ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກອະນຸລັກນິຍົມ ຂອງທ່ານນາງ Merkel ຊະນະການເລືອກຕັ້ງ ປະຈຳລັດໃນ ເຢຍຣະມັນ


ນາຍົກລັດຖະມົນຕີ ເຢຍຣະມັນ ທ່ານນາງ Angela Merkel ແລະ ທ່ານ Armin Laschet, ຜູ້ລົງແຂ່ງຂັນລະດັບສູງລັດ North Rhine-Westphalia ສັງກັດ ພັກປະຊາທິປະໄຕ ຄຣິສຕຽນ ຂອງທ່ານນາງ ຍົກມືທັກທາຍພວກຜູ້ສະໜັບສະໜູນ ໃນຂັ້ນຕອນສຸດທ້າຍຂອງການໂຄສະນາຫາສຽງເລືອກຕັ້ງປະຈຳລັດ ໃນລັດ Aachen, ປະເທດ ເຢຍຣະມັນ, 13 ພຶດສະພາ, 2017.
ນາຍົກລັດຖະມົນຕີ ເຢຍຣະມັນ ທ່ານນາງ Angela Merkel ແລະ ທ່ານ Armin Laschet, ຜູ້ລົງແຂ່ງຂັນລະດັບສູງລັດ North Rhine-Westphalia ສັງກັດ ພັກປະຊາທິປະໄຕ ຄຣິສຕຽນ ຂອງທ່ານນາງ ຍົກມືທັກທາຍພວກຜູ້ສະໜັບສະໜູນ ໃນຂັ້ນຕອນສຸດທ້າຍຂອງການໂຄສະນາຫາສຽງເລືອກຕັ້ງປະຈຳລັດ ໃນລັດ Aachen, ປະເທດ ເຢຍຣະມັນ, 13 ພຶດສະພາ, 2017.

ພັກອະນຸລັກນິຍົມຂອງນາຍົກລັດຖະມົນຕີ ເຢຍຣະມັນ ທ່ານນາງ Angela Merkel ໄດ້ ຊະນະຄູ່ແຂ່ງພັກການເມືອງແນວທາງເປັນກາງອຽງຊ້າຍ ໃນການເລືອກຕັ້ງປະຈຳລັດທີ່
ສຳຄັນ ໃນພາກພື້ນທີ່ມີປະຊາຊົນໜາແໜ້ນທີ່ສຸດຂອງປະເທດ ເມື່ອວັນອາທິດວານນີ້.

ການສຳຫຼວດຄວາມຄິດເຫັນໄດ້ສະແດງໃຫ້ເຫັນວ່າພັກ ສະຫະພັນປະຊາທິປະໄຕ ຄຣິສ
ຕຽນ ຂອງທ່ານນາງ Merkel ໄດ້ຮັບການສະໜັບສະໜູນເພີ່ມຂຶ້ນຢ່າງຫຼວງຫຼາຍໃນລັດ
North Rhine-Wesphalia, ເຊິ່ງແມ່ນລັດທີ່ເປັນຖິ່ນ ແລະ ຖານທີ່ໝັ້ນດັ້ງເດີມຂອງຄູ່
ແຂ່ງຂັນໃຫຍ່ຂອງທ່ານນາງ, ນັກປະຊາທິປະໄຕສັງຄົມ ທ່ານ Martin Schulz, ຜູ້ທີ່ທ້າ
ຊິງເອົາຕຳແໜ່ງຜູ້ນຳ ເຢຍຣະມັນ ໃນການເລືອກຕັ້ງແຫ່ງຊາດໃນທ້າຍເດືອນກັນຍາທີ່ຈະ
ມາເຖິງນີ້.

ທ່ານ Schulz ໄດ້ກ່າວ ກ່ຽວກັບ ການຜ່າຍແພ້ໃນວັນອາທິດວານນີ້ວ່າ, “ມື້ນີ້ແມ່ນວັນທີ່
ຫຍຸ້ງຍາກລຳບາກສຳລັບພັກປະຊາທິປະໄຕສັງຄົມ, ເປັນວັນທີ່ມີຄວາມລຳບາກສຳລັບ
ຂ້າພະເຈົ້າໂດຍສ່ວນຕົວເຊັ່ນກັນ. ຂ້າພະເຈົ້າມາຈາກລັດ ເຊິ່ງພວກເຮົາໄດ້ຮັບເອົາ
ການຜ່າຍແພ້ທີ່ເຈັບປວດຂອງມືນີ້ແທ້ໆ.”

ທ່ານໄດ້ຮຽກຮ້ອງໃຫ້ພັກຂອງທ່ານ ເພັ່ງເລັງໃສ່ການລົງຄະແນນສຽງວັນທີ 24 ກັນຍາທີ່
ຈະມາເຖິງນີ້, ໂດຍກ່າວວ່າ “ພວກເຮົາຈະປັບປຸງຮູບໂຄງຮ່າງຂອງພວກເຮົາຕໍ່ໄປ.
ແລະ ພວກເຮົາທັງໝົດກໍຕ້ອງເຮັດນຳກັນ.”

ການສຳຫຼວດຄວາມຄິດເຫັນໄດ້ສະແດງໃຫ້ເຫັນວ່າພັກ ປະຊາທິປະໄຕ ຄຣິສຕຽນ ໄດ້ຊະ
ນະ 34.5 ເປີເຊັນຂອງການລົງຄະແນນສຽງໃນລັດ North Rhine-Wesphalia, ເຊິ່ງ
ເປັນບ້ານຂອງປະຊາຊົນ 17 ລ້ານ 9 ແສນຄົນ, ເກືອບໜຶ່ງສ່ວນຂອງປະຊາກອນ ເຢຍ
ຣະມັນ ພ້ອມກັບພັກປະຊາທິປະໄຕສັງຄົມໄດ້ຄະແນນສຽງ 30.5 ເປີເຊັນ. ພັກອື່ນໆແມ່ນ
ໄດ້ຄະແນນຕາມຫຼັງຜູ້ນຳທັງສອງທ່ານຫຼາຍ.

ເລຂາທົ່ວໄປຂອງພັກອະນຸລັກນິຍົມ ທ່ານ Peter Tauber ກ່າວວ່າ ພັກສະຫະພັນປະຊາ
ທິປະໄຕ ຄຣິສຕຽນ “ໄດ້ຮັບໄຊຊະນະໃນດິນແດນທີ່ມີຄວາມສຳຄັນທີ່ສຸດຂອງພັກປະ
ຊາທິປະໄຕ ສັງຄົມ."

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG