ຫາກມີໃຜແດ່ ກຳລັງວາງແຜນສະຫຼອງວັນສົ່ງທ້າຍປີກເກົ່າຕ້ອນຮັບປີໃໝ່ແບບງຽບສະງົບຢູ່ທີ່ບ້ານ ທ່ານບໍ່ໄດ້ຄຶດໄປເອງຄົນດຽວແນ່ນອນ ອີງຕາມລາຍງານຂອງອົງການຂ່າວເອພີ.
ຜົນການສຳຫຼວດຫຼ້າສຸດຈາກ ສູນ NORC ເພື່ອການຄົ້ນຄວ້າກິດຈະກຳມະຫາຊົນຂອງອົງການຂ່າວເອພີ (NORC Center for Public Affair Research) ຊີ້ໃຫ້ເຫັນວ່າ ສ່ວນໃຫຍ່ຂອງຊາວອາເມຣິກັນທີ່ເປັນຜູ້ໃຫຍ່ ໃນການສຳຫຼວດຄັ້ງນີ້ ຕັ້ງໃຈສະຫຼອງວັນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ຢູ່ບ້ານ ແລະເກືອບ 2 ໃນ 10 ຄົນ ຈະໄປສະຫຼອງທີ່ບ້ານຂອງເພື່ອນ ຫຼືຄອບຄົວ ມີພຽງ 5 ປີເຊັນ ມີແຜນຈະອອກໄປສະຫຼອງຕາມ ບາຣ໌ ຮ້ານອາຫານ ຫຼື ຕາມງານອີເວັ້ນຕ່າງໆ.
ເມື່ອເບິ່ງເຫັນຊ່ວງອາຍຸໃນໂພລ ຫຼືການສຳຫຼວດ ຊີ້ບອກວ່າ ຄົນອາເມຣິກັນລຸ້ນໃໝ່ ສົນໃຈໄປສະຫຼອງປີໃໝ່ຕາມບາຣ໌ ແລະງານອີເວັ້ນນອກສະຖານທີ່ຫຼາຍກວ່າ ໂດຍ 1 ໃນ 10 ຄົນຂອງຊາວອາເມຣິກັນໄວຜູ້ໃຫຍ່ ທີ່ອາຍຸຕ່ຳກວ່າ 30 ປີ ບອກວ່າ ມີແຜນອອກໄປສະຫຼອງນອກບ້ານ ແຕ່ປະມານ 3 ໃນ 10 ຄົນຂອງຊາວອາເມຣິກັນທີ່ມີອາຍຸ 60 ປີຂຶ້ນໄປນັ້ນ ບອກວ່າ ພວກເຂົາຈະບໍ່ໄປສະຫຼອງການເລີ້ມຕົ້ນສັກກະຫລາດໃໝ່ ປີ 2025 ເລີຍ.
ທີ່ໜ້າສົນໃຈຄື ຊາວອາເມຣິກັນສ່ວນໃຫຍ່ຈະສະຫຼອງສັກກະຫລາດໃໝ່ ໃນຮູບແບບທີ່ຕ່າງອອກໄປ ນັ້ນຄື ການຕັ້ງອະທິຖານໃນປີໃໝ່ ໂດຍຫຼາຍກວ່າເຄິ່ງນຶ່ງໃນການສຳຫຼວດ ບອກວ່າ ໄດ້ຕັ້ງອະທິຖານໃນປີໃໝ່ໄປແລ້ວຢ່າງໜ້ອຍ 1 ຂໍ້ ສຳລັບປີ 2025 ທີ່ຈະມາເຖິງນີ້.
ສຳລັບຄົນລຸ້ນ ມີລເລນຽມ ທີ່ຮູ້ຈັກກັນຄື ເຈັນ Y ແລະເຈັນ Z ເປັນກຸ່ມທີ່ກຽມອະທິຖານປີໃໝ່ຖ້າໄວ້ແລ້ວ ໂດຍ 2 ໃນ 3 ຂອງຄົນກຸ່ມນີ້ ໃນການສຳຫຼວດຄາດວ່າ ຈະເຮັດເຊັ່ນນັ້ນ ເມື່ອທຽບກັບຄົນລຸ້ນເກົ່າ ປະມານເຄິ່ງນຶ່ງທີີ່ຈະອະທິຖານປີໃໝ່ ແລະຜູ້ຍິງມີແນວໂນ້ມຈະກຳໜົດເປົ້າໝາຍປີໃໝ່ໄວ້ຫຼາຍກວ່າຜູ້ຊາຍ.
ໂດຍ 3 ໃນ 10 ຂອງຊາວອາເມຣິກັນໄວຜູ້ໃຫຍ່ ເລືອກອະທິຖານປີໃໝ່ໃຫ້ກ່ຽວຂ້ອງກັບການອອກກຳລັງກາຍ ຫຼືການກິນອາຫານທີ່ມີປະໂຫຍດຫຼາຍຂຶ້ນ ປະມານ 1 ໃນ 4 ລະບຸວ່າ ຕັ້ງເປົ້າຫລຸດນ້ຳໜັກ ແລະອີກ 1 ໃນ 4 ຈະປ່ຽນແປງໂຕເອງໃນດານການເງິນຫຼືສຸຂະພາາບຈິດຂອງຕົນ.
ໃນມຸມມອງຂອງຊາວອາເມຣິກັນໃນການສຳຫຼວດຫຼ້າສຸດນີ້ ຍັງເບິ່ງໃນແງ່ບວກເຖິງປີທີ່ກຳລັງຈະມາຮອດ ເຖິງແມ່ນວ່າກວ່າເຄິ່ງນຶ່ງຈະບໍ່ຄາດຫວັງ ຈະເຮັດການປ່ຽນແປງໃນທິດທາງທີ່ສົດໃສປານໃດ.
ໂດຍ 4 ໃນ 10 ຂອງຊາວອາເມຣິກັນໃນໂພລນີ້ ບອກວ່າ ປີ 2025 ຈະເປັນປີທີ່ດີກວ່າສຳລັບພວກເຂົາ ປະມານ 1 ໃນ 3 ບໍ່ຫວັງວ່າ ຈະມີການປ່ຽນແປງໃດໆຫຼາຍ ເມື່ອທຽບກັບປີ 2024 ທີ່ຈະຜ່ານພົ້ນໄປ ແລະອີກ 1 ໃນ 3 ຄຶດວ່າ ປີ 2025 ຈະບໍ່ດີກວ່າ ປີ 2024.
ຟໍຣັມສະແດງຄວາມຄິດເຫັນ