ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ລົງ​ໂທດ ຂອງ​ປ​ະ​ເທດ​ຕາ​ເວັນ​ຕົກ ຕໍ່​ຣັດ​ເຊຍ ຈະ​ໄດ້​ຜົນ​ຫຼື​ບໍ່?


ແຟ້ມ: ແມ່​ຍິງ​ຄົນ​ນຶ່ງ ຍ່າງ​ຜ່ານ​ບ່ອນ​ແລກ​ເງິນ ​ທີ່ມີ​ການ​ອັດ​ຕາ​ເງິນ​ໂດ​ລາ​ຂອງ​ສະ​ຫະ​ລັດ ແລະ​ເງິນ​ຢູ​ໂຣ ເປັນ​ເງິນ​ຣູບ ຂອງ​ຣັດ​ເຊຍ ທີ່​ມົ​ສ​ກູ ເມື່ອ​ວັນ​ທີ 9 ມີ​ນາ 2020.
ແຟ້ມ: ແມ່​ຍິງ​ຄົນ​ນຶ່ງ ຍ່າງ​ຜ່ານ​ບ່ອນ​ແລກ​ເງິນ ​ທີ່ມີ​ການ​ອັດ​ຕາ​ເງິນ​ໂດ​ລາ​ຂອງ​ສະ​ຫະ​ລັດ ແລະ​ເງິນ​ຢູ​ໂຣ ເປັນ​ເງິນ​ຣູບ ຂອງ​ຣັດ​ເຊຍ ທີ່​ມົ​ສ​ກູ ເມື່ອ​ວັນ​ທີ 9 ມີ​ນາ 2020.

ໃນ​ຂະ​ນະ​ທີ່​ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ​ຣັດ​ເຊຍ ແລະ​ຢູ​ເຄ​ຣນ​ເພີ້​ມ​ທະ​ວີ​ຂຶ້ນ​ຢູ່ນີ້ ອະ​ດີດ​ນັກ​ການ​ທູດ​ ແລະ​ພວກ​ນັກ​ສັງ​ເກດ​ການ​ເບິ່ງວັງ​ເຄ​ຣັມ​ລິນບາງ​ຄົນ ພວມ​ອະ​ພິ​ປາຍ​ກັນ​ເຖິງ​ປະ​ສິດ​ທິ​ຜົນ ​ຈາກ​ການ​ລົງ​ໂທດ ທີ່​ຈະ​ມີ​ຕໍ່​ຣັດ​ເຊຍ ຖ້າ​ຫາກ​ມົ​ສ​ກູ​ບຸກ​ເຂົ້າ​ໄປ​ໃນ​ປະ​ເທດ​ເພື່ອນ​ບ້ານທາງ​ດ້ານ​ຕາ​ເວັນ​ຕົກ​ຂອງ​ຕົນ.

ອະ​ດີດ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຂອງອັງ​ກິດ ​ປະ​ຈຳ​ຣັດ​ເຊຍ ທ່ານ​ໂທ​ນີ ເບ​ຣັນ​ຕັນ ມີ​ຄວາມ​ສົງ​ໄສ​ມາ​ແຕ່​ດົນ​ແລ້ວ ກ່ຽວ​ກັບ​ການ​ລົງ​ໂທດ​ແບບ​ມີ​ປະ​ສິດ​ທິ​ພາບ ໂດຍເວົ້າ​ວ່າ “ບໍ່​ໄດ້​ຜົນ​ກັບ​ຣັດ​ເຊຍ.”

ທ່ານ​ເບ​ຣັນ​ຕັນ ໂຕ້​ແຍ້ງວ່າ “ຣັດ​ເຊຍ​ມີ​ແຕ່ຈະ​ດື້​ດຶງ​ຂຶ້ນ​ຕື່ມ” ແລະ​ບາງ​ຄົນ​ທີ່​ໄດ້​ຕ້ອງ​ຕິ​ການ​ລົງ​ໂທດ ​ກ່າວ​ວ່າ ຣັດ​ເຊຍ​ໄດ້​ກຽມຕົນ​ເອງ​ໃຫ້ພ້ອມ​ແລ້ວ ເພື່ອ​ໃຫ້​ມີຄວາມ​ທົນ​ທານ​ຫຼາຍ​ຂຶ້ນ​ຕໍ່ການ​ລົງ​ໂທດ​ຂອງ​ປະ​ເທດ​ຕາ​ເວັນ​ຕົກໂດຍ​ຕັດ​ການ​ໃຊ້ເງິນ​ໂດ​ລາ​ໃຫ້​ໜ້ອຍ​ລົງໃນ​ການ​ເສີມ​ຄວາມ​ເຂັ້ມເງິນ​ຕາ​ຕ່າງ​ປະ​ເທດ​ສຳ​ຮອງ​ ແລະ​ຕັດ​ງົບ​ປະ​ມານ​ການ​ໃຊ້​ຈ່າຍ​ລົງ. ປັດ​ຈຸ​ບັນ​ນີ້ ຣັດ​ເຊຍ ​ມີ​ຍອດ​ຜະ​ລິດ​ຕະ​ພັນຮວມ​ພາຍ​ໃນ​ຫຼື GDP ເກີນ​ດຸນ​ຢູ່ 7 ເປີ​ເຊັນ ແລະ​ເງິນ​ຕາ​ຕ່າງ​ປະ​ເທດສຳ​ຮອງ​ຢູ່ 638 ຕື້​ໂດ​ລາ.

ເຂົາ​ເຈົ້າ​ກ່າ​ວ​ວ່າ ນອກນັ້ນ ​ພວກ​ນັກທຸ​ລະ​ກິດ​ຣັດ​ເຊຍ​ ຍັງ​ຊຳ​ນິ​ຊຳ​ນານ​ກ່ຽວ​ກັບ​ການ​ໃຊ້​ແທນ​ສິນ​ຄ້າ​ນຳ​ເຂົ້າ ແລະ​ທະ​ນາ​ຄານ​ທີ່​ສຳ​ຄັນໆ ​ກໍ​ມີ​ເງິນ​ທຶນພຽງ​ພໍ​.

​ແຕ່ບາງ​ຄົນ​ຄິດ​ວ່າ ​ການ​ລົງ​ໂທດ​ອາດ​ຈະ​ໄດ້​ຜົນ ​ຖ້າ​ຫາກ​ມີ​ຄວາມ​ໂຫດ​ຮ້າຍ​ພຽງ​ພໍໂດຍ​ກ່າວ​ຕື່ມ​ວ່າ​ ວັງເຄ​ຣັມ​ລິນ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ໄດ້​ຖືກ​ປະ​ປ່ອຍ​ຢ່າງ​ບໍ່​ຕ້ອງສົງ​ໄສໃຫ້​ມີ​ຄວາມ​ເຈັບ​ປວດ​ສ່ຳ​ໃດ​ທີ່​ພວກ​ເຂົາ​ເຈົ້າ​ຈະ​ຕ້ອງ​ໄດ້​ປະ​ເຊີນ​ໃນ​ເວ​ລາ​ປະມານນີ້.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ແລະ​ພວກ​ຜູ້​ນຳ​ຂອງ​ຢູ​ໂຣບ​ຫວັງ​ວ່າ ​ການ​ເພີ້ມ​ລາ​ຄາ​ຂອງ​ສົງ​ຄາມ​ສຳ​ລັບ​ຣັດ​ເຊຍ ທ່ານ​ປູ​ຕິນ​ຈະ​ຖືກ​ຢັບ​ຢັ້ງ ແລະ​ພວກ​ເຂົາ​ເຈົ້າ​ຍັງ​ສືບ​ຕໍ່​ທຳ​ການ​ເຕືອນ​ຢ່າງ​ບໍ່​ລົດ​ລະ​ ໃນ​ໄລ​ຍະ​ສອງ​ສາມ​ອາທິດ​ທີ່​ຜ່ານ​ມານີ້ ໂດຍ​ກ່າວ​ວ່າ ການ​ຮຸກ​ຮານ​ເພີ້ມ​ຕື່ມ​ຂອງ​ຣັດ​ເຊຍ​ຕໍ່​ຢູ​ເຄ​ຣນ​ຈະພາ​ໃຫ້​ມີ​ການ​ລົງ​ໂທດ​ທາງ​ດ້ານ​ເສດ​ຖະ​ກິດ​ທີ່​ໜັກ​ທີ່​ສຸດແບບ​ບໍ່​ເຄີຍ​ເຫັນ​ມາ​ກ່ອນ.

ການ​ລົງ​ໂທດ​ຮອບ​ໃໝ່ ຍັງ​ຈະ​ແນ​ເປົ້າ​ໝາຍ​ໃສ່​ບໍ​ລິ​ສັດ​ຂອງ​ຣັດ​ເຊຍ ແລະຄະ​ນະປົກ​ຄອງ​ທີ່​ໃກ້​ຊິດ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ນັ້ນ​ຄື​ຄຳ​ເຕືອນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີໄບ​ເດັນ ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ບໍ​ຣິ​ສ ຈອນ​ສັນ ຂອງ​ອັງ​ກິດ ໃນ​ອາ​ທິດນີ້​.

ອ່ານ​ຂ່າວ​ນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG