ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຫິມະ ຕົກໜັກ ແລະອາກາດ ປັ່ນປ່ວນ ໃນຫຼາຍເຂດ ຂອງ ຢູໂຣບ (ວີດີໂອ)


Europe Weather
please wait
Embed

No media source currently available

0:00 0:00:27 0:00
ປະຊາຊົນຫຼາຍພັນຄົນບໍ່ມີໄຟຟ້າ ໃນພາກໃຕ້ຂອງ Austria
ຫຼັງຈາກຫິມະຕົກໜັກໃນຂະນະທີ່ດິນຟ້າອາກາດບໍ່ດີພັດຜ່ານ
ໃນຫຼາຍພາກສ່ວນຂອງຢູໂຣບ.

ໃນແຂວງ Carinthia ໃນພາກໃຕ້ຂອງ Austria ຊຶ່ງຕິດກັບ
Slovenia ບ້ານເຮືອນຈຳນວນຫຼາຍເຖິງ 3 ພັນຫຼັງບໍ່ມີໄຟຟ້າ
ໃຊ້ເປັນເວລາຫຼາຍຊົ່ວໂມງໃນວັນຈັນຜ່ານມານີ້.

ທາງລົດໄຟບາງສາຍໄດ້ເປີດບໍລິການຄືນຫຼັງຈາກອັດມາໃນຫວ່າງໄວໆຜ່ານມານີ້ ແຕ່ ທາງລົດໄຟ 2 ສາຍ ທີ່ເຊື່ອມໂຍງAustria ແລະອີຕາລີ ຍັງອັດຢູ່.

ພວກຊາວບ້ານຊາວເມືອງໄດ້ພາກັນຂຸດຫິມະອອກຈາກຫຼັງຄາເຮືອນແລະອອກຈາກ
ບ່ອນຈອດລົດຂ້າງເຮືອນຂອງເຂົາເຈົ້າ.

ປະຊາຊົນຕື່ມອີກຫຼາຍພັນຄົນໃນ Slovenia, Croatia, Serbia ແລະ Poland ໄດ້
ຮັບຜົນກະທົບຈາກຝົນຕົກລົງມາທີ່ເປັນນ້ຳກ້ອນພ້ອມທັງຝົນເປັນໝາກເຫັບ ແລະຫິມະ
ທີ່ເປັນນ້ຳກ້ອນ.

Thousands were left without electricity in southern Austria following heavy snow as bad weather swept across parts of Europe.

In the southern Austrian province of Carinthia bordering Slovenia, up to 3,000 homes were without electricity for hours Monday.

Some railway lines reopened following recent closures, but two routes connecting Austria with Italy were closed.

Residents were shovelling heavy, wet snow off rooftops and from driveways.

Thousands of others in Slovenia, Croatia, Serbia, and Poland were affected by icy rain, sleet, and snow drifts.
XS
SM
MD
LG