ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີຜູ້ຖືກລາງວັນໃຫຍ່ 1.12 ຕື້ໂດລາ ໃນຫວຍລາງວັນຂອງ Mega Millions


ແຟ້ມຮູບ-ແຜ່ນໂຄສະນາຂອງປີຫວຍລາງວັນ Mega Millions ແລະ Powerball ທີ່ພົບເຫັນໄດ້ໃນລັດວໍຊິງຕັນ, ວັນທີ 17 ກໍລະກົດ 2023.
ແຟ້ມຮູບ-ແຜ່ນໂຄສະນາຂອງປີຫວຍລາງວັນ Mega Millions ແລະ Powerball ທີ່ພົບເຫັນໄດ້ໃນລັດວໍຊິງຕັນ, ວັນທີ 17 ກໍລະກົດ 2023.

ມີ​ຄົນຜູ້ໃດຜູ້ນຶ່ງໃນລັດນິວເຈີຊີ ເປັນຜູ້ຊະນະໃນໂອກາດທີ່ມີໜ້ອຍທີ່ສຸດໃນຕອນແລງຂອງວັນອັງຄານວານນີ້ ແລະຖືກລາງວັນໃຫຍ່ ຫຼື jackpot ມູນຄ່າ 1.12 ຕຶ້ໂດລາ ຂອງຫວຍລອດ​ເຕີຣີ Mega Millions ໂດຍທຳລາຍສະຖິຕິທີ່ບໍ່ ມີຜູ້ໃດຖືກ ນັບຕັ້ງແຕ່ເດືອນທັນວາປີກາຍນີ້.

ເລກທີ່ອອກແມ່ນ 7, 11, 22, 29, 38 ແລະ 4. ຫວຍຖືກເລກຄົບທັງໝົດ ພຽງໃບດຽວ ໄດ້ຖືກຂາຍໃນລັດນິວເຈີຊີ ອີງຕາມເວັບໄຊທ໌ ຂອງ Mega Millions.

ຈົນຮອດການອອກເລກຄັ້ງຫຼ້າສຸດເມື່ອແລງວັນອັງຄານວານນີ້ ບໍ່ມີຜູ້ໃດຖືກເລກ ຫົກໂຕທັງໝົດ ແລະໄດ້ຊະນະເງິນລາງວັນໃຫຍ່ jackpot ນັບຕັ້ງແຕ່ວັນທີ 8 ທັນວາ ເປັນຕົ້ນມາ. ຈຳນວນທີ່ອອກເລກທັງໝົດແມ່ນ 30 ຄັ້ງລຽນຕິດທີ່ບໍ່ມີ ຜູ້ໃດເລີຍຖືກລາງວັນໃຫຍ່.

ມັນເປັນການຍາກຫຼາຍ ທີ່ຈະຖືກລາງວັນ jackpot ຂອງ Mega Millions ເພາະວ່າ ໂອກາດທີ່ຈະຖືກນັ້ນແມ່ນມີຢູ່ພຽງ 1 ໃນ 302.6 ລ້ານ.

ສ່ວນລາງວັນໃນຄັ້ງນີ້ ແມ່ນໃຫຍ່ທີ່ສຸດອັນດັບ 8 ໃນປະຫວັດສາດຂອງ ລັອດ​ເຕີ​ຣີ ສະຫະລັດ.

ເງິນລາງວັນ 1.12 ຕື້ໂດລາ ສຳລັບຜູ້ຖືກເລກນັ້ນ ຈະຖືກຈ່າຍໃຫ້ເປັນ​ລາຍປີ ດ້ວຍ​ການ​ຈ່າຍ​ເງິນ​ໃນ​ເບື້ອງ​ຕົ້ນ ແລ້ວກໍຈະຈ່າຍໃຫ້ໃນແຕ່ລະປີຫຼັງຈາກນັ້ນ ຈົນຄົບ 29 ປີ. ພວກທີ່ຖືກລາງວັນໃຫຍ່ໂດຍສ່ວນຫຼາຍເລືອກເອົາເປັນ ເງິນສົດອອກ​ມາບາດດຽວ, ຊຶ່ງຈະໄດ້ຮັບ 537.5 ລ້ານໂດລາ.

ການອອກເລກໃນລັອດ​ເຕີ​ຣີໃຫຍ່ຂອງສະຫະລັດຄັ້ງຕໍ່ໄປ ຈະມີຂຶ້ນໃນແລງວັນ ພຸດມື້ນີ້ ສຳລັບລາງວັນໃຫຍ່ຂອງຫວຍ Powerball ທີ່ມີມູນຄ່າກະປະມານ 865​ ລ້ານໂດລາ. ບໍ່ມີຜູ້ໃດຖືກລາງວັນໃຫຍ່ເລີຍ ນັບຕັ້ງແຕ່ວັນປີໃໝ່ສາກົນ, ຈຶ່ງເຮັດໃຫ້ເປັນການອອກເລກຄັ້ງທີ 36 ໂດຍບໍ່ມີຜູ້ຖືກເລກ.

ສ່ວນຫວຍ Mega Millions ແມ່ນຫຼິ້ນໄດ້ຢູ່ໃນ 45 ລັດບວກກັບ ນະຄອນ ຫຼວງວໍຊິງຕັນ, ໝູ່ເກາະເວີຈິນ ແລະ ເປີໂຕຣິໂກ ທີ່ເປັນເຂດແດນຂອງ ສະຫະລັດ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG