ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ນາງ Serena Williams ຊະນະເລີດ Wimbledon ເທົ້າກັບສະຖິຕິ ຊະນະ ລາຍການເທັນນິສໃຫຍ່ 22 ເທື່ອ


ນາງ Serena Williams ມືເເທັນນິສອັນດັບໜຶ່ງຂອງໂລກ ຊະນະ ການແຂ່ງຂັນເເທັນນິສ ປະເພດຍິງດ່ຽວ ໃນລາຍການ Wimbledon ເມື່ອວັນທີ 9 ກໍລະກົດ 2016.
ນາງ Serena Williams ມືເເທັນນິສອັນດັບໜຶ່ງຂອງໂລກ ຊະນະ ການແຂ່ງຂັນເເທັນນິສ ປະເພດຍິງດ່ຽວ ໃນລາຍການ Wimbledon ເມື່ອວັນທີ 9 ກໍລະກົດ 2016.

ດາລານັກເທັນນິສຊາວອາເມຣິກັນ ນາງ Serena Williams ໄດ້ຊະນະ ລາຍການ Wimbledon ເປັນເທື່ອທີ 7, ໃນທີ່ສຸດ ເປັນການສະເໝີກັນກັບ ນາງ Steffi Graf ຊາວເຢຍຣະມັນ ສຳລັບ ການໄດ້ຄອງຕຳແໜ່ງຫຼາຍທີ່ສຸດ ລາຍການໃຫຍ່ໆ ໃນລະຫວ່າງ ຍຸກສະໄໝ ການແຂ່ງຂັນເທັນນິສນັ້ນ.

ນາງ Williams ມືເທັນນິສອັນດັບໜຶ່ງຂອງໂລກ ໄດ້ຊະນະ ນາງ Angelique Kerber ນັກເທັນນິສ ຊາວເຢຍຣະມັນ ຕຳແໜ່ງທີສີ່ ດ້ວຍຄະແນນ 7 ຕໍ່ 5 ແລະ 6 ຕໍ່ 3 ໃນວັນເສົາວານນີ້ ຢູ່ທີ່ ເດີ່ນກາງ ສະໜາມຫຍ້າ ຢູ່ນອກ ບໍ່ໄກ ຈາກ ນະຄອນຫຼວງລອນດອນ ປານໃດ ນາງເປັນຜູ້ສະນະເລີດ ຄັ້ງທີ 22 ສຳລັບ ການແຂ່ງຂັນລາຍການໃຫຍ່ ຫຼື Grand Slam ປະເພດຍິງດ່ຽວ.

ນາງ Williams ອາຍຸ 34 ປີ ໄດ້ເສຍໄຊ ໃນລາຍການໃຫຍ່ 3 ຄັ້ງລຽນຕິດ ນັບຕັ້ງແຕ່ໄດ້ຮັບຕຳແໜ່ງໄຊຊະນະ Wimbledon ເມື່ອປີກາຍນີ້. ໜຶ່ງໃນ ການເສຍໄຊດັ່ງກ່າວນັ້ນ ແມ່ນເປັນການເສຍໄຊໃຫ້ແກ່ ນາງ Kerber ເມື່ອ ຕົ້ນປີນີ້ ໃນການແຂ່ງຂັນຮອບສຸດທ້າຍ ຂອງ Australian Open.

ນາງ Williams ຍັງຕ້ອງການ ອີກສອງຕຳແໜ່ງໃຫຍ່ ເພື່ອຈະໃຫ້ເທົ່າກັບ ນາງ Margaret Court ຜູ້ຄອງຕຳແໜ່ງ ສະຖິຕິຕະຫຼອດການ ຂອງການໄດ້ ຊະນະ Grand Slam 24 ເທື່ອ. ຍຸກສະໄໝ ການແຂ່ງຂັນ ໄດ້ເລີ້ມຕົ້ນຂຶ້ນ ໃນປີ 1968 ເມື່ອພວກມືອາຊີບ ໄດ້ຮັບການອະນຸຍາດໃຫ້ລົງແຂ່ງຂັນ ໃນລາຍ ການ Grand Slam ຕ່າງໆ ເປັນຄັ້ງທຳອິດ.

ສ່ວນການແຂ່ງຂັນ ຊິງຊະນະເລີດ ລາຍການ Wimbledon ປະເພດຊາຍ ດ່ຽວ ຈະຖືກຕັດສິນ ໃນວັນອາທິດມື້ນີ້ ສຳລັບຄູ່ແຂ່ງຂັນ ລະຫວ່າງ ທ້າວ Andy Murray ຊາວອັງກິດ ຕຳແໜ່ງທີສອງ ກັບ ນ້ຳເບີ 6 ທ້າວ Milos Raonic ຂອງການາດາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG