ນາງມາຣິດ ຢໍເກີນແຫ່ງນໍເວ ໄດ້ຖືກບັນທຶກໄວ້ ໃນປື້ມປະຫວັດສາດ ໃນວັນເສົາມື້ນີ້ທີ່
ການແຂ່ງຂັນກິລາໂອລິມປິກລະດູໜາວ ຢູ່ເມືອງພຽງຈາງປະເທດເກົາຫຼີໃຕ້. ນາງໄດ້
ກາຍເປັນແມ່ຍິງທີ່ໄດ້ຮັບຫລຽນໂອລິມປິກ ລະດູໜາວ ຫຼາຍທີ່ສຸດແບບທີ່ບໍ່ເຄີຍມີມາ
ກ່ອນເວລານາງໄດ້ຊະນະຫລຽນເງິນ ໃນການແລ່ນສະກີ້ 15 ກິໂລແມັດ. ນີ້ເປັນຫຼຽນ
ທີ 11 ຂອງນາງ ໃນນັ້ນມີຫົກຫລຽນຄຳ ສີ່ຫລຽນເງິນ ແລະນຶ່ງຫລຽນທອງແດງ.
ນາງຊາລັອດ ກາລລາ ຈາກສະວີເດັນ ໄດ້ຊະນະ ຫລຽນຄຳຫຼຽນທຳອິດ ໃນປີນີ້ ເວລາ
ນາງຊະນະແລ່ນສະກີ້ໄລຍະໄກ. ນາງໄດ້ຊະນະການແຂ່ງຂັນຫລາຍກວ່າເຈັດວິນາທີ
ກາຍຈາກໝູ່ໃນໄລຍະສອງກິໂລແມັດສຸດທ້າຍ ທີ່ໄດ້ແກ້ແຄ້ນໃນການເສຍໄຊໃຫ້ນາງ
ຢໍເກິນ ໃນປີ 2014 ທີ່ການແຂ່ງຂັນກິລາໂອລິມປິກ ຢູ່ເມືອງໂຊຈີ.
ນາງກຣິສຕາ ພາມາໂກສກີ ແຫ່ງຟິນແລນ ໄດ້ຊະນະຫລຽນທອງແດງ. ສ່ວນນັກແລ່ນ
ສະກີ້ສະຫະລັດ ນາງແຈັດຊີ ດິກເກນສ໌ ຕິດອັນດັບຫ້າ ຊຶ່ງເປັນການແລ່ນສະກີ້ໄລຍະ
ໄກທີ່ດີເລີດໂດຍແມ່ຍິງອາເມຣິກັນ.
ຮອງປະທານາທິບໍດີສະຫະລັດ ທ່ານໄມຄ໌ ເພັນສ໌ ແລະພັນລະຍາ ຍານາງແຄຣັນ ໃນ
ຂະນະດຽວກັນ ໄດ້ໄປເບິ່ງການແຂ່ງຂັນແລ່ນສະເກັດນໍ້າກອ້ນໄລຍະສັ້ນ ຢູ່ທີ່ສະໜາມ
ກິລາ Gangneung iIce Arena ໃນວັນເສົາມື້ນີ້.
ການແຂ່ງຂັນກິລາໂອລິມປິກໃນວັນເສົາມື້ນີ້ຢູ່ເມືອງພຽງຈາງ ສະເໜີການແຂ່ງຂັນຮອບ
ທຳອິດຂອງຄະນະທີມຮ່ວມ ຮອກກີ້ແມ່ຍິງເກົາຫຼີເໜືອແລະເກົາຫຼີໃຕ້ ໃນຂະນະທີ່ການ
ທູດໄດ້ມີບົດບາດສຳຄັນ ສຳລັບການແຂ່ງຂັນຕ່າງໆ.
ເກົາຫຼີທີ່ແບ່ງແຍກກັນ ໄດ້ຕົກລົງເພື່ອລົງແຂ່ງຂັນເປັນທີມດຽວກັນ ໃນກິລາຮອກກີ້ນ້ຳ
ກ້ອນແມ່ຍິງ ຊຶ່ງໃນເວລາ ບໍ່ເທົ່າໃດອາທິດ ທີ່ຜ່ານມານີ້ ພວກເຂົາເຈົ້າໄດ້ເຖິງສົງຄາມ
ນິວເຄລຍ.
ນອກນັ້ນ ໃນວັນເສົາມື້ນີ້ ຍັງຈະມີການມອບຫລຽນຕ່າງໆໃຫ້ແກ່ພວກຜູ້ຊາຍໃນການ
ແລ່ນສະເກັດນໍ້າກ້ອນຄວາມໄວໄລຍະສັ້ນ ການແລ່ນສະເກັດຄວມໄວແມ່ ຍິງ ການ
ແລ່ນສະກີ້ໄລຍະໄກຂອງພວກແມ່ຍິງແລະການແຂ່ງຂັນສະກີ້ໂດດປະ ເພດຊາຍ.
ການແຂ່ງຂັນກິລາໂອລິມປິກລະດູໜາວຈະດຳເນີນໄປຈົນຮອດ ວັນທີ 25 ກຸມ ພາ.
ກິລາໂອລິມປິກລະດູໜາວ 2018 ໄດ້ເລີ້ມເປີດຢ່າງເປັນທາງການໃນວັນສຸກວານນີ້
ເວລາພວກນັກກິລາຈາກປະເທດຕ່າງໆ ສວນສະໜາມເຂົ້າໄປ ໃນສະໜາມກິລາໂອ
ລິມປິກ ຮວມທັງພວກນັກກິລາຈາກເກົາຫຼີເໜືອ ແລະເກົາຫຼີໃຕ້ ທີ່ຮ່ວມເດີນສວນສະ
ໜາມເປັນທີມດຽວກັນພາຍໃຕ້ທຸງ ແຫ່ງເອກກະພາບເກົາຫຼີທີ່ເປັນສີຟ້າແລະສີຂາວ.