ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຜູ້ປົກຄອງລັດ ວິສຄອນຊິນ ໃຊ້ກຳລັງພິທັກດິນແດນ ເຂົ້າຄວບຄຸມການປະທ້ວງ ຫຼັງຈາກຕຳຫຼວດ ຍິງຄົນຜິວດຳ


ຄວາມວຸ້ນວາຍໃນລັດ ວິສຄອນຊິນ ລຸນຫຼັງຕຳຫຼວດຍິງທ້າວ ເຈຄັອບ ເບລກ.
ຄວາມວຸ້ນວາຍໃນລັດ ວິສຄອນຊິນ ລຸນຫຼັງຕຳຫຼວດຍິງທ້າວ ເຈຄັອບ ເບລກ.

ຜູ້ປົກຄອງລັດ ວິສຄອນຊິນ ທ່ານ ໂທນີ ເອເວີສ໌ ໄດ້ສົ່ງກອງກຳລັງຮັກສາດິນແດນແຫ່ງຊາດໄປເມືອງ ເຄໂນຊາ ເພື່ອປ້ອງກັນບໍ່ໃຫ້ເກີດຄວາມຮຸນແຮງ ຫຼັງຈາກຕຳຫຼວດໄດ້ຍິງຜູ້ຊາຍຜິວດຳຄົນນຶ່ງ.

ທ້າວ ເຈຄັອບ ເບລກ, ອາຍຸ 29 ປີ, ຖືກຍິງຢູ່ຫຼັງ ແລະ ໄດ້ຮັບບາດເຈັບສາຫັດໃນຄືນວັນອາທິດທີ່ຜ່ານມາ ໃນເວລາທີ່ລາວໄດ້ກົ້ມຕົວເຂົ້າໄປໃນລົດ ໃນຂະນະທີ່ລູກຂອງລາວສາມຄົນຢູ່ທາງໃນ.

ຕຳຫຼວດປາກົດວ່າ ໄດ້ຕອບຮັບຕໍ່ການຂັດແຍ້ງພາຍໃນຄອບຄົວ, ແນວໃດກໍຕາມສະຖານະການຢູ່ອ້ອມຮອບການຍິງກັນນັ້ນແມ່ນຍັງບໍ່ທັນເປັນທີ່ຈະແຈ້ງ.

ເຊື້ອຊາດຜິວພັນຂອງຕຳຫຼວດທັງສາມທີ່ມີສ່ວນຮ່ວມນັ້ນ ແມ່ນບໍ່ໄດ້ຖືກເປີດເຜີຍ ຕໍ່ສາທາລະນະ, ແຕ່ການຍິງກັນດັ່ງກ່າວ ໄດ້ກໍ່ໃຫ້ເກີດຄວາມຮຸນແຮງໃນຕອນກາງຄືນຢູ່ເມືອງ ເຄໂນຊາ, ເຊິ່ງແມ່ນເມືອງຊົນຊັ້ນກຳມະກອນໃນປະຫວັດສາດທີ່ມີປະຊາຊົນ 100,000 ອາໄສຢູ່ລະຫວ່າງນະຄອນ ຊິຄາໂກ ແລະ ມິລວອກກີ.

ທ່ານ ເອເວີສ໌, ສັງກັດພັກເດໂມແຄຣັດ ໄດ້ກ່າວວ່າ “ໃນຂະນະທີ່ພວກເຮົາບໍ່ມີລາຍລະອຽດທັງໝົດເທື່ອນັ້ນ, ສິ່ງທີ່ພວກເຮົາຮູ້ຢ່າງແນ່ນອນກໍແມ່ນລາວບໍ່ແມ່ນຄົນຜິວດຳຜູ້ທຳອິດ ຫຼື ຄົນທີ່ຖືກຍິງ ຫຼື ບາດເຈັບ ຫຼື ຖືກຂ້າຕາຍຢ່າງບໍ່ມີຄວາມປານີ ດ້ວຍນໍ້າມືຂອງບຸກຄົນຕ່າງໆໃນອົງການບັງຄັບໃຊ້ກົດໝາຍໃນລັດຂອງພວກເຮົາ ຫຼື ປະເທດຂອງພວກເຮົາ.”

ຜູ້ຖືກສະເໜີຊື່ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີສັງກັດພັກເດໂມແຄຣັດ ທ່ານ ໂຈ ໄບເດັນ ໄດ້ກ່າວວ່າ ການຍິງກັນທີ່ວ່ານັ້ນໄດ້ຮຽກຮ້ອງໃຫ້ມີ “ການສືບສວນສອບສວນໃນທັນທີ ແລະ ໂປ່ງໃສ, ແລະ ພວກເຈົ້າໜ້າທີ່ໆວ່ານັ້ນຕ້ອງຖືກນຳມາລົງໂທດ.”

ທ່ານໄດ້ກ່າວວ່າ “ລູກປືນທີ່ວ່ານີ້ໄດ້ຍິງທະລຸຜ່ານຈິດວິນຍານຂອງປະເທດຂອງພວກເຮົາ. ຄວາມຍຸຕິທຳທີ່ເທົ່າທຽມກັນແມ່ນບໍ່ໄດ້ມີຢູ່ຈິງສຳລັບຄົນ ອາເມຣິກັນ ຜິວດຳ ແລະ ຫຼາຍຄົນອື່ນໆ. ພວກເຮົາຕ້ອງຮື້ຖອນການຈຳແນກເຊື້ອຊາດຜິວພັນຢ່າງເປັນລະບົບນີ້.”

ພວກເຈົ້າໜ້າທີ່ໆມີສ່ວນຮ່ວມໄດ້ຖືກສັ່ງພັກວຽກຊົ່ວຄາວ ແລະ ຄຳສັ່ງຫ້າມອອກນອກເຮືອນໃນຍາມຄືນຈະມີຜົນບັງຄັບໃຊ້ໃນເມືອງ ເຄໂນຊາ ແລະ ເຂດຊານເມືອງຂອງເຂົາເຈົ້າ.

ວິດີໂອທີ່ຖືກຖ່າຍຈາກໂທລະສັບມືຖືປາກົດວ່າ ໄດ້ຖ່າຍເອົາການຍິງທີ່ວ່ານັ້ນ. ວິດີໂອດັ່ງກ່າວໄດ້ສະແດງໃຫ້ເຫັນທ້າວ ເບລກ ຍ່າງອ້ອມໜ້າລົດ SUV ຄັນນຶ່ງໄປປະຕູຟາກຄົນຂັບດ້ວຍເຈົ້າໜ້າທີ່ຕຳຫຼວດສອງຄົນຕິດຕາມລາວໄປ ພ້ອມດ້ວຍປືນຈີ້ໃສ່ລາວ. ເວລາທີ່ທ້າວ ເບລກ ເປີດປະຕູ ແລະ ກົ້ມໂຕເຂົ້າໄປ ໃນລົດນັ້ນ, ຕຳຫຼວດຄົນນຶ່ງໄດ້ດຶງເສື້ອຂອງລາວ ແລະ ຍິງປືນໃສ່. ສຽງຍິງປືນ ເຈັດລູກໄດ້ດັງຂຶ້ນ, ແຕ່ມັນບໍ່ຈະແຈ້ງວ່າມີຕຳຫຼວດຈັກຄົນໄດ້ຍິງປືນອອກໄປ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG