ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໗ ກຸມພາ ໒໐໒໕

ຈັດລະບຽບ ນັກທ່ອງທ່ຽວ ທີ່ໄປຢ້ຽມຊົມ “ຄຸ້ມບ້ານເກົາຫຼີຢ້ອນຍຸກ” ເພື່ອປ້ອງກັນສິດຂອງຜູ້ຢູ່ອາໄສ


ຄຸ້ມບ້ານ ບຸກຊອນຮັນອົກ ເຊິ່ງເປັນຄຸ້ມບ້ານບູຮານຍຸກສະໄໝ ຣາຊະວົງ ໂຊຊອນ ໃນເຂດຈອງໂນ ຂອງເກົາຫຼີໃຕ້
ຄຸ້ມບ້ານ ບຸກຊອນຮັນອົກ ເຊິ່ງເປັນຄຸ້ມບ້ານບູຮານຍຸກສະໄໝ ຣາຊະວົງ ໂຊຊອນ ໃນເຂດຈອງໂນ ຂອງເກົາຫຼີໃຕ້

“ຄຸ້ມບ້ານບຸກຊອນຮັນອົກ” ເປັນຄຸ້ມບ້ານສະໄຕລ໌ເກົາຫຼີດັ່ງເດີມ ທີ່ເຕັມໄປດ້ວຍ ບັນຍາກາດຂອງຍຸກໂຈຊອນ ທີ່ດຶງດູດນັກທ່ອງທ່ຽວຈຳນວນມະຫາສານໃຫ້ມາ ແວ່ຢ້ຽມຊົມ. ຫລ້າສຸດທາງການເກົາຫຼີໃຕ້ ໄດ້ທົດລອງບັງຄັບໃຊ້ “ນະໂຍບາຍ ກຳນົດເວລາ ຫຼື ເຄີຟີວ” ໂດຍຫວັງວ່າ ຈະຊ່ອຍຈັດການບັນຫານັກທ່ອງທ່ຽວ ລົ້ນພື້ນທີ່ ແຕ່ບາງຄົນກັບສະແດງຄວາມກັງວົນເຖິງຜົນລົບທີ່ອາດຈະຕິດຕາມມາ ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ.

ນະໂຍບາຍເຄີຟີວດັ່ງກ່າວ ຈະຈຳກັດເວລາທີ່ນັກທ່ອງທ່ຽວສາມາດຢ້ຽມຊົມ ຄຸ້ມບ້ານບູຮານໃນລະຫວ່າາງເວລາ 5 ໂມງແລງ ຫາ 10 ໂມງເຊົ້າເທົ່ານັ້ນ ໂດຍຈະບໍ່ສາມາດເຂົ້າໄປຍັງສະຖານທີ່ທ່ອງທ່ຽວແບບວັດທະນະທຳແຫ່ງນີ້ໄດ້ ຫາກຝ່າຝືນຈະມີໂທດປັບໃໝສູງສຸດ 100,000 ວອນ ຫຼືປະມານ 69 ໂດລາ ເຊິ່ງພາກລັດໄດ້ເລີ້ມທົດລອງນະໂຍບາຍນີ້ ໃນເດືອນພະຈິກ ແລະຈະມີຜົນບັງ ຄັບໃຊ້ຢ່າງຈິງຈັງ ໃນເດືອນມີນາ ປີ 2025.

ທ່ານຄວອນ ຢອງດູ ເຈົ້າຂອງພິພິທະພັນສິນລະປະວັດທະນະທຳເອເຊຍ ທີ່ຕັ້ງຢູ່ໃນຄຸ້ມບ້ານດັ່ງກ່າວເຕືອນວ່າ ນະໂຍບາຍນີ້ ອາດຈະເຮັດໃຫ້ຜູ້ມາຢ້ຽມ ຢາມມີຄວາມປະທັບໃຈທີ່ບໍ່ຄ່ອຍດີຕໍ່ ເກົາຫຼີໃຕ້.

ຄວາມໂດ່ງດັງຂອງຄຸ້ມບ້ານບູຮານບຸກຊອນຮັນອົກ ສ່ວນນຶ່ງມາຈາກໃນຊ່ວງ ຫຼາຍສິບປີທີ່ຜ່ານມາ, ຮ່ອມທາງແຄບໆ ທີ່ມີປະຫວັດສາດຍາວນານມາຕັ້ງ ແຕ່ສະໄໝ ຣາຊະວົງ ໂຊຊອນ (ລະຫວ່າງປີ 1392 ຫາ 1897) ຖືກໃຊ້ ເປັນສາກຫລັງຂອງລະຄອນເກົາຫຼີຍອດນິຍົມຈຳນວນຫຼາຍ ທັງນັກທ່ອງທ່ຽວ ຕ່າງຊາດແລະຊາວເກົາຫຼີເອງ ຕ່າງກໍຫລົງໄຫລໃນສະເນ່ຂອງຄຸ້ມບ້ານບູຮານ ທີ່ມີລາຍລະອຽດສະຖາປັດຕະຍະກຳທີ່ງົດງາມ ເຊັ່ນ ເສົາ, ປະຕູໄມ້ ແລະລາຍກະເບື້ອງຫລັງຄາເປັນຕົ້ນ.

ຢ່າງໃດກໍດີ ການເພີ້ມຂຶ້ນຂອງການທ່ອງທ່ຽວ ໄດ້ສ້າງບັນຫາລົບກວນຊາວບ້ານ ທີ່ອາໄສຢູ່ໃນບໍລິເວນນີ້ ທັງເລື້ອງຂອງສຽງດັງ ຂີ້ເຫຍື້ອ ການປັດສະຫວະໃນທີ່ ສາທາລະນະ ແລະບັນຫາການບຸກລຸກຄວາມເປັນສ່ວນຕົວ.

ໂຕຢ່າງເຊັ່ນ ກ້ອງວົງຈອນປິດບັນທຶກພາບຂອງນັກທ່ອງທ່ຽວບາງຄົນ ພະຍາ ຍາມຈະບຸກເຂົ້າໄປໃນບ້ານ ຫຼືສ່ອງເຂົ້າໄປເບິ່ງດ້ານໃນທີ່ພັກອາໄສໂດຍບໍ່ໄດ້ ຮັບອະນຸຍາດ.

ຂໍ້ມູນຈາກສຳນັກງານເຂດຈອງໂນ ລະບຸວ່າ ໃນຊ່ວງ 10 ປີທີ່ຜ່ານມາ ຫຼາຍຄອບຄົວເລືອກທີ່ຈະຍ້າຍອອກຈາກຄຸ້ມບ້ານທີ່ຊື່ດັງນີ້ ຈົນເຮັດໃຫ້ ສັດສ່ວນຂອງປະຊາກອນຫລຸດລົງປະມານ 27.6 ເປີເຊັນ.

ພື້ນທີ່ດັ່ງກ່າວ ມີປະຊາກອນອາໄສຢູ່ປະມານ 6,100 ຄົນເທົ່ານັ້ນ ແຕ່ໃນປີ 2023 ສາມາດດຶງດູດນັກທ່ອງທ່ຽວໄດ້ປະມານ 6 ລ້ານຄົນເລີຍ.

ທ່ານຊຸງ ມູນ-ຮຸນ ຫົວໜ້າເຂດຈອງໂນ ກ່າວວ່າ ເປົ້າໝາຍຄື ການປົກປ້ອງ ສິດຂອງຜູ້ຢູ່ອາໄສ ແລະພ້ອມທີ່ຈະປັບເງື່ອນໄຂຕ່າງໆ ຕາມຄວາມເໝາະສົມ ນະໂຍບາຍເຄີຟີວນີ້ ຄວບຄຸມພື້ນທີ່ຂະໜາດປະມານ 34,000 ຕາລາງແມັດ ຫຼື ປະມານ 5 ສະໜາມເຕະບານ.

ບາງຄົນຊີ້ໃຫ້ເຫັນຊ່ອງຫວ່າງຂອງນະໂຍບາຍທີ່ບັງຄັບໃຊ້ ການຍົກເວັ້ນສຳລັບ ນັກທ່ອງທ່ຽວທີ່ພັກຄ້າງຄືນ ລວມທັງຕຳໜິການຂະຫຍາຍຕົວຂອງທຸລະກິດທີ່ພັກ “ຮັນອົກ ສະເຕ” ເຊັ່ນ ເກັສເຮົ້າສ໌ຕ່າງໆ ທີ່ດຳເນີນການໂດຍບໍລິສັດ ເຊິ່ງສ້າງ ຜົນກະທົບໃນແງ່ລົບຕໍ່ຄຸນນະພາບຊີວິດຂອງຜູ້ຢູ່ອາໄສ.

ຊາວບ້ານເປີດເຜີຍວ່າ ຕັ້ງແຕ່ປີ 2020 ທາງການໄດ້ຫລຸດຜ່ອນຂໍ້ຈຳກັດ ກ່ຽວກັບ ບໍລິການທີ່ພັກໃນບ້ານເກົາຫຼີແບບດັ່ງເດີມ ເຮັດໃຫ້ມີທຸລະກິດຈຳ​ນວນຫຼາຍເພີ້ມຂຶ້ນໃນພື້ນທີ່ສຳລັບພັກອາໄສ.

ທ່ານນາງ ຄິມ ອຶນມີ ຜູ້ທີ່ອາໄສຢູ່ໃກ້ທຸລະກິດທີ່ພັກ “ຮັນອົກ ສະເຕ” ໄດ້ສະ ແດງຄວາມບໍ່ພໍໃຈ, ລາວກ່າວວ່າ “ຜູ້ຄົນມາທີ່ນີ້ພຽງແຕ່ມື້ດຽວເພື່ອພັກຜ່ອນ ແລະສຽງຈາກງານປາຣຕີ້ ກໍດັງຫຼາຍ” ໃນແຕ່ລະວັນ ລາວຕ້ອງເກັບຂີ້ເຫຍື້ອ ໜ້າບ້ານຈຳນວນຫຼາຍຄັ້ງ.

ທ່ານ ອີ ດົງວູ ຜູ້​ບໍ​ລິ​ຫານ​ໃຫຍ່ຂອງແພລດຟອຣ໌ມການຈອງທີ່ພັກ ຮັນອົງ ສະເຕ ຈຳນວນ 17 ແຫ່ງ ກ່າວວ່າ ທຸລະກິດນີ້ເຕີບໂຕຂຶ້ນເນື່ອງຈາກພວກ ເຈົ້າຂອງບ້ານປະສົບບັນຫາໃນການບຳລຸງຮັກສາບ້ານເກົ່າ ຈຶ່ງໄດ້ມອບໃຫ້ ທຸລະກິດດຳເນີນການແທນ ດັ່ງນັ້ນການກ່າວຫາວ່າ ເຮົາໄປຂັບໄລ່ຜູ້ອາໄສ ໃນປັດຈຸບັນ ເພື່ອຈະເປີດທີ່ພັກເພີ້ມນັ້ນ ຈຶ່ງບໍ່ແມ່ນເລື້ອງຈິງ.

ສຳລັບນະໂຍບາຍເຄີຟີວ ທີ່ຈະບັງຄັບໃຊ້ ຍັງມີຄຳຖາມໃນລາຍລະອຽດຕ່າງໆ ເຊັ່ນການແຍກນັກທ່ອງທ່ຽວຈາກຜູ້ຢູ່ອາໄສ, ວິທີເກັບຄ່າປັບຈາກຊ່າວຕ່າງຊາດ ລວມເຖິງອຸປະສັກດ້ານພາສາ ທີ່ອາດຈະເກີດຂຶ້ນ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG