ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Sandra Bullock ທຳລາຍໄດ້​ ຫຼາຍກວ່າ​ ນັກສະ​ແດງ​ຍິງຜູ້​ອື່ນໆ ໃນຮອບປີຜ່ານມາ (ວີດີໂອ)


ພາບຈາກຮູບເງົາຂອງບໍລິສັດ Warner Bros. Pictures ທີ່ໄດ້ອະນຸຍາດເປີດເຜີຍ ໃນຕອນນຶ່ງຂອງເລື້ອງ "Gravity" ສະແດງໃຫ້ເຫັນບົດບາດຂອງ Sandra Bullock.
ພາບຈາກຮູບເງົາຂອງບໍລິສັດ Warner Bros. Pictures ທີ່ໄດ້ອະນຸຍາດເປີດເຜີຍ ໃນຕອນນຶ່ງຂອງເລື້ອງ "Gravity" ສະແດງໃຫ້ເຫັນບົດບາດຂອງ Sandra Bullock.

ການຈັດ​ອັນ​ດັບ​ໃໝ່ ຂອງວາລະສານ Forbes ສະ​ແດງ​ໃຫ້
​ເຫັນ​ວ່າ Sandra Bullock ນັກສະ​ແດງສາວ​ຊາວ​ອາ​ເມຣິກັນ
ທີ່​ນຳ​ສະແດງ​ໃນ​ຮູບ​ເງົາ​ເລື້ອງ Gravity ​ແມ່ນເປັນດາລາ​ທີ່
ໄດ້​ຮັບ​ຄ່າ​ຈ້າງ​ ຫຼາຍກວ່າ​ນັກສະ​ແດງ​ຍິງຜູ້​ອື່ນໆ ​ໃນ​ປີ​ກາຍ​ນີ້.

Sandra ທີ່ໄດ້​ຮັບ​ລາງວັນ​ຕຸ໊ກກະຕາຄຳ Oscar ​ໃນ​ປີ 2010
ສຳ​ຫລັບບົດບາດ​ຂອງ​ນາງໃນ​ຮູບ​ເງົາເລື້ອງ The Blind Side
ທຳລາຍ​ໄດ້ ປະມານ 51 ລ້ານ​ດອລລ່າ ​ໃນ​ຊ່ວງ​ເວລາ 12 ​
ເດືອນ​ທີ່​ສິ້ນສຸດ​ລົງ​ໃນ​ເດືອນມິຖຸນາປີ​ນີ້ ຊຶ່ງແມ່ນ​ໄດ້ຫຼາຍກວ່າ
ດາລາ​ຊື່​ດັງ​ອີກ​ສອງ​ຄົນ ຄື Jennifer Lawrence ກັບ Jennifer Aniston ນັ້ນ​ອີກ.

Sandra Bullock ກັບດາລາຊາຍຊື່ດັງ George Clooney ສະແດງນຳໃນຮູບເງົາເລື້ອງ "Gravity" .
Sandra Bullock ກັບດາລາຊາຍຊື່ດັງ George Clooney ສະແດງນຳໃນຮູບເງົາເລື້ອງ "Gravity" .

Jennifer Lawrence ທີ່​ສະ​ແດງ​ໃນ​ເລື້ອງ Hunger Games
ມີລາຍ​ໄດ້ ປະມານ 34 ລ້ານ​ດອລລ່າ. ສ່ວນ Jennifer Aniston
ມາ​ໃນ​ອັນ​ດັບທີ 3 ໂດຍ​ມີ​ລາຍໄດ້ ປະມານ 31 ລ້ານ​ດອລລ່າ.

​ນັກສະ​ແດງຍິງ​ທີ່ໄດ້​ຮັບ​ຄ່າ​ຈ້າງ​ທີ່​ສູງ​ສຸດ ໃນ​ປີ​ກ່ອນ​ນັ້ນ ຄື
Angelina Jolie ​ຕົກລົງ​ມາ ຢູ່​ອັນ​ດັບ​ທີ 5 ​ເທົ່າກັບ Cameron
Diaz ​ໂດຍ​ມີ ລາຍ​ຮັບ​ ປະມານ 18 ລ້ານ​ດອລລ່າ ເທົ່າ​ກັນ.

​ແນວ​ໃດ​ກໍ​ຕາມ ລວມກັນ​ແລ້ວ ນັກສະ​ແດງ​ຍິງ 10 ອັນດັບເທິງ
ຂອງ Hollywood ​ແມ່ນມີ​ລາຍ​ຮັບ​ໜ້ອຍ​ກວ່າ ​ພວກຄູ່​ຕຳ​ແໜ່​ງ​ຜູ້​ຊາຍຂອງ​ເຂົາ​ເຈົ້າ ​ເຖິງ 193 ລ້ານ​ດອລລ່າ. 10 ອັນດັບ​ເທິງ ຂອງນັກສະ​ແດງ​ຊາຍ ມີ​ລາຍ​ຮັບ​ລວມ ປະມານ 419 ລ້ານ​ດອລລ່າ ​ໃນປີ​ກາຍ​ນີ້.

ສຳພາດຜູ້ກຳກັບຮູບເງົາ ເລື້ອງ Gravity:

Interview with film director Alfonso Cuaron
please wait

No media source currently available

0:00 0:02:59 0:00
ລິງໂດຍກົງ

XS
SM
MD
LG