ລັດຖະສະພາ ສະຫະລັດ ມີເວລາ ພຽງແຕ່ບໍ່ເທົ່າໃດມື້ທໍ່ນັ້ນ ທີ່ຈະບັນລຸການຕົກລົງ ໃນ
ການເຈລະຈາ ກ່ຽວກັບງົບປະມານ ສົກປີ 2017. ຖ້າຫາກວ່າ ລັດຖະສະພາ ບໍ່ສາມາດ
ບັນລຸຂໍ້ຕົກລົງ ພາຍໃນທ່ຽງຄືນຂອງວັນທີ 28 ເມສາຈະມາເຖິງນີ້ ລັດຖະບານກໍຈະຖືກ
ປິດລົງ. ການອະພິປາຍກ່ຽວກັບ ບູລິມມະສິດ ທາງດ້ານນິຕິບັນຍັດ ມີຂຶ້ນ ໃນຂະນະປະ
ທານາທິບໍດີ ດໍໂນລ ທຣຳ ເຂົ້າດຳລົງຕຳແໜ່ງຄົບຮອບ 100 ມື້ ພໍດີ. Katherine Gyp-
son ນັກຂ່າວ VOA ປະຈຳລັດຖະສະພາ ຈະມາອະທິບາຍກ່ຽວກັບເລື່ອງນີ້ ຊຶ່ງວັນນະ
ສອນ ມີລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
ເວລາແມ່ນພວມຫຍັບໃກ້ເຂົ້າມາທຸກຂະນະ ໃນຂະນະທີ່ລັດຖະສະພາ ພາກັນກັບຄືນ
ມາປະຕິບັດງານກັນອີກ.
ສະມາຊິກສະພາມີເວລາເຫຼືອຢູ່ພຽງແຕ່ 4 ມື້ເທົ່ານັ້ນ ທີ່ຈະເຮັດວຽກເພື່ອຕົກລົງກັນ
ກ່ຽວການໃຊ້ຈ່າຍຫລາຍໆຕື້ໂດລາ ແຕ່ປະທານາທິບໍດີທຣຳ ກໍມີຄວາມຫວັງໄປໃນ
ແງ່ດີ.
ປະທານາທິບໍດີ ທຣຳ ກ່າວວ່າ “ພວກເຮົາມີໂອກາດດີ ທີ່ຈະບັນລຸການຕົກລົງໃນໄວໆນີ້.”
ຄວາມບໍ່ແນ່ນອນ ໃນນາທີສຸດທ້າຍ ບໍ່ແມ່ນເລື່ອງແປກ. ລັດຖະສະພາບໍ່ສາມາດຕົກລົງ
ກັນໄດ້ ໃນປີ 2013 ຈຶ່ງເຮັດໃຫ້ ມີການປິດລັດຖະບານລົງ ເປັນເວລາ 16 ມື້. ແມ່ນກະທັງ ສວນສາທາລະນະແຫ່ງຊາດ ກໍມີການປິດລົງ. ແຕ່ວ່າ ຄັ້ງນີ້ເສັ້ນຕາຍກ່ຽວກັບງົບປະມານ
ແມ່ນມີຂຶ້ນພຽງແຕ່ມື້ນຶ່ງ ກ່ອນວັນສຳຄັນ ທີ່ເປັນຂີດໝາຍ 100 ມື້ ໃນການເຂົ້າຮັບຕຳ
ແໜ່ງເປັນປະທານາທິບໍດີສະຫະລັດ ຂອງທ່ານດໍໂນລ ທຣຳ.
ທຳນຽບຂາວ ແມ່ນໄດ້ຄຸຍໂມ້ ເຖິງຜົນສຳເລັດຂອງຜູ້ລົງສະໝັກເປັນປະທານາທິບໍດີ
ທຣຳ ທີ່ໄດ້ວາງແຜນໄວ້ ກ່ອນໜ້ານີ້ ໂດຍກ່າວວ່າ:“ສິ່ງທີ່ຈະເກີດຂຶ້ນຕິດຕາມມາ
ກໍແມ່ນແຜນການປະຕິບັດງານ 100 ມື້ ເພື່ອຈະເຮັດໃຫ້ອາເມຣິກາ ຈະເລີນຮຸ່ງ
ເຮືອງຄືນອີກ”
ປະທານາທິບໍດີ ທຣຳ ມອງເບິ່ງການຕໍ່ສູ້ດ້ານງົບປະມານນີ້ ເປັນໄຊຊະນະທີ່ໃຫຍ່
ທີ່ສຸດທີ່ທ່ານໄດ້ໃຫ້ຄຳໝັ້ນສັນຍາໄວ້ ໃນການໂຄສະນາຫາສຽງ ຄືງົບປະມານໃນການ
ສ້າງກຳແພງ ໃນໄລຍະ 3 ພັນ 200 ກິໂລແມັດ ຕາມຊາຍແດນຕິດກັບປະເທດ Mexico.
ທ່ານທຣຳ ກ່າວກ່ຽວກັບເລື່ອງນີ້ວ່າ:“ພວກເຮົາກຳລັງສ້າງກຳແພງ ແລະຄວາມຈິງ
ແລ້ວ ມັນຈະເລີ່ມຂຶ້ນ ໃນໄວໆນີ້ ກ່ອນໜ້າໝາຍກຳນົດການດ້ວຍຊ້ຳ.”
ແຕ່ວ່າ ຍ້ອນລາຄາສູງຫຼາຍພັນລ້ານໂດລາ ກຳແພງຊາຍແດນນີ້ ຈຶ່ງເປັນເລື່ອງທີ່
ຫຍຸ້ງຍາກຕໍ່ການໄດ້ຮັບຄວາມສະໜັບສະໜຸນຈາກພັກ Republican ແລະເປັນຈຸດສຸມ
ໃນ ການຄັດຄ້ານຂອງພັກ Democrats.
ຍັງບໍ່ທັນມີຜູ້ໃດຮູ້ແນ່ນອນວ່າ ງົບປະມານໃນການສ້າງກຳແພງນີ້ຈະເປັນແກ້ໄຂ
ຕໍ່ການຕົກລົງສຳລັບປະທານາທິບໍດີທຣຳ ຫຼືເປັນພຽງບາດກ້າວທຳອິດຂອງທ່ານ
ໄປສູ່ການປະນີປະນອມໃນຮູບແບບຂອງການຂໍງົບປະມານເພີ່ມຕື່ມ ກ່ຽວກັບ
ເລື່ອງອົບພະຍົບ.
ໃນການເລີ່ມເຂົ້າສູ່ການເຈລະຈາ ໃນວັນຈັນຜ່ານມານີ້ ທາງທຳນຽບຂາວແມ່ນລະວັງ
ກ່ຽວກັບການໃຫ້ຄວາມເຫັນໃດໆ...
ທ່ານ Sean Spicer ໂຄສົກທຳນຽບຂາວ ກ່າວວ່າ “ຂ້າພະເຈົ້າ ຈະບໍ່ເລີ່ມເວົ້າຫຍັງ
ກ່ຽວກັບວ່າ ຈະມີຫຍັງແດ່ເຂົ້າແລະອອກໃນໂຕະເຈລະຈາ ໃນການທີ່ປະທານາທິບໍດີ
ອາດຈະກະທຳ.”
ແຕ່ວ່າ ຄວາມຊົງຈຳຂອງຄວາມພະພາຍາມທີ່ລົ້ມແຫຼວ ໃນເລື່ອງປະກັນໄພສຸຂະພາບ
ຍັງສົດໆຮ້ອນໆຢູ່ສຳຫຼັບພັກ Republican ຈຶ່ງໄດ້ພາໃຫ້ມີຄວາມກົດດັນເພີ່ມຂຶ້ນພາຍ
ໃນພັກ.
ທ່ານນາງ Molly Reynold ຈາກສະຖາບັນ Brooking ກ່າວວ່າ “ມັນມີຫຼາຍຢ່າງ
ກ່ຽວກັບ ປະທານາທິບໍດີ ທຣຳ ແລະທຳນຽບຂາວຂອງທ່ານ ທີ່ບໍ່ມີຄວາມແນ່ນອນ
ແມ່ນແຕ່ສຳລັບສະມາຊິກລັດຖະສະພາ. ປະທານາທິບໍດີ ທຣຳ ບໍ່ແມ່ນ ບຸກຄົນທີ່
ຖືກສ້າງມາສຳລັບວໍຊີງຕັນ, ທ່ານ ບໍ່ແມ່ນຜູ້ທີ່ຮອບຮູ້ກ່ຽວກັບເລື່ອງກົດໝາຍ ບໍ່ມີປະສົບພະການດ້ານການຕໍ່ລອງເຈລະຈາ ແລະສະນັ້ນ ພວກເຮົາຈຶ່ງເຫັນການ
ຕໍ່ສູ້ໃນເລື່ອງງົບປະມານເກີດຂຶ້ນ.”
ໃນຂະນະທີ່ການປະຕິຮູບເລື່ອງພາສີ ແລະການກັບຄືນມາ ກ່ຽວກັບຮ່າງກົດໝາຍປະກັນ
ໄພສຸຂະພາບ ໃນຂັ້ນຕໍ່ໄປທີ່ລັດຖະສະພານັ້ນ ມັນຈຶ່ງເປັນການຕໍ່ສູ້ທີ່ປະທານາທິບໍດີ
ທຣຳ ຈຳເປັນຈະຕ້ອງໄດ້ເອົາຊະນະ.
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ