ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້ປົກຄອງລັດ ຄາລິຟໍເນຍ ກ່າວວ່າ ໄຟໄໝ້ປ່າ ໃນທ້າຍປີ ແມ່ນຄວາມປົກກະຕິໃໝ່


ນັກດັບເພີງ ຈູດໄຟເຜົາບໍລິເວນນຶ່ງ ເພື່ອພະຍາຍາມສະກັດ
ການລຸກລາມຂອງໄຟ ຈາກຖະໜົນ ແຊນຕ້າ ອານາ ໃກ້ກັບ
ເມືອງ ເວັນຕູຣາ, ລັດຄາລິຟໍເນຍ. 9 ທັນວາ, 2017.
ນັກດັບເພີງ ຈູດໄຟເຜົາບໍລິເວນນຶ່ງ ເພື່ອພະຍາຍາມສະກັດ ການລຸກລາມຂອງໄຟ ຈາກຖະໜົນ ແຊນຕ້າ ອານາ ໃກ້ກັບ ເມືອງ ເວັນຕູຣາ, ລັດຄາລິຟໍເນຍ. 9 ທັນວາ, 2017.

ຜູ້ປົກຄອງລັດ ຄາລິຟໍເນຍ ທ່ານ ເຈັຟຟຣີ ບຣາວນ໌ ໄດ້ເຕືອນວ່າ ຈະມີໄຟໄໝ້ປ່າເກີດ
ຂຶ້ນອີກ ໃນລັດຂອງທ່ານໃນອະນາຄົດ, ໃນຂະນະທີ່ນັກດັບເພີງ ກຳລັງຕໍ່ສູ້ກັບແປວ
ໄຟຂະໜາດໃຫຍ່ 6 ແຫ່ງ ທີ່ໄດ້ສັງຫານປະຊາຊົນໄປແລ້ວຢ່າງໜ້ອຍ 1 ຄົນ ແລະ ໄດ້
ສ້າງຄວາມເສຍຫາຍຕໍ່ເຮືອນຫຼາຍຮ້ອຍຫຼັງ.

ທ່ານ ບຣາວນ໌ ໄດ້ໄປສັງເກດຄວາມເສຍຫາຍ ຈາກໄຟໃນເມືອງ ເວັນຕູຣາ ລັດ ຄາລິ
ຟໍເນຍ, ຕັ້ງຢູ່ບໍໄກ ທາງພາກເໜືອຂອງນະຄອນ ລອສ ແອນເຈີລິສ, ເຊິ່ງແມ່ນສະຖານ
ທີ່ ທີ່ຖືກທຳລາຍຮ້າຍແຮງທີ່ສຸດໃນສັບປະດາທີ່ຜ່ານມາ.

ທ່ານໄດ້ກ່າວໂດຍ ຖິ້ມໂທດ ໃສ່ສະພາບອາກາດປ່ຽນແປງ ສຳລັບອັນຕະລາຍທີ່ເພີ່ມ
ຂຶ້ນຂອງໄຟໄໝ້ປ່າ ໃນທ້າຍຂອງປີວ່າ “ມັນແມ່ນຄວາມປົກກະຕິອັນໃໝ່.”

ທ່ານ ບຣາວນ໌ ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ພວກເຮົາກຳລັງປະເຊີນໜ້າກັບຄວາມ
ເປັນຈິງອັນໃໝ່ຢູ່ໃນລັດ ເຊິ່ງໄຟໄດ້ເປັນໄພຂົ່ມຂູ່ຕໍ່ຊີວິດຂອງປະຊາຊົນ, ຊັບສິນຂອງ
ເຂົາເຈົ້າ, ໝູ່ບ້ານຂອງເຂົາເຈົ້າ, ແລະ ແນ່ນອນເງິນຫຼາຍພັນລ້ານໂດລາ.”

ໃນຕອນແລງຂອງວັນສຸກທີ່ຜ່ານມາ, ເຂົາເຈົ້າໄດ້ເຊື່ອມໂຍງການຕາຍຂອງແມ່ຍິງອາຍຸ
70 ປີໃນອຸບັດຕິເຫດລົດຕຳກັນໃສ່ໄຟ. ຜູ້ກວດສອບການແພດເມືອງ ເວັນຕູຣາ ທ່ານ
ຄຣິສໂຕເຟີ ຢັງ ໄດ້ກ່າວວ່າ ນາງ ເວີຈິເນຍ ເປໂຊລາ ໄດ້ຫຼົບໜີຈາກໄພ ທັອມມັສ ໃນ
ລົດຂອງລາວ, ຕາມເສັ້ນທາງອົບພະບົບ, ໃນເວລາທີ່ລາວໄດ້ຂີ່ລົດຕຳກັນ ແລະ ເສຍ
ຊີວິດ.

ທ່ານ ຢັງ ໄດ້ກ່າວວ່າ ສາເຫດຂອງການຕາຍ ແມ່ນຈາກການບາດເຈັບຕາມຮ່າງກາຍ
ແລະ ການສືບດົມເອົາຄວັນ.

ປະຊາຊົນປະມານ 87,000 ຄົນຍັງຄົງອົບພະຍົບອອກຈາກບ້ານເຮືອນຂອງເຂົາເຈົ້າ,
ຫຼຸດລົງຈາກຈຳນວນສູງສຸດ 200,000 ຄົນໃນຕົ້ນສັບປະດານີ້.

ນັບຕັ້ງແຕ່ວັນຈັນທີ່ຜ່ານມາ, ໄຟໄດ້ໄໝ້ພື້ນທີ່ກວ້າງກວ່າ 670 ຕາລາງກິໂລແມັດແລ້ວ.

ໄຟໄໝ້ບ່ອນໃໝ່ຈະລາມອອກໄປອີກໃນສະພາບອາກາດທີ່ແຫ້ງ, ແລະ ລຸກແຮງຂຶ້ນ
ຈາກລົມທີ່ພັດມາຈາກເມືອງ ແຊນຕ້າ ອານາ ຢູ່ກໍ້າຕາເວັນຕົກ, ເຊິ່ງຄາດວ່າຈະມີແຮງ
ດັນເຖິງ 80 ກິໂລແມັດຕໍ່ຊົ່ວໂມງໃນວັນອາທິດມື້ນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Warming Arctic, Drier Regions and Wildfires: Is There a Link?
please wait

No media source currently available

0:00 0:03:17 0:00

XS
SM
MD
LG