ນ ທ່າມກາງມາດຕະການລົງໂທດຂອງສາກົນ.

ພວກນັກລົບທີ່ຢືນຍາມຢູ່ແຄມພູຫີນດັ່ງກ່າວຄັ້ງນຶ່ງເຄີຍພິຈາລະນາທີ່ຈະທຳລາຍຮູບປັ້ນພະດິນເຜົານັ້ນ. ເມື່ອສອງທົດສະວັດທີ່ຜ່ານມາເວລາທີ່ພວກ ຕາລີບານ ອິສລາມຫົວ​ຮຸນ​ແຮງຈັດ ໄດ້ກຳອຳນາດເທື່ອທຳອິດ, ພວກເຂົາໄດ້ກໍ່ໃຫ້ເກີດຄວາມໂມໂຫໃນໂລກ ດ້ວຍການລະເບີດຮູບປັ້ນພະພຸດທະເຈົ້າຂະໜາດໃຫຍ່ຖິ້ມ ໃນອີກພາກສ່ວນນຶ່ງຂອງປະເທດ, ໂດຍເອີ້ນຮູບປັ້ນນັ້ນວ່າ ເປັນສັນຍາລັກນອກສາສະໜາທີ່ຕ້ອງຖືກທຳລາຍ.

ແຕ່ຕອນນີ້ພວກເຂົາມີຈຸດປະສົງທີ່ຈະຮັກສາພະແຫ່ງບໍ່ທອງແດງ ເມສ ໄອຮັກ (Mes Aynak) ນັ້ນ. ໃນການເຮັດແບບນັ້ນ ແມ່ນກະແຈສຳຄັນທີ່ຈະໄຂການລົງທຶນ ຈີນ ທີ່ມີມູນຄ່າຫຼາຍພັນລ້ານໂດລາ, ອີງຕາມການກ່າວຂອງທ່ານ ຮາກູມູລລາ ມູບາຣິສ (Hakumullah Mubariz), ຫົວໜ້າດ້ານຄວາມປອດໄພຂອງກຸ່ມຕາລີບານ ຢູ່ສະຖານທີ່ດັ່ງກ່າວ, ຜູ້ທີ່ໄດ້ຊ່ອງເບິ່ງທາງໃນຊາກຫັກພັງຂອງວັດວາອາຮາມ ທີ່ຖືກສ້າງຂຶ້ນໂດຍຄູບາສາສະໜາພຸດ ໃນສັດຕະວັດທີນຶ່ງນັ້ນ.

ທ່ານໄດ້ກ່າວວ່າ “ການປົກປ້ອງມັນແມ່ນສຳຄັນຫຼາຍ ຕໍ່ພວກເຮົາ ແລະ ຈີນ.”

ກ່ອນໜ້ານີ້, ທ່ານ ມູບາຣິສ ໄດ້ສັ່ງໃຫ້ໜ່ວຍຕໍ່ສູ້ ຕາລີບານ ໃນພູທີ່ຢູ່ອ້ອມຂ້າງຕໍ່ສູ້ກັບກອງກຳລັງ ອັຟການິສຖານ ທີ່ຖືກໜູນຫຼັງໂດຍ ສະຫະລັດ.

ການຫັນປ່ຽນທີ່ໜ້າຕື່ມເຕັ້ນ ຂອງກຸ່ມຕາລີບານໄດ້ສະແດງໃຫ້ເຫັນສິ່ງຈູງໃຈທີ່ມີອຳນາດສູງ ຂອງພາກສ່ວນບໍ່ແຮ່ ທີ່ບໍ່ໄດ້ຖືກແຕະຕ້ອງຂອງ ອັຟການິສຖານ. ອຳນາດການປົກຄອງຕໍ່ເນື່ອງກັນ ໄດ້ພິຈາລະນາຄວາມຮັ່ງມີດ້ານບໍ່ແຮ່ຂອງປະ ເທດ, ທີ່ຄາດວ່າມີມູນຄ່າ 1 ພັນຕື້ໂດລານັ້ນ, ເປັນກະແຈສຳຄັນທີ່ຈະນຳໄປສູ່ອະ​ນາຄົດທີ່ຈະເລີນຮັ່ງມີ.

ຕອນນີ້, ຫຼາຍປະເທດ, ລວມທັງ ອີຣ່ານ, ຣັດເຊຍ ແລະ ເທີກີ ແມ່ນກຳລັງພະຍາຍາມທີ່ຈະລົງທຶນ, ເຂົ້າໄປໃນສະຖານທີ່ໆເປົ່າຫວ່າງນັ້ນ ລຸນຫຼັງການຖອນຕົວອອກໄປ ຢ່າງວຸ້ນວາຍຂອງ ສະຫະລັດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG