ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດລັດວິສຄອນຊິນກ່າວວ່າ ຜູ້ຕ້ອງສົງໄສ ຂັບລົດຕຳຂະບວນແຫ່ສວນ​ສະ​ໜາມ ມີສ່ວນພົວພັນກັບການກໍ່ຄວາມວຸ້ນວາຍໃນຄອບຄົວ


ຄົນຜູ້ນຶ່ງຍ່າງຜ່ານລົດຕຳຫຼວດທີ່ຈອດຂວາງທາງ ຖະໜົນເມນ (Main Street) ໃນຕອນເຊົ້າຫຼັງຈາກລົດແລ່ນຕຳຄົນທີ່ໄປຊົມຂະບວນແຫ່ໃນວັນພັກ ຢູ່ທີ່ເມືອງວາຄີຊາຂອງລັດວິສຄອນຊິນ, ວັນທີ 22 ພະຈິກ 2021.
ຄົນຜູ້ນຶ່ງຍ່າງຜ່ານລົດຕຳຫຼວດທີ່ຈອດຂວາງທາງ ຖະໜົນເມນ (Main Street) ໃນຕອນເຊົ້າຫຼັງຈາກລົດແລ່ນຕຳຄົນທີ່ໄປຊົມຂະບວນແຫ່ໃນວັນພັກ ຢູ່ທີ່ເມືອງວາຄີຊາຂອງລັດວິສຄອນຊິນ, ວັນທີ 22 ພະຈິກ 2021.

ຕຳຫຼວດໃນລັດວິສຄອນຊິນທາງພາກຕາເວັນຕົກຕອນກາງຂອງສະຫະລັດ ກ່າວວ່າ ຜູ້ຕ້ອງສົງໄສຄົນນຶ່ງ ທີ່ໄດ້ຂັບລົດເຂົ້າໄປໃນຂະບວນສວນ​ສະ​ໜາມເນື່ອງໃນວັນຄຣິສມັສ ເຮັດໃຫ້ມີຜູ້ເສຍຊີວິດ 5 ຄົນ ແລະອີກ 48 ຄົນບາດເຈັບນັ້ນ ໄດ້ມີສ່ວນກ່ຽວຂ້ອງກັບເຫດການກໍ່ຄວາມວຸ້ນວາຍໃນຄອບຄົວ ບໍ່ເທົ່າໃດນາທີກ່ອນ ເກີດ​ເຫດ.

ຜູ້ບັນຊາການຕຳຫຼວດເມືອງວາຄີຊາ ທ່ານແດນ ທອມສັນ ໄດ້ກ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວ ໃນວັນຈັນວານນີ້ວ່າ ບໍ່ມີຫຼັກຖານໃດໆຂອງການຂັບລົດຕຳຄົນໃນເມືອງນ້ອຍທາງພາກຕາເວັນຕົກຂອງນະຄອນມີລວອກກີນັ້ນ ກ່ຽວຂ້ອງກັບການກໍ່ການຮ້າຍ.

ທ່ານໄດ້ກ່າວວ່າ ຕຳຫຼວດໄດ້ຮັບຂໍ້ມູນວ່າ ຜູ້ຕ້ອງສົງໄສມີສ່ວນພົວພົວນຳການກໍ່ຄວາມວຸ້ນວາຍໃນຄອບຄົວ ບໍ່ດົນກ່ອນໜ້າເກີດເຫດການດັ່ງກ່າວ ແຕ່ກໍໄດ້ກ່າວວ່າ ເຈົ້າໜ້າທີ່ຕຳຫຼວດ ບໍ່ມີເວລາພໍທີ່ຈະໄປຮັບມືກັບການຮ້ອງທຸກ ກ່ອນທີ່ຜູ້ຕ້ອງສົງໄສໄດ້ອອກຈາກຈຸດນີ້ໄປແລ້ວ ແລະໄດ້ຂັບລົດໄປໃນທິດທາງຂອງການແຫ່ຂະບວນນັ້ນ.

ຕຳຫຼວດກ່າວວ່າ ງານຂະບວນແຫ່ສວນ​ສະ​ໜາມຄຣິສມັສປະຈຳປີຂອງເມືອງວາຄີຊາ ໄດ້ເລີ້ມຂຶ້ນຢູ່ໃນບໍລິເວນໃຈກາງເມືອງ ເມື່ອຕອນບ່າຍຂອງວັນອາທິດ ຊຶ່ງໃນເວລານັ້ນ ຜູ້ຕ້ອງສົງໄສໄດ້ຂັບລົດ SUV ຜ່ານເສັ້ນທາງຂອງຂະບວນແຫ່ດ້ວຍຄວາມໄວສູງ.

ພາບຖ່າຍໃນວັນທີ 3 ພະຈິກ 2021 ທີ່ສະໜອງໂດຍສຳນັກງານກົມຕຳຫຼວດນະຄອນມີລວາກີ ສະແດງໃຫ້ເຫັນທ້າວແດຣໂຣ ບຣຸກສ໌.
ພາບຖ່າຍໃນວັນທີ 3 ພະຈິກ 2021 ທີ່ສະໜອງໂດຍສຳນັກງານກົມຕຳຫຼວດນະຄອນມີລວາກີ ສະແດງໃຫ້ເຫັນທ້າວແດຣໂຣ ບຣຸກສ໌.

ທ່ານໄດ້ກ່າວວ່າ ຜູ້ຕ້ອງສົງໄສ ໄດ້ຖືກລະບຸໂຕ ຄື ທ້າວແດຣໂຣ ບຣຸກສ໌ (Darrell Brooks) ອາຍຸ 39 ປີ ຊຶ່ງໃນເວລານັ້ນ ຜູ້ກ່ຽວບໍ່ໄດ້ຖືກໄລ່ຕາມ ໂດຍເຈົ້າໜ້າທີ່ຕຳຫຼວດເລີຍ. ທ້າວບຣຸກສ໌ ຜູ້ທີ່ມາຈາກນະຄອນມີລວອກກີແມ່ນຖືກຟ້ອງໃນຂໍ້ຫາຫ້າກະທົງຂອງການຄາດຕະກຳໂດຍເຈດຕະນາ.

ທ່ານທອມສັນ ໄດ້ກ່າວວ່າ ເຈົ້າໜ້າທີ່ຕຳຫຼວດ ໄດ້ຍິງປືນຂອງລາວ ເພື່ອຢຸດຢັ້ງຜູ້ຕ້ອງສົງໄສບໍ່ໃຫ້ຂັບລົດຜ່ານເຂົ້າໄປໃນເສັ້ນທາງຂອງຂະບວນແຫ່ ແຕ່ລາວກໍໄດ້ຢຸດຍິງເນື່ອງຈາກວ່າ ມັນຈະເປັນອັນຕະລາຍແກ່ຄົນອື່ນໆ. ທ່ານທອມສັນໄດ້ກ່າວອີກວ່າ ຕຳຫຼວດໄດ້ຕັ້ງສິ່ງກີດຂວາງຢູ່ທາງເຂົ້າໄປຍັງຂະບວນແຫ່ ແລະກໍມີເຈົ້າໜ້າທີ່ຕຳຫຼວດຫຼາຍຄົນ ປະຈຳການຢູ່ທີ່ນັ້ນ ແຕ່ທ່ານກ່າວວ່າ ຜູ້ຕ້ອງສົງໄສ ໄດ້ຂັບລົດຜ່ານສິ່ງກີດຂວາງນັ້ນໄປ.

ພວກຄົນທີ່ໄດ້ຖືກຂ້າຕາຍ ໃນເຫດການດັ່ງກ່າວ ໄດ້ຖືກລະບຸໂຕ ຄື ແມ່ຍິງສີ່ຄົນ ທີ່ມີອາຍຸແຕ່ 52 ປີ ຫາ 79 ປີ ແລະຜູ້ຊາຍ ອາຍຸ 81 ປີ.

ພວກພະນັກງານຢູ່ທີ່ໂຮງໝໍ ກ່າວວ່າ ໃນ 48 ຄົນທີ່ໄດ້ຮັບບາດເຈັບນັ້ນ ມີ ເດັກນ້ອຍ 10 ຄົນຍັງຢູ່ໃນຫ້ອງສຸກເສີນຢູ່.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG