ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາສູງ ຈະຢືນຢັນ ຜູ້ຖືກສະເໜີຊື່ຮັບຕຳແໜ່ງ ໃນສານສູງສຸດ ກ່ອນວັນເລືອກຕັ້ງ ຫຼືບໍ່?


ຜູ້ພິພາກສາ ເອມີ ໂຄນີ ບາເຣັດ ຍິ້ມໃນຂະນະທີ່ປະທານາທິບໍດີ ດໍໂນລ ທຣຳ ປະກາດທ່ານນາງ ເປັນຜູ້ຖືກສະເໜີຊື່ຂອງທ່ານ ເພື່ອຕື່ມຕຳແໜ່ງຫວ່າງ ໃນສານສູງສຸດ, ຢູ່ທຳນຽບຂາວ, ນະຄອນຫຼວງ ວໍຊິງຕັນ. 26 ກັນຍາ, 2020.
ຜູ້ພິພາກສາ ເອມີ ໂຄນີ ບາເຣັດ ຍິ້ມໃນຂະນະທີ່ປະທານາທິບໍດີ ດໍໂນລ ທຣຳ ປະກາດທ່ານນາງ ເປັນຜູ້ຖືກສະເໜີຊື່ຂອງທ່ານ ເພື່ອຕື່ມຕຳແໜ່ງຫວ່າງ ໃນສານສູງສຸດ, ຢູ່ທຳນຽບຂາວ, ນະຄອນຫຼວງ ວໍຊິງຕັນ. 26 ກັນຍາ, 2020.

ບັນດາສະມາຊິກສະພາ ສະຫະລັດ ໄດ້ພາກັນຕໍ່ສູ້ຜ່ານປີທີ່ວຸ້ນວາຍຢູ່ຫໍລັດຖະສະພາ ແຄັບປິຕອລ ຮິລ ທີ່ລວມມີການດຳເນີນຄະດີຟ້ອງຮ້ອງສະພາສູງ, ໂຣກລະບາດ ແລະ ໂຄງການຊ່ວຍເຫຼືອທີ່ໃຫຍ່ທີ່ສຸດໃນປະຫວັດສາດຂອງ ສະຫະລັດ.

ດ້ວຍການສະເໜີຊື່ຜູ້ພິພາກສາທ່ານນາງ ເອມີ ໂຄນີ ບາເຣັດ ຂອງທ່ານ ທຣຳ ເພື່ອຕື່ມຕຳແໜ່ງຫວ່າງທີ່ມີໄວ້ຍ້ອນການເສຍຊີວິດຂອງຜູ້ພິພາກສາ ຣູດທ໌ ເບເດີ ກິນສເບີກ ໃນວັນເສົາທີ່ຜ່ານມານັ້ນ, ບັນດາສະມາຊິກສະພາປັດຈຸນີ້ໄດ້ປະເຊີນກັບການຕໍ່ສູ່ເພື່ອຢືນຢັນຊື່ຄັ້ງປະຫວັດສາດ ພຽງບໍ່ເທົ່າໃດອາທິດກ່ອນການເລືອກຕັ້ງປະທານາທິບໍດີໃນວັນທີ 3 ພະຈິກນີ້.

ການລົງຄະແນນສຽງຈະບໍ່ພຽງແຕ່ຮັບປະກັນສຽງສ່ວນຫຼາຍ 6 ຕໍ່ 3 ໃນສະພາຢ່າງແນ່ນອນ, ມັນຍັງຈະມີຄວາມເປັນໄປໄດ້ທີ່ຈະກະຕຸ້ນບັນດາຜູ້ລົງຄະແນນສຽງຈາກສອງພັກການເມືອງ, ເຊິ່ງຫຼາຍຄົນຈະເຂົ້າຮ່ວມໃນການລົງຄະແນນສຽງກ່ອນກຳນົດ ໃນຂະນະທີ່ຂະບວນການຢືນຢັນຕຳແໜ່ງກຳລັງດຳເນີນຢູ່. ປະທານຄະນະກຳມະການຕຸລາການສະພາສູງທ່ານ ລິນຊີ ແກຣມ ໄດ້ກ່າວໃນວັນເສົາທີ່ຜ່ານມາວ່າ ການຟັງຄຳໃຫ້ການຈະເລີ່ມຂຶ້ນໃນວັນຈັນ ທີ 12 ຕຸລາ.

ການສະເໜີຊື່ຮັບຕຳແໜ່ງໃນສານສູງສຸດ ອາດເປັນການຂະຫຍາຍການສະໜັບສະໜູນໃຫ້ທ່ານ ທຣຳ, ເຊິ່ງປັດຈຸບັນນີ້ມີຄະແຄນນຳຫຼັງຜູ້ຖືກສະເໜີຊື່ແຂ່ງຂັນເອົາ ຕຳແໜ່ງປະທານາທິບໍດີ ສັງກັດພັກເດໂມແຄຣັດ ທ່ານ ໂຈ ໄບເດັນ ໃນການຢັ່ງຫາງສຽງໃນບັນດາລັດທີ່ສຳຄັນ. ທ່ານ ທຣຳ ໄດ້ທຳການແຕ່ງຕັ້ງຜູ້ພິພາກສາຫົວອະນຸລັກນິຍົມ ຜູ້ທີ່ອາດຕ່າວປີ້ນການຕັດສິນທີ່ສຳຄັນ ກ່ຽວກັບ ສິດ ທິການແທ້ງລູກ ແລະ ການແຕ່ງງານຂອງພວກກະເທີຍ ເຊິ່ງເປັນບັນຫາສຳຄັນໃນການດຶງດູດໃຈຂອງຜູ້ລົງຄະແນນສຽງຂອງທ່ານ. ໃນປີ 2016, ຜູ້ລົງຄະແນນສຽງຈຳນວນນຶ່ງສ່ວນສີ່ຂອງຜູ້ທີ່ສະ ໜັບສະໜູນທ່ານ ທຣຳ ກ່າວວ່າ ຄວາມສາມາດຂອງປະທານາທິບໍດີທີ່ຈະສະເໜີຊື່ຜູ້ພິພາກສາສານສູງສຸດແມ່ນປັດໄຈທີ່ສຳຄັນໃນການລົງຄະແນນສຽງຂອງເຂົາເຈົ້າ.

ສະມາຊິກສະພາສູງສັງກັດພັກຣີພັບບລີກັນ ທ່ານ ໄມຄ໌ ລີ ໄດ້ກ່າວໃນລາຍ ການ This Week ຂອງໂທລະພາບ ABC ໃນວັນເສົາວານນີ້ວ່າ “ປະທານາທິບໍດີ ດໍໂນລ ທຣຳ ໄດ້ໂຄສະນາຫາສຽງໃນປີ 2016 ແລະ ທ່ານກໍໄດ້ໂຄສະນາຫາສຽງອີກຄັ້ງນຶ່ງ ດ້ວຍການສັນຍາທີ່ຈະແຕ່ງຕັ້ງຜູ້ພິພາກ ສາສານລັດຖະບານກາງ ແລະ ຜູ້ພິພາກສາສານສູງສຸດ ສະຫະລັດ ຜູ້ທີ່ຍຶດໝັ້ນຕາມຄວາມໝາຍທີ່ຖືກກ່າວໄວ້ໃນລັດຖະທຳມະນູນ ແທນທີ່ຈະອີງຕາມພື້ນຖານຂອງສິ່ງທີ່ເຂົາເຈົ້າອາດປາຖະໜາວ່າມັນເວົ້າ.”

ແຕ່ການສະເໜີຊື່ນັ້ນຍັງຈະປຸກລະດົມບັນດາຜູ້ລົງຄະແນນສຽງທີ່ສະໜັບສະໜູນພັກເດໂມແຄຣັດ ຜູ້ທີ່ເວົ້າວ່າ ຄວາມເຕັມໃຈຂອງພັກຣີພັບບລີກັນທີ່ຈະດຳເນີນໄປໜ້າກັບການຢືນຢັນຕຳແໜ່ງໃກ້ກັບການເລືອກຕັ້ງຫຼາຍ ໄດ້ເປີດເຜີຍໃຫ້ເຫັນຄວາມຫຼອກລວງຂອງເຂົາເຈົ້າ.

ໃນປີ 2016, ຜູ້ນຳສຽງສ່ວນຫຼາຍທ່ານ ມິຈ ແມັກຄອນແນລ ບໍ່ໄດ້ຮັບເອົາຜູ້ຖືກ ສະເໜີຊື່ຂອງປະ ທານາທິບໍດີ ບາຣັກ ໂອບາມາ, ຜູ້ພິພາກສາ ເມີຣິກ ກາແລນ, ໂດຍເວົ້າວ່າ “ທຸກສິ່ງທີ່ພວກເຮົາເຮັດແມ່ນປັດຕິບັດຕາມປະເພນີທີ່ມີມາດົນນານ ໃນການບໍ່ບັນລຸການຢືນຢັນຕຳແໜ່ງໃນກາງປີການເລືອກຕັ້ງ.”

ທ່ານ ແມັກຄອນແນລ ໄດ້ກ່າວຕໍ່ໂທລະພາບ Fox News ໃນວັນສຸກທີ່ຜ່ານມາວ່າ ມັນບໍ່ມີຫຍັງທີ່ບໍ່ເໝາະສົມ ກ່ຽວກັບ ຜູ້ຖືກສະເໜີຊື່ຂອງປະທານາທິບໍດີ ທຣຳ ທີ່ຈະໄດ້ຮັບການຟັງຄຳໃຫ້ການຢືນ ຢັນຕຳແໜ່ງໃນລະດູການເລືອກຕັ້ງນີ້ ເພາະວ່າພັກຣີພັບບລີກັນ ຄວບຄຸມສະພາສູງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG