ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Kerry ແລະ ທ່ານ Zarif ເຈລະຈາກັນຕື່ມ ກ່ຽວກັບ ເລື້ອງນິວເຄຍ ຂອງອີຣ່ານ


ລມຕ ຕ່າງປະເທດ ສະຫະລັດ ທ່ານ John Kerry (ຊ້າຍ) ແລະ ລມຕ ຕ່າງປະເທດ ອີຣ່ານ ທ່ານ Mohammad Javad Zarif (ຂວາ)
ລມຕ ຕ່າງປະເທດ ສະຫະລັດ ທ່ານ John Kerry (ຊ້າຍ) ແລະ ລມຕ ຕ່າງປະເທດ ອີຣ່ານ ທ່ານ Mohammad Javad Zarif (ຂວາ)

​ການ​ເຈລະຈາ ກ່ຽວ​ກັບ​ໂຄງການ​ນິວ​ເຄລຍຂອງອີຣ່ານ ຍັງ​ດຳ
​ເນີນຕໍ່ໄປໃນ​ວັນ​ອັງຄານມື້​ນີ້​ ທີ່ປະ​ເທດ Switzerland ໂດຍທີ່
​ລັດຖະມົນຕີຕ່າງປະ​ເທດສະຫະ ລັດ ທ່ານ John Kerry ​ແລະ​
ລັດຖະມົນຕີ​ຕ່າງປະ​ເທດອີຣ່ານ ທ່ານ Mohammad Javad
Zarif ​ສົນທະນາ​ຫາລືກັນ​ ເປັນ​ມື້ທີສອງ​.

ການ​ພົບ​ປະ​ກັນ ​ໄດ້ມີຂຶ້ນ​ຫລັງ​ຈາກ ​ທີ່ພວກທ່ານ​ປະຊຸມກັນ ໃນ
​ວັນ​ຈັນ​ວານ​ນີ້ເພື່ອຫາທາງເຮັດໃຫ້ຊ່ອງຫວ່າງແຄບລົງ ໃນການ
ບັນລຸ ຮ່າງຂອງຂໍ້ຕົກລົງ ທີ່ຈະຄໍ້າ ປະກັນວ່າໂຄ​ງການ​ນິວ​ເຄລຍ
ຂອງອີຣ່ານ ມີຈຸດປະສົງໃນທາງສັນຕິ ​ເພື່ອເປັນ​ການ​ແລກປ່ຽນ
ກັບການຜ່ອນຜັນ​ການ​ລົງ​ໂທດທາງດ້ານ​ເສດຖະກິດ ທີ່​ໄດ້​ສ້າງ ຄວາມເສຍຫາຍຢ່າງຮ້າຍແຮງໃຫ້​ແກ່ເສດຖະກິດ​ຂອງ​ອີຣ່ານນັ້ນ.

​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງສະຫະລັດຄົນ​ນຶ່ງ ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ຍັງບໍ່ທັນເປັນ​ທີ່​ແຈ້ງ​ຂາວ
​ເທື່ອວ່າ ທັງ​ສອງ​ຝ່າ​ຍ​ຈະ​ສາມາດ​ບັນລຸ​ຮ່າງ​ຂໍ້​ຕົກລົງ ທັນກັບກຳນົດ​ເສັ້ນ​ຕາຍ​ທີ່​ຕັ້ງໄວ້
ໃນ​ທ້າຍ​ເດືອນ​ນີ້.

Kerry Addresses Iran Nukes as Talks Resume
please wait

No media source currently available

0:00 0:02:23 0:00

ເຈົ້າ​ໜ້າ​ທີ່​ຄົນດັ່ງກ່າວ ​ໄດ້​ບອກ​ພວກນັກ​ຂ່າວ​ ໂດຍບໍ່ເປີດ​ເຜີຍ​ຊື່ວ່າ “ອີຣ່ານ ຍັງ​ຕ້ອງການ
​ເຮັດ​ການຕັດສິນໃຈ​ທີ່​ຍາກລຳບາກ ແລະ​ມີ​ຄວາມ​ຈຳ​ເປັນຈຳນວນ ນຶ່ງ”​.

ເຈົ້າໜ້າທີ່​ຍັງ​ກ່າວ​ວ່າ ໃນການ​ປະຊຸມກັບທ່ານ Kerry ​ໃນ​ວັນ​ຈັນ​ວານ​ນີ້ ຝ່າຍອີຣ່ານ​ຍັງໄດ້​
ຍົກເອົາ​ບັນຫາ​ຂອງ​ໜັງສືຂຶ້ນມາໂອ້ລົມກັນ ທີ່ສະມາຊິກຂອງພັກ ຣີພັບບລີກັນ 47 ຄົນ ສົ່ງ
​ໄປ​ໃນ​ອາທິດ​ແລ້ວ​ນີ້ ທີ່ເຕືອນ​ວ່າ ການ​ທີ່​ຈະ​ບັນລຸຂໍ້​ຕົກລົງ​ໃດໆ​ນັ້ນ ອາດ​ຈະ​ຖືກ​ຕ່າວປີ້ນ
ຫລັງ​ຈາກປະທານາທິບໍດີ Barack Obama ພົ້ນ​ຈາ​ກຕຳ​ແໜ່ງແລ້ວ.

Iran Nuclear
please wait
Embed

No media source currently available

0:00 0:00:52 0:00

XS
SM
MD
LG