ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຢູ່ລັດວິສຄອນຊິນ ຢ່າງໜ້ອຍມີຄົນລາວ 1 ຄົນ ເສຍຊີວິດຍ້ອນໂຄວິດ-19 ໃນເດືອນແລ້ວນີ້


ປະຊາຄົມລາວໃນເມືອງມີລວອກກີ ໃສ່ຜ້າປິດປາກໄວ້ ໃນເວລາໄປທໍາບຸນຕັກບາດ ໃນວັນອອກພັນສາ ທີ່ວັດປະທຸມມາ ພຸດທະຣາມໃນເມືອງດັ່ງກ່າວ ໃນວັນເສົາ ທີ 3 ຕຸລາ, 2020
ປະຊາຄົມລາວໃນເມືອງມີລວອກກີ ໃສ່ຜ້າປິດປາກໄວ້ ໃນເວລາໄປທໍາບຸນຕັກບາດ ໃນວັນອອກພັນສາ ທີ່ວັດປະທຸມມາ ພຸດທະຣາມໃນເມືອງດັ່ງກ່າວ ໃນວັນເສົາ ທີ 3 ຕຸລາ, 2020

ໂດຍທີ່ມີຈໍານວນຄົນຕິດເຊື້ອເພີ້ມຂຶ້ນຈາກ 1,000 ກວ່າຄົນຕໍ່ມື້ມາເປັນ 2,000 ກວ່າຄົນ, ລັດວິສຄອນຊິນໄດ້ກາຍມາເປັນລັດນຶ່ງ ໃນຈໍານວນສອງລັດ ທີ່ມີຄົນ ເສຍຊີວິດຍ້ອນພະຍາດ ໂຄວິດ-19 ຫຼາຍທີ່ສຸດໃນສະຫະລັດ ນັບແຕ່ເດືອນກັນ ຍາເປັນຕົ້ນມາ. ມາຮອດວັນຈັນວານນີ້ ຢູ່ທົ່ວລັດໃນເຂດຕາເວັນຕົກຕອນກາງ ຂອງປະເທດແຫ່ງນັ້ນມີຜູ້ຕິດເຊື້ອພະຍາດນີ້ 132,600 ກວ່າຄົນແລະມີຜູ້ເສຍ ຊີວິດໄປແລ້ວເກືອບຮອດ 1,380 ຄົນ, ອີງຕາມສະຖິຕິຂອງມະຫາວິທະຍາໄລ ຈອນສ໌ ຮອບຄິ້ນສ໌. ເມືອງກຣີນເບ (Green Bay) ຊຶ່ງຕັ້ງຢູ່ພາກເໜືອ ແລະເປັນ ເມືອງນຶ່ງໃນຈໍານວນສອງເມືອງ ທີ່ປະທານາທິບໍດີດໍໂນລ ທຣໍາຈະໄປຈັດການໂຮມຊຸມນຸມເພື່ອຫາສຽງເລືອກຕັ້ງໃນວັນເສົາຜ່ານມາ ແຕ່ຖືກຍົກເລີກພາຍຫລັງທີ່ເພິ່ນກວດພົບວ່າເປັນພະຍາດນີ້ນັ້ນເປັນ 1 ໃນສອງຈຸດທີ່ກໍາລັງ ມີການແຜ່ລະບາດຢ່າງວ່ອງໄວທີ່ສຸດຂອງລັດດັ່ງກ່າວ ແລະມີຄົນເຊື້ອສາຍລາວ ເສຍຊີວິດຢ່າງໜ້ອຍຜູ້ນຶ່ງ ໃນເດືອນຜ່ານມານີ້, ອີງຕາມການບອກເລົ່າຂອງທ່ານ ສຸເທບ ທິແກ້ວ, ປະທານວັດລາວປະທຸມມາ ພຸດທະຣາມ ໃນເມືອງມີລວອກກີ, ລັດວິສຄອນຊິນ ຊຶ່ງທ່ານເລົ່າສູ່ຟັງດັ່ງນີ້:

ນອກຈາກນັ້ນ, ກໍມີຄົນລາວຈໍານວນນຶ່ງເມືອງຣາຊີນໃນ ພາກໃຕ້ຂອງລັດວິສຄອນຊິນແລະເມືອງແອລຈີນ, ລັດອີລິນອຍ ທີ່ມີຊາຍແດນ ຕິດກັນນັ້ນ ກໍມີຄົນລາວຈໍານວນນຶ່ງ ທີ່ຕິດພະຍາດນີ້ເຊັ່ນກັນ ໃນໄລຍະເດືອນ ນຶ່ງຜ່ານມານີ້, ອີງຕາມທ່ານ ສຸເທບ. ສ່ວນເມືອງມີລວອກກີ ທີ່ມີຈໍານວນຄົນ ເປັນພະຍາດນີ້ຫລາຍກວ່າໝູ່ກໍຄື ຫລາຍກວ່າ 30,000 ລາຍແລະມີຄົນລາວອາໄສຢູ່ປະມານ 7 ພັນຄົນນັ້ນ ທີ່ຜ່ານມາມີຄົນເປັນພະຍາດນີ້ 3 ຄົນ ແຕ່ວ່າ ໃນໄລຍະສອງເດືອນຜ່ານມານີ້ ແມ່ນບໍ່ມີໃຜເປັນພະຍາດນີ້ເລີຍດັ່ງທີ່ທ່ານສຸເທບ ເລົ່າສູ່ຟັງວ່າ:

ທັງນີ້ກໍເພາະວ່າປະຊາຄົມລາວ ເຖິງວ່າຈະໄປເຕົ້າໂຮມກັນ ທໍາບຸນໃນວັດ ດັ່ງ ໃນໂອກາດວັນບຸນອອກພັນສາໃນວັນເສົາຜ່ານມານີ້ ຢູ່ໃນເມືອງດັ່ງກ່າວກໍລ້ວນ ແຕ່ໄດ້ພາກັນພະຍາຍາມ ຮັກສາລະບຽບການສະກັດກັ້ນການແຜ່ລະບາດຂອງ ພະຍາດໂຄວິດ-19 ເຊັ່ນໃສ່ຜ້າປິດປາກຕະຫລອດ ແລະການຮັກສາໄລຍະຢູ່ ຫ່າງກັນ ຢ່າງໜ້ອຍ 6 ຟຸດ ຫລື 2 ແມັດ.

XS
SM
MD
LG