ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໗ ພຶດສະພາ ໒໐໒໔

ຜູ້ຖືກລາງວັນທີນຶ່ງ ຂອງຫວຍພາວເວີບອລ ມູນຄ່າ 1.3 ຕື້ໂດລາ ແມ່ນຊາວອົບພະຍົບລາວ ທີ່ເປັນໂຣກມະເຮັງ


ທ້າວ Cheng "Charlie" Saephan ຖືປ້າຍສະແດງຮູບແຊັກ ໄວ້ຢູ່ເທິງຫົວຂອງລາວຫຼັງຈາກກ່າວໃນລະຫວ່າງກອງປະຊຸມຖະແຫຼງຂ່າວທີ່ມີການເປີດເຜີຍວ່າ ລາວເປັນນຶ່ງໃນຜູ້ຊະນະລາງວັນ Powerball ຈຳວນ 1.3 ຕື້ໂດລາ ຢູ່ທີ່ສໍານັກງານໃຫຍ່ຂອງ Oregon Lottery ໃນເດືອນເມສາ 29, 2024, ໃນ ເມືອງ ຊາແລມ, ລັດ ໂອເຣກອນ.
ທ້າວ Cheng "Charlie" Saephan ຖືປ້າຍສະແດງຮູບແຊັກ ໄວ້ຢູ່ເທິງຫົວຂອງລາວຫຼັງຈາກກ່າວໃນລະຫວ່າງກອງປະຊຸມຖະແຫຼງຂ່າວທີ່ມີການເປີດເຜີຍວ່າ ລາວເປັນນຶ່ງໃນຜູ້ຊະນະລາງວັນ Powerball ຈຳວນ 1.3 ຕື້ໂດລາ ຢູ່ທີ່ສໍານັກງານໃຫຍ່ຂອງ Oregon Lottery ໃນເດືອນເມສາ 29, 2024, ໃນ ເມືອງ ຊາແລມ, ລັດ ໂອເຣກອນ.

ນຶ່ງໃນຜູ້ຖືກລາງວັນທີນຶ່ງ ຫຼື jackpot ຂອງ Powerball ມູນຄ່າ 1.3 ຕື້ໂດລາ ໃນເດືອນນີ້ ແມ່ນຊາວອົບພະຍົບຈາກປະເທດລາວ ທີ່ເປັນມະເຮັງມາໄດ້ 8 ປີ ແລະຫາກໍໄດ້ຮັບການປິ່ນປົວດ້ວຍການໃຊ້ເຄມີບໍາບັດຄັ້ງຫຼ້າສຸດ ໃນອາທິດທີ່ຜ່ານມານີ້, ອີງຕາມອົງການຂ່າວ ເອພີ.

ທ້າວ ເຊັງ (Cheng) ຫຼື "Charlie" ແຊ້ພານ (Saephan) ອາຍຸ 46 ປີ ຈາກເມືອງ ພອຕແລນ (Portland) ກ່າວໃນການຖະແຫຼງຂ່າວ ທີ່ຈັດຂຶ້ນໂດຍ Oregon Lottery ໃນວັນຈັນວານນີ້ ວ່າ ທ້າວ ແລະເມຍຂອງທ້າວ, ນາງ ເດືອນເພັນ ອາຍຸ 37 ປີ, ຈະເອົາເງິນເຄິ່ງນຶ່ງ ແລະສ່ວນທີ່ເຫຼືອແມ່ນໃຫ້ໝູ່ຄົນນຶ່ງ ຄື ນາງ ໄລຊາ ຊາວ (Laiza. Chao) ອາຍຸ 55 ປີ, ຈາກເມືອງ ມີລວໍກີ (Milwaukie) ຊານເມືອງຂອງ ພອຕແລນ (Portland). ນາງ ຊາວ (Chao) ໄດ້ອອກເງິນ 100 ໂດລາເພື່ອຊື້ ຫວຍນຶ່ງຊຸດກັບພວກເຂົາເຈົ້າ. ພວກ​ເຂົາ​ເຈົ້າ​ຈະໄດ້​ຮັບ​ການ​ຈ່າຍ​ເງິນ​ເປັນ​ກ້ອນ ຈຳນວນ 422 ລ້ານ​ໂດລາ ຫຼັງ​ຈາກ​ການຫັກຄ່າ​ເສຍ​ພາສີອາກອນ.

ທ້າວເວົ້າວ່າ "ຂ້ອຍຈະສາມາດເບິ່ງແຍງຄອບຄົວແລະສຸຂະພາບຂອງຂ້ອຍໄດ້,", ແລ້ວກ່າວຕື່ມວ່າ ທ້າວຈະ "ຊອກຫາທ້າວຫມໍທີ່ດີສໍາລັບຕົນເອງ."

ທ້າວ ແຊ້ພານ (Saephan), ຜູ້ທີ່ມີລູກນ້ອຍສອງຄົນ, ບອກວ່າ ໃນຖານະຄົນປ່ວຍໂຣກມະເຮັງ, ລາວກໍສົງໄສ ແລະ ກ່າວວ່າ, "ຂ້ອຍຈະມີເວລາໃຊ້ເງິນທັງຫມົດນີ້ໄດ້ແນວໃດ? ຂ້ອຍຈະຢູ່ໄດ້ດົນປານໃດ?"

ຫຼັງຈາກທີ່ພວກເຂົາຊື້ໃບຫວຍຮ່ວມກັນ, ນາງ ຊາວ (Chao) ໄດ້ສົ່ງຮູບພາບຂອງໃບຫວຍໄປໃຫ້ ແຊ້ພານ (Saephan) ແລະເວົ້າວ່າ, "ພວກເຮົາເປັນມະຫາເສດຖີ." ລາວເວົ້າວ່າ ມັນເປັນເລື່ອງຕະຫລົກກ່ອນການຈັບສະຫຼາກຕົວຈິງ, ແຕ່ໃນມື້ຕໍ່ມາພວກເຂົາກໍຖືກລາງວັນທີນຶ່ງ.

ນາງ ຊາວ (Chao), ອາຍຸ 55 ປີ, ກໍາລັງເດີນທາງໄປເຮັດວຽກ ເມື່ອທ້າວ ແຊ້ພານ (Saephan) ໂທຫານາງພ້ອມກັບຂ່າວດີວ່າ: "ເຈົ້າບໍ່ຈຳເປັນຕ້ອງໄປອີກແລ້ວ," ລາວກ່າວ.

ທ້າວ ແຊ້ພານ (Saephan) ເວົ້າວ່າ ລາວເກີດຢູ່ໃນປະເທດລາວ ແລະໄດ້ຍ້າຍໄປປະເທດໄທ ໃນປີ 1987 ກ່ອນທີ່ຈະອົບພະຍົບໄປສະຫະລັດໃນປີ 1994. ລາວໃສ່ຜ້າບ່ຽງ ຢູ່ໃນກອງປະຊຸມຖະແຫຼງຂ່າວ ໂດຍບອກວ່າ ຕົນເອງເປັນຄົນຊົນເຜົ່າມ້ຽນ (Iu Mien), ເຊິ່ງເປັນຊົນເຜົ່າໃນເອເຊຍຕາເວັນອອກສຽງໃຕ້ ທີ່ມີກົກເຄົ້າຢູ່ໃນພາກໃຕ້ຂອງຈີນ. ຄົນຊົນເຜົ່າມ້ຽນ (Iu Mein) ຈຳນວນຫຼາຍ​ແມ່ນ​ຊາວ​ກະສິກອນ ​ແລະ ຊ່ວຍ​ເຫຼືອກອງກຳລັງ​ອາ​ເມຣິກັນ ​ໃນ​ສົງຄາມ​ຫວຽດນາມ; ຫຼັງ​ຈາກ​ເກີດ​ຄວາມຂັດແຍ້ງ, ຄອບ​ຄົວຊາວຊົນເຜົ່າມ້ຽນ (Iu Mien) ຫລາຍ​ພັນຄອບຄົວ​ ໄດ້​ຫລົບ​ໜີ​ໄປ​ປະ​ເທດ​ໄທ ເພື່ອ​ລີ້ໄພຈາກ​ການ​ແກ້​ແຄ້ນ ແລະ​ໃນ​ທີ່​ສຸດ​ໄດ້​ໄປ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ສະ​ຫະ​ລັດ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG