ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກເຮັດເຫຼົ້າແວັງ ສັນຍາວ່າ ຈະສ້າງສາຄືນ ຫລັງຈາກເສຍໄຊ ໃນການຕໍ່ສູ້ ກັບໄຟປ່າ


ຊາກທີ່ເຫລືອຈາກໄຟໄໝ້ ຢູ່ສວນປູກໝາກອະງຸ່ນ Signorello Estate ທີ່ເມືອງ Napa ລັດ California ວັນທີ 10 ຕຸລາ 2017.
ຊາກທີ່ເຫລືອຈາກໄຟໄໝ້ ຢູ່ສວນປູກໝາກອະງຸ່ນ Signorello Estate ທີ່ເມືອງ Napa ລັດ California ວັນທີ 10 ຕຸລາ 2017.

ຢູ່​ທົ່ວ​ພາກ​ເໜືອ​ຂອງ​ລັດ California ບ່ອນ​ທີ່ໄດ້ເກີດ​ໄຟ​ໄໝ້​ປ່າ ​ເກືອບ​ນຶ່ງ​ອາທິດມາ
ແລ້ວ ​ທີ່ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ ​ຢ່າງ​ໜ້ອ​ຍ 36 ຄົນ ​ແລະ​ທຳ​ລາຍ​ບ້ານ​ເຮືອນ​ປະມານ
6,000 ຫລັງນັ້ນ ພວກ​ປະຊາຊົນໃນທ້ອງຖິ່ນ​ພາກັນຊັ່ງຊາເບິ່ງວ່າ ມີສິ່ງໃດແດ່ທີ່ເຂົາ
ເຈົ້າຍັງເຫລືອຢູ່ ​ແລະ​ສິ່ງໃດແດ່​ທີ່​ໄດ້​ສູນ​ເສຍ​ໄປ.

ຫລາຍ​ຄົນ​ມີຄວາມຮູ້ສຶກວ່າ ເຂົາເຈົ້າໂຊກ​ດີ​ທີ່​ໄດ້​ລອດ​ຊີວິດມາ. ​ເສັ້ນ​ທາງຄວາມ​ພິນາດ
​ຂອງ​ໄຟປ່າ​ແມ່ນບໍ່ມີ​ຈັງຫວະ ຫລື​ເຫດຜົນ ​ໃນ​ກໍລະນີ​ນຶ່ງ ຊຶ່ງໄດ້ທຳລາຍ​ບ່ອນ​ເຮັດ​ເຫຼົ້າ​
ແວັງ​ທັງ​ໝົດ ​ແຕ່​ປະປ່ອຍໃຫ້​ໂຕະ​ຕັ່ງ ຢູ່ນອກຫ້ອງ​ຊີມ​ເຫຼົ້າໄວ້ໂດຍ ທີ່​ບໍ່​ມີການ​ລົບ​ກວນ
ໃດໆ.

ທ່ານ Pierre Birebent ຊຶ່ງເປັນ​ຄົນ​ເຮັດ​ເຫຼົ້າ​ແວັງ ​ຢູ່​ທີ່ສວນ​ Singnorello Estate ​ມາ
ເປັນ​ເວລາ 20 ປີ​ແລ້ວ ​ກ່າວ​ວ່າ​ ທ່ານ​ຮູ້ສຶກ​ໂຊກ​ດີ.

​ເວລາ​ໄຟ​ໄດ້​ໄໝ້ລາມມາ​ບ່ອນ​ເຮັດ​ເຫຼົ້າແວັງ​ຂອງ​ທ່ານ ຢູ່ທີ່ Silverado Trail ຊຶ່ງເປັນ
ຈຸດ​ສຳຄັນ ​ຂອງ​ບ່ອນ​ເຮັດ​ເຫຼົ້າ​ແວັງ ໃນເຂດ​ເມືອງ Napa ນັ້ນ ທ່ານ Birebent ​ໄດ້​ດຶງ
ເອົາທໍ່​ນໍ້າ​ແລະ​ພະຍາຍາມ​ຕໍ່ສູ້ກັບແປວໄຟດ້ວຍຕົນ​ເອງ. ​ນຶ່ງ​ໃນ​ຈຳນວນເຈົ້າ​ຂອງ​ສວນ
​ອະງຸ່ນ​ ຜູ້​ທີ່ຢູ່​ບ້ານສວນ​ອະງຸ່ນ​ ທາງ​ເທິງ​ໄປ​ນັ້ນ ​ໄດ້​ຫລົບໜີ ​ຫລັງ​ຈາກ​ໄດ້​ເຕືອນ​ໃຫ້ພວກ​ພະນັກງານຮູ້ ​ກ່ຽວກັບ​ໄຟ​ໄໝ້.

ທ່ານ Birebent ​ໄດ້​ເສຍໄຊໃນ​ການ​ຕໍ່ສູ້​ກັບ​ໄຟ ​ເຖິງ​ຢ່າງ​ໃດ​ກໍ​ດີ ເພື່ອຈະ​ຮັກສາ​ສວນ​
ອະງຸ່ນ ຫ້ອງ​ຊີມ​ເຫຼົ້າ​ແວງ ຫ້ອງການ ແລະ​ເຮືອນ​ຊານໄວ້. ທ່ານໄດ້ກ່າວວ່າ “ຄື​ກັນກັບ​
ໄດ້​ຕໍ່ສູ້​ກັບ​ຍັກ​ໃຫຍ່.”

ຍັງເປັນການໄວ​ເກີນ​ໄປ ​ທີ່​ຈະ​ຮູ້ໄດ້​ເຖິງ​ຄວາມ​ເສຍ​ຫາຍ​ທັງ​ໝົດ ​ຢູ່​ອຸດສາຫະກຳ​ເຮັດ​ເຫຼົ້າ
​ແວັງ​ທາງ​ພາກ​ເໜືອ​ຂອງ​ລັດ California​. ​ໄຟ​ຍັງ​ໄໝ້​ຢູ່ໃນເຂດຈ້າຍພູ​ອ້ອມ​ແອ້ມ ​ແລະ​
ພວກ​ເກັບ​ໝາກ​ອະງຸ່ນກໍພາກັນ​ຮີບ​ຮ້ອນ​ເກັບ​ເອົາ​ຈາກ​ເຄືອກ່ອນ ​ທີ່ຈະຖືກ​ທຳລາຍ​ໂດຍ​
ຄວັນ​ໄຟ ​ໃນສະພາບ​ທີ່​ຮູ້​ກັນ​ວ່າ “ມີ​ກິ່ນ​ຄວັນ​ໄຟແລ້ວ.”

Winemakers Vow to Rebuild Destroyed Winery
please wait

No media source currently available

0:00 0:02:47 0:00

ຢູ່​ທີ່​ສວນອະງຸ່ນ Signorello ພວກ​ພະນັກງານ​ໄດ້ໄປ​ລາຍ​ງານ​ໂຕເພື່ອເຮັດວຽກ ໃນ​ວັນ
​ສຸກ​ວານ​ນີ້ ຊຶ່ງ​ເປັນ​ໂອ​ອາດ​ເທື່ອ​ທຳ​ອິດ ທີ່ໄດ້​ເຫັນ​ເຖິງ​ຄວາມ​ເສຍ​ຫາຍ.

ທ່ານ Ray Signorello ​ເຈົ້າ​ຂອງ​ບ່ອນເຮັດ​ເຫຼົ້າ​ແວັງ ໄດ້​ເຂົ້າ​ໄປ ໃນ​ເມືອງ Napa ​ເພື່ອ​
ເຊົ່າ​ຫ້ອງ​ການ​ຊົ່ວຄາວ. ທ່ານ​ໄດ້​ມີ​ແຜນ​ທີ່​ຈະສືບ​ຕໍ່​ຮັກສາ​ທຸລະ​ກິດ ​ ຂອງທ່ານໄວ້ ແລະ​
ສ້າງ​ຄືນ​ໃໝ່.

ເຄື່ອໝາກອະຫງຸ່ນ ທີ່ຢູ່ຮ່ວມກັບດິນບ່ອນເກີດໄຟໄໝ້ ຂອງສວນ Robert Sinskey ໃນເມືອງ Napa ລັດ California ວັນທີ 9 ຕຸລາ 2017.
ເຄື່ອໝາກອະຫງຸ່ນ ທີ່ຢູ່ຮ່ວມກັບດິນບ່ອນເກີດໄຟໄໝ້ ຂອງສວນ Robert Sinskey ໃນເມືອງ Napa ລັດ California ວັນທີ 9 ຕຸລາ 2017.


ທ່ານ Signorello ກ່າວ​ວ່າ “ພວກ​ເຮົາ​ສາມາດ​ດຳ​ເນີນ​ທຸລະ​ກິດ​ໃຫ້ເປັນ​ປົກກະຕິໃນຮູບ
ໃດຮູບນຶ່ງ.”

ທ່ານ Jo Dayoan ຜູ້​ອຳນວຍການຝ່າຍບັນຊີ ຢູ່ທີ່ບ່ອນເຮັດ​ເຫຼົ້າ​ແວັງ​ກ່າວ​ວ່າ “​ເຮືອນ​
ຂອງ​ພວກ​ເຮົາ​ສູນ​ເສຍ​ໄປ. ວິນ​ຍານ​ຂອງ​ພວກ​ເຮົາບໍ່​ໄດ້ສູນເສຍ. ພວກ​ເຮົາແມ່ນ​ຄອບ
ຄົວ."

ແກ້ວເຫຼົາແວັງ ທີ່ຖືກໄຟໄໝ້ ຢູ່ສວນປູກ Signorello Estate ໃນເມືອງ Napa ລັດ California ວັນທີ 10 ຕຸລາ 2017.
ແກ້ວເຫຼົາແວັງ ທີ່ຖືກໄຟໄໝ້ ຢູ່ສວນປູກ Signorello Estate ໃນເມືອງ Napa ລັດ California ວັນທີ 10 ຕຸລາ 2017.

ສຳລັບ​ທ່ານ Birebent ມີ​ຫລາຍສິ່ງຫລາຍຢ່າງ​ທີ່ຈະ​ຂອບ​ໃຈ​ ຮວມ​ຢູ່​ໃນນັ້ນ ກໍສວນ​ປູກ
​ໝາກ​ອະງຸ່ນ ​ອາຍຸ 30 ປີ ທີ່​ບໍ່​ໄດ້​ຖືກ​ໄຟໄໝ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG