ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະຍຸຫິມະປະທະ ພາກຕາເວັນອອກສຽງເໜືອ ຂອງສະຫະລັດ


ຫິມມະຕົກໜັກໃນລັດ New Jersey
ຫິມມະຕົກໜັກໃນລັດ New Jersey

ຫິມມະຕົກໜັກແລະລົມພັດແຮງ ໄດ້ປະທະຂົງເຂດຕາເວັນ
ອອກສຽງເໜືອຂອງສະຫະລັດ​ ໃນວັນອາທິດວານນີ້ ສ້າງ
ຄວາມປັ່ນປ່ວນ​ແລະ​ລົບ​ກວນ ການສັນຈອນໄປມາທາງອາ
ກາດ ທາງລົດໄຟ ແລະຖະໜົນຫົນທາງຢ່າງໜັກ ໃນຂະນະ
ທີ່ພວກເດີນທາງໃນເທດສະການຄຣີສມາສ ກໍາລັງພາກັນ
ເດີນທາງກັບບ້ານນັ້ນ.

ພະ​ແນ​ກດິນຟ້າອາກາດແຫ່ງຊາດຂອງສະຫະລັດ ໄດ້ອອກ
ຄໍາເຕືອນ​ໃຫ້​ລະວັງ​ໄພພາຍຸຫິມະ ໄປຈົນເຖິງຕອນແລງຂອງ
ວັນຈັນນີ້ ຕາມພາກສ່ວນຂົງເຂດຕອນເໜືອຂອງຝັ່ງຕາເວັນ
ອອກ ຄືຈາກລັດເມນ ລົງໃຕ້ໄປຈົນເຖິງ ລັດນີວເຈີຊີ ພ້ອມ
ກັບການເຕືອນກ່ຽວ​ກັບໄພພາຍຸລະດູໜາວ ທີ່ຈະຄຸກຄາມໄປທົ່ວຂົງເຂດທີ່ກວ້າງຂວາງກວ່າ
ນັ້ນ. ພວກພະຍາກອນອາກາດກ່າວວ່າ ຈະມີຫິມະຕົກຖ້ວມນະຄອນນີວຢ໊ອກ ແລະບອສ
ຕັນ ສູງເຖິງ 50 ຊັງ​ຕີ​ແມັດ ພາຍໃນຕອນ​ແລງຂອງວັນຈັນມື້ນີ້ ພ້ອມ​ກັບລົມແຮງເກີນ
80 ກິໂລແມດຕໍ່ຊົ່ວໂມງ.

ຍ້ອນສະພາບການດັ່ງກ່າວນີ້ ຖ້ຽວບິນທີ່ອອກຈາກເມືອງສໍາຄັນໆ​ໃນ​ເຂດຝັ່ງຕາເວັນອອກ
ຊຶ່ງໂຮມທັງນີວຢ໊ອກ ບອສຕັນ ຟິລາເດລເຟຍ ແລະວໍຊິງຕັນດີຊີນັ້ນ ໄດ້ຖືກຍົກເລີກຫລາຍ
ພັນຖ້ຽວ. ການບໍລິການດ້ານລົດໄຟໂດຍສານ ຊຶ່ງໂດຍປົກກະຕິແລ້ວເປັນທາງເລືອກອັນນຶ່ງ
ເວລາດິນຟ້າອາກາດ ສົ່ງ​ຜົນ​ກະທົບ​ຕໍ່ການເດີນທາງທາງອາກາດນັ້ນ ກໍ​ໄດ້​ຖືກໂຈ໊ະການ
ບໍລິການ ລະຫວ່າງນີວຢ໊ອກແລະບອສຕັນເຊັ່ນດຽວກັນ ແລະພວກລົດເມກໍຖືກປິດ ຕາມ
ເສັ້ນທາງບໍລິການ ລະຫວ່າງນະຄອນບອສຕັນແລະວໍຊິງຕັນດີຊີ.

ຜູ້ວ່າການຫລາຍໆລັດໃນເຂດຝັ່ງຕາເວັນອອກສະຫະລັດ ອັນໂຮມທັງລັດ Massachu-
setts, Maryland, Virginia ແລະ North Carolina ໄດ້ປະກາດພາວະສຸກເສີນ ເພື່ອ
ທີ່ຈະລະດົມພົນ​ແລະ​ຊັບພະຍາກອນຈາກແຫລ່ງຕ່າງໆມາຮັບມືກັບພາຍຸຮຸນແຮງດັ່ງກ່າວນີ້.

XS
SM
MD
LG