ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຈໍາແນກຜິວພັນ ຄື ໄພຂົ່ມຂູ່ອັນນຶ່ງ ທີ່ຄົນອາເມຣິກັນ ເຊື້ອສາຍລາວ ໃນລັດວິສຄອນຊິນ ບໍ່ຢາກໄປປ່ອນບັດເລືອກຕັ້ງ ຄັ້ງຜ່ານມາ


ພະນັກງານກໍາລັງຖະກຽມສະຖານທີ່ປ່ອນບັດຈັດເລືອກຕັ້ງຂັ້ນຕົ້ນ ຢູ່ໂຮງຮຽນມັດທະຍົມ South Division ຢູ່ພາກໃຕ້ຂອງ ມ. ມີວອກກີ, ລັດວິສຄອນຊິນ ກ່ອນການເລືອກຕັ້ງຂັ້ນຕົ້ນໃນວັນທີ 07 ເມສາ, 2020
ພະນັກງານກໍາລັງຖະກຽມສະຖານທີ່ປ່ອນບັດຈັດເລືອກຕັ້ງຂັ້ນຕົ້ນ ຢູ່ໂຮງຮຽນມັດທະຍົມ South Division ຢູ່ພາກໃຕ້ຂອງ ມ. ມີວອກກີ, ລັດວິສຄອນຊິນ ກ່ອນການເລືອກຕັ້ງຂັ້ນຕົ້ນໃນວັນທີ 07 ເມສາ, 2020

ພາຍໃຕ້ສະພາບຂົ່ມຂູ່ຈາກການລະບາດຂອງໄວຣັສໂຄໂຣນາທີ່ເຮັດໃຫ້ມີຄໍາສັ່ງ ໃຫ້ຄົນຢູ່ລັດວິດສຄອນຊິນ ແລະລັດອື່ນໆຢູ່ໃນເຮືອນ ເພື່ອຫລີກລ້ຽງການເຕົ້າໂຮມກັນເກີນ 10 ຄົນຂຶ້ນໄປນັ້ນ ເຮັດໃຫ້ຜູ້ໄປບ່ອນຕ້ອງໄດ້ຕັດສິນໃຈຍາກ ລະຫວ່າງການຮັກສາສຸຂະພາບຂອງຕົນ ແລະການເຮັດໜ້າທີ່ຂອງພົນລະເມືອງຂອງ ສະຫະລັດຢູ່ໃນການເລືອກຕັ້ງຂັ້ນຕົ້ນເພື່ອເລືອກເອົາຜູ້ຕາງໜ້າພັກເດໂມແຄຣັດ ເພື່ອໄປແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ປີ 2020 ທີ່ໄດ້ຈັດຂຶ້ນໃນວັນອັງ ຄານຜ່ານມາ.

ບັນດາພົນລະເມືອງອາເມຣິກາເຊື້ອສາຍລາວ ກໍຄ້າຍຄືກັນກັບຄົນເຊື້ອສາຍອື່ນ ທີ່ ອາໄສຢູ່ໃນເມືອງມີວວອກກີທີ່ເປັນເມືອງໃຫຍ່ທີ່ສຸດຢູ່ໃນລັດວິສຄອນຊິນ ແມ່ນ ມີຄວາມຕື່ນຕົວ ແລະຫ້າວຫັນໃນການໃຊ້ສິດໃຊ້ສຽງຂອງຕົນ ແຕ່ສ່ວນໃຫຍ່ກໍໄດ້ ຕັດສິນໃຈບໍ່ໄປປ່ອນບັດດ້ວຍຕົນເອງ ຍ້ອນຢ້ານວ່າ ຈະຕິດເຊື້ອໄວຣັສໂຄໂຣນາ. ນອກນັ້ນ ແລ້ວກະແສຂ່າວອັນນອງນັນຢູ່ໃນສະຫະລັດທີ່ເວົ້າວ່າ ພວກຈໍາແນກ ຜິວພັນທີ່ເປັນກຸ່ມຊົນສ່ວນໃຫຍ່ ແລະຜິວຂາວໃນປະເທດນີ້ ມັກຈະທໍາຮ້າຍຮ່າງ ກາຍຂອງຄົນ ທີ່ມີຮູບຮ່າງ ແລະສີຜິວພັນຄ້າຍຄືກັບຄົນຈີນ ເພາະເຫັນວ່າ ເຊື້ອ ໄວຣັສອັນຕະລາຍຮ້າຍແຮງນີ້ ແມ່ນເລີ້ມຕົ້ນມາຈາກຈີນນັ້ນ ກໍເຮັດໃຫ້ຄົນ ເຊື້ອ ສາຍລາວບາງຄົນເປັນຫ່ວງບັນຫາຄວາມປອດໄພທີ່ມາຈາກການຈໍາແນກຜິວພັນນີ້ ຈຶ່ງຕັດສິນໃຈບໍ່ໄປປ່ອນບັດໃນຄັ້ງສໍາຄັນນີ້ ດັ່ງທີ່ອາຈານບົວທອງ ວັງສຸລັດຖາ, ອາຈານສອນສາສະໜາ ແລະ ຜູ້ນໍາຂອງໂບດລາວຄຣິສຕຽນ ຢູ່ໃນເມືອງທີ່ພົນລະ ເມືອງສ່ວນໃຫຍ່ເປັນຄົນຜິດຂາວແຫ່ງນັ້ນ ເລົ່າສູ່ວີໂອເອຟັງວ່າ:

ຂະນະດຽວກັນເຈົ້າໜ້າທີ່ຂອງລັດທີ່ຕັ້ງຢູ່ທາງພາກຕາເວັນຕົກຕອນກາງຂອງປະ ເທດແຫ່ງນັ້ນອະນຸຍາດໃຫ້ຜູ້ໄປໃຊ້ສິດເລືອກຕັ້ງຄັ້ງນີ້ສາມາດເລືອກທີ່ຈະລົງ ຄະແນນສຽງໂດຍທີ່ບໍ່ຕ້ອງໄປປ່ອນບັດດ້ວຍຕົນເອງຢູ່ສະຖານທີ່ຕ່າງໆ ທີ່ຈັດໄວ້ 5 ແຫ່ງນັ້ນກໍໄດ້ ໂດຍການສົ່ງບັດລົງຄະແນນສຽງຜ່ານທາງໄປສະນີ ຊຶ່ງເອີ້ນ ເປັນພາສາອັງກິດ ວ່າ Absentee ballot ນັ້ນ. ແຕ່ເນື່ອງຈາກວິທີນີ້ ມີຂໍ້ຈໍາກັດ ຫລາຍຢ່າງ ຈຶ່ງເຮັດໃຫ້ ບາງຄົນກໍບໍ່ສໍາເລັດຜົນໃນການຂໍເອົາໃບລົງຄະແນນສຽງ ຜ່ານທາງໄປສະນີ ດັ່ງ ອາຈານເລກສຸມາລີ ທີ່ສອນ ຢູ່ໂຮງຮຽນມັດທະຍົມ ປາຍ ແຫ່ງນຶ່ງໃນເມືອງດັ່ງກ່າວ ທີ່ໄດ້ຂໍເອົາບັດລົງຄະແນນສຽງໂດຍສົ່ງຜ່ານທາງ ໄປສະນີ ໄດ້ສາມອາທິດກ່ອນການເລືອກຕັ້ງນີ້ ເວົ້າສູ່ຟັງວ່າ:

ສ່ວນຊາວລາວ ສັນຊາດອາເມຣິກັນອີກສອງຄົນບອກວີໂອເອວ່າ ເຂົ້າເຈົ້າ ບໍ່ໄປປ່ອນບັດດ້ວຍຕົນເອງ ບໍ່ພຽງແຕ່ ຍ້ອນຄວາມເປັນຫ່ວງຕໍ່ການ ລະບາດ ຂອງໄວຣັສໂຄໂຣນາເທົ່ານັ້ນ ແຕ່ຍັງເປັນຍ້ອນຂັ້ນຕອນຊັກຊ້າ ເມື່ອທາງການໄດ້ ກວດກາພວກໄປ ປ່ອນບັດເພື່ອຫາເຊື້ອໄວຣັສດັ່ງກ່າວຢ່າງໜ້ອຍກໍ 2 ຄັ້ງ ໃນຂະ ນະທີ່ເຂົາເຈົ້າຢືນລຽນແຖວຍາວຢຽດ ແບບຢູ່ຫ່າງກັນ 6 ຟຸດ ຫລືປະມານ 2 ແມັດ ທ້າມກາງອາກາດໜາວ ແລະ ຝົນຝອຍຕົກລົງມາກ່ອນຈະເຂົ້າໄປຫາເຄື່ອງຈັກລົງຄະແນນສຽງໄດ້.

ອ່ານສະຫລຸບຫຍໍ້ລາຍງານນີ້ເປັນພາສາອັງກິດ

XS
SM
MD
LG