ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ ວິສຄອນຊິນ ຈັດການລົງຄະແນນສຽງ ເລືອກຕັ້ງຂັ້ນຕົ້ນ ເຖິງແມ່ນຈະມີໄພຂົ່ມຂູ່ ຈາກໄວຣັສໂຄໂຣນາ ກໍຕາມ


ທ້າວ ຈິມ ຄາເພັນເຕີ ປະທ້ວງ ການເລືອກຕັ້ງທີ່ມີແຜນຈັດຂຶ້ນໃນວັນອັງຄານວານນີ້ ທ່າມກາງການລະບາດຂອງໄວຣັສໂຄໂຣນາ, ນະຄອນ ມິລວໍກີ, ລັດ ວິສຄອນຊິນ. 6 ເມສາ, 2020.
ທ້າວ ຈິມ ຄາເພັນເຕີ ປະທ້ວງ ການເລືອກຕັ້ງທີ່ມີແຜນຈັດຂຶ້ນໃນວັນອັງຄານວານນີ້ ທ່າມກາງການລະບາດຂອງໄວຣັສໂຄໂຣນາ, ນະຄອນ ມິລວໍກີ, ລັດ ວິສຄອນຊິນ. 6 ເມສາ, 2020.

ລັດ ວິສຄອນຊິນ ທີ່ຕັ້ງຢູ່ພາກຕາເວັນຕົກຕອນກາງຂອງ ສະຫະລັດ ຈະລໍຖ້າ ຈົນຮອດຢ່າງໜ້ອຍວັນຈັນໜ້າ ຈຶ່ງເປີດເຜີຍຜົນ ຂອງການເລືອກຕັ້ງຂັ້ນຕົ້ນ ເພື່ອຕຳແໜ່ງປະທານາທິບໍດີຂອງພັກເດໂມແຄຣັດ, ເຊິ່ງໄດ້ດຳເນີນຂຶ້ນດ້ວຍ ການເຂົ້າໄປລົງຄະແນນສຽງດ້ວຍຕົນເອງ ເຖິງແມ່ນຈະມີຄວາມເປັນຫ່ວງ ກ່ຽວກັບ ການແຜ່ລະບາດຂອງໄວຣັສໂຄໂຣນາກໍຕາມ.

ການເລື່ອນເວລາດັ່ງກ່າວ ແມ່ນເພື່ອໃຫ້ບັນດາເຈົ້າໜ້າທີ່ການເລືອກຕັ້ງມີເວລາ ໃນການໄດ້ຮັບບັດຄະແນນສຽງທີ່ຖືກມອບໂດຍປະຊາຊົນ ຜູ້ທີ່ເລືອກສົ່ງໄປໂດຍ ລະບົບໄປສະນີ ເພື່ອປ່ອນບັດຄະ ແນນສຽງຂອງເຂົາເຈົ້າ.

ບັດຄະແນນສຽງທີ່ວ່ານັ້ນສາມາດສົ່ງໄປຊ້າສຸດເຖິງວັນຄານ, ສະຖານທີ່ປ່ອນບັດ ແມ່ນຈະຄົງເປີດຢູ່, ຕາບໃດທີ່ບັດຄະແນນສຽງໄດ້ຖືກສົ່ງໄປເພື່ອການນັບພາຍ ໃນວັນຈັນ.

ຈຳນວນຂອງສະຖານທີ່ປ່ອນບັດແມ່ນໄດ້ຖືກຫຼຸດລົງໃນທົ່ວລັດດັ່ງກ່າວ, ໂດຍພະ ນັກງານວັນເລືອກຕັ້ງຫຼາຍຮ້ອຍຄົນ ໄດ້ປະຕິເສດຄວາມນັບຖື ຕໍ່ຄຳໝັ້ນສັນຍາ ຂອງເຂົາເຈົ້າທີ່ຈະເຮັດວຽກ ຍ້ອນຢ້ານວ່າ ຈະຕິດກັບໄວຮັສທີ່ອັນຕະລາຍເຖິງ ຊີວິດນັ້ນ ໃນເວລາທີ່ເຂົາເຈົ້າໝາຍຜູ້ລົງປ່ອນບັດອອກຈາກລາຍຊື່ຜູ້ລົງທະບຽນ.

ໃນນະຄອນ ມິລວໍກີ, ເຊິ່ງແມ່ນເມືອງທີ່ໃຫຍ່ທີ່ສຸດຂອງລັດດັ່ງກ່າວ, ໄດ້ເປີດສະ ຖານທີ່ປ່ອນບັດທີ່ວາງແຜນໄວ້ພຽງຫ້າບ່ອນທີ່ນັ້ນ.

ແຕ່ບັນດາຜູ້ລົງຄະແນນສຽງທີ່ຢືນລຽນແຖວຫ່າງກັນ ແມ່ນໄດ້ປາກົດຂຶ້ນຢູ່ສະ ຖານທີ່ປ່ອນບັດທີ່ເປີດນັ້ນຢ່າງວ່ອງໄວ, ດ້ວຍພະນັກງານຮັກສາສຸຂະພາບ ຢາຍໜ້າກາກໃຫ້ປະຊາຊົນທີ່ລໍຖ້າໃນແຖວ.

ໃນຂະນະທີ່ວັນດັ່ງກ່າວຜ່ານໄປຢ່າງຊ້າໆນັ້ນ, ຜູ້ລົງຄະແນນສຽງບາງຄົນ ໄດ້ລໍຖ້າເຖິງສອງຊົ່ວ ໂມງເຄິ່ງ ເພື່ອປ່ອນບັດເລືອກຕັ້ງຂອງເຂົາເຈົ້າ.

ທ່ານ ນຽລ ອາລເບຣັຈ໌ ເຈົ້າໜ້າທີ່ການເລືອກຕັ້ງລະດັບສູງ ຂອງນະຄອນ ມິລວໍກີ ໄດ້ກ່າວວ່າ “ພວກເຮົາໄດ້ຈັດການເລືອກຕັ້ງ, ແຕ່ບໍ່ໄດ້ດຳເນີນໄປ ດ້ວຍປະຊາທິປະໄຕໃນລັດວິສຄອນຊິນ.”

ການລົງຄະແນນສຽງໄດ້ເລີ່ມຂຶ້ນ ຫຼັງຈາກສານສູງສຸດທີ່ຖືກຄອບຄອງໂດຍຜູ້ພິ ພາກສາຫົວອະນຸ ລັກນິຍົມ, ໄດ້ຕັດສິນດ້ວຍຄະແນນສຽງ 4 ຕໍ່ 2 ໃນວັນຈັນທີ່ ຜ່ານມາ, ໃຫ້ຍົກເລີກດຳລັດຂອງຜູ້ປົກ ຄອງລັດສັງກັດພັກເດໂມແຄຣັດ ທ່ານ ໂທນີ ເອເວີສ໌ ເພື່ອເລື່ອນການລົງຄະແນນສຽງດ້ວຍຕົນເອງ ໄປຈົນຮອດເດືອນ ມິຖຸນາ. ທ່ານໄດ້ຍົກເລິີກການລົງຄະແນນສຽງ ຫຼັງຈາກປະຊາຊົນໃນທົ່ວລັດ ໄດ້ກ່າວວ່າ ມັນອັນຕະລາຍໂພດທີ່ຈະສ່ຽງລົງຄະແນນສຽງ ໃນຂະນະທີ່ກໍລະ ນີໄວຣັສໂຄໂຣນາໄດ້ເພີ່ມຂຶ້ນໃນແຕ່ລະວັນ.

ລັດ ວິສຄອນຊິນ ມີຜູ້ຕິດໄວຣັສໂຄໂຣນາທີ່ຖືກຢືນຢັນ 2,400 ກໍລະນີ ແລະ ໄດ້ບັນທຶກຜູ້ເສຍຊີວິດ 84​ ຄົນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG